ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ທ່ານແມັດຕິສ ຍ້ອງຍໍ ຄວາມສຳພັນ ອັນ ແໜ້ນແຟ້ນ ລະຫວ່າງ ສຫລ ແລະອີຈິບ


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ ຈິມ ແມັດຕິສ ລົງຈາກເຮືອບິນ ໃນການເດີນທາງຢ້ຽມຢາມສີ່ປະເທດຄື ອິຈິບ ຈໍແດນ ຄູເວດ ແລະປາກິສຖານ.

ຫົວໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທ​ດສະຫະລັດ ທ່ານ​ຈິ​ມ ​ແມັດ​ຕິ​ສ ກ່າວ​ວ່າ ການ​ຮ່ວມ​ມືຕໍ່​
ຕ້ານ​ການ​ກໍ່​ການ​ຮ້າຍ​ກັບອີ​ຈິບກຳລັງ​ເພີ້​ມທະວີຂຶ້ນ ​ແລະ​ສະຫະລັດ​ຍັງ​ສືບຕໍ່ໃຫ້ຄວາມ
ໝາຍ​ໝັ້ນ ​ຕໍ່ຄວາມ​ສຳພັນ​ອັນ​ແໜ້ນ​ແຟ້ນຕື່ມຂຶ້ນກັບ​ໄຄໂຣ​ເຖິງ​ແມ່ນໄດ້​ມີ​ການ​ຢຸດ​ເຊົາ
ໃນ​ການ​ໃຫ້ຄວາມຊ່ວ​ຍເຫຼືອທາງທະຫານບາງຢ່າງແກ່ ອີຈິບ ​ຍ້ອນຄວາມ​ເປັນ​ຫ່ວງ​
ກ່ຽວ​ກັບ​ສິດທິມະນຸດ​ໃນ​ຕົ້ນ​ປີ​ນີ້.“

ທ່ານ​ແມັດ​ຕິ​ສ ​ໃຫ້ຄວາມເຫັນດັ່ງກ່າວ ໃນ​ຂະນະ​ທີ່ທ່ານເດີນທາງ​ໄປຢ້ຽມຢາມ ນະຄອນ
ຫລວງ​ຂອງອີ​ຈິບ ຊຶ່ງເປັນບ່ອນ​ຢຸດ​ແວ່່​ແຫ່ງ​ທຳ​ອິດ​ໃນການ​ຢ້ຽມຢາມ​ສີ່​ປະ​ເທດ ທີ່​ຍັງ​ຈະ​
ນຳພາ​ທ່ານ ​ໄປຍັງປະເທດ​ຈໍ​ແດນ ຄູ​ເວດ ​ແລະ​ປາ​ກິ​ສຖານ.

ການ​ຢ້ຽມຢາມດັ່ງກ່າວ ມີ​ຂຶ້ນ​ໃນ​ຂະນະ​ທີ່​ກອງທັບ​ສະຫະລັດ ​ຫັນປ່ຽນຈຸດເພັ່ງເລັງ​ຢູ່​ໃນ
ພາກ​ຕາ​ເວັນ​ອອກ​ກາງ ຫຼັງ​ຈາກ​ໄດ້​ຂັບ​ໄລ່​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ອອກຈາກ​ເມືອງ​
ຫລວງ ​ທີ່​ພວກເຂົາປະກາດຂຶ້ນ ຢູ່​ໃນ​ອີຣັກ ​ແລະ​ຊີ​ເຣຍ.

ຈຸດເພັ່ງເລັງ​ທີ່​ສຳ​ຄັນ​ໃນການ​ເດີນທາງໄປຢ້ຽມຢາມຄັ້ງນີ້ ແມ່ນຈະ​ກົດ​ດັນ​ໃຫ້​ປາ​ກິ​ສຖານ​ ຍຸຕິໃນການຖືກ​ກ່າວ​ຫາ​ວ່າມີຄວາມສຳພັນ​ກັບ​ພວກ​ກຸ່ມ​ຫົວ​ຮຸນ​ແຮງ ທີ່​ໄດ້ໂຈມ​ຕີ​ສະຫະ
ລັດ ​ແລະ​ກຳລັງແນວ​ໂຮມຢູ່​ໃນ​ອັຟກາ​ນິສຖານ​.

ທ່ານ​ແມັດ​ຕິ​ສ ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “ພວກ​ເຮົາໄດ້​ຍິນ​ຈາກ​ບັນດາ​ຜູ້ນຳ​ປາ​ກິ​ສ
ຖານ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ໃຫ້ການ​ສະໜັບສະໜູນຕໍ່​ພວກກໍ່​ການ​ຮ້າຍ ​ເພາະສະ​ນັ້ນ ຂ້າພະ​
ເຈົ້າ​ຄາດ​ວ່າ ຈະໄດ້​ເຫັນ​ການ​ເອົາບາດກ້າວຢ່າງ​ໃດ​ຢ່າງ​ນຶ່ງ​ທີ່​ຈະ ສະທ້ອນ​ຢູ່​ໃນ​ນະ​ໂຍ
ບາຍ​ຂອງ​ພວກເຂົາ​ເຈົ້າ.”

ຄົນພາກັນຢືນຢູ່ນອກວັດມຸສລິມ ບ່ອນທີ່ມີລະເບີດແຕກຢູ່ເມືອງ Bir Al-Abed ປະເທດອີຈິບ.
ຄົນພາກັນຢືນຢູ່ນອກວັດມຸສລິມ ບ່ອນທີ່ມີລະເບີດແຕກຢູ່ເມືອງ Bir Al-Abed ປະເທດອີຈິບ.

​ໃນ​ເດືອນ​ຕຸລາ​ທີ່​ຜ່າ​ມນາ ທ່ານ​ແມັດ​ຕິ​ສກ່າວ​ວ່າ ສະຫະລັດ​ຈະ​ພະຍາຍາມ “ອີກ​ເທື່ອ
ນຶ່ງ” ​ເພື່ອ​ເຮັດ​ວຽກ​ກັບ​ອິສລາມາ​ບັດ ກ່ອນ​ຈະ​ “ເອົາບາດກ້າວ​ ​ທີ່ເຫັນວ່າມີຄວາມ​ຈຳ​
ເປັນ” ​ເພື່ອ​ແກ້ໄຂ​ຕໍ່ການຖືກ​ກ່າວ​ຫາ​ວ່າ ສະ​ໜັບສະ​ໜູນ​ພວກ​ຫົວ​ຮຸນ​ແຮງ.

​ແຕ່​ກ່ອນ​ອື່ນໝົດ​ ທ່ານ​ແມັດ​ຕິ​ສ ຈະ​ຈັດ​ກອງ​ປະຊຸມ​ສອງ​ຝ່າຍຂຶ້ນ ​ໃນ​ຕອນ​ເຊົ້າ​ວັນເສົາ
ມື້ນີ້ ທີ່​ນະຄອນຫຼວງ​ໄຄ​ໂຣ ກັບ​ປະທາ​ນາ​ທິບໍດີ​ອີ​ຈິບ ທ່ານ​ອັບ​ແດລ ຟາຕຕາ ​ແອ​ລ-ຊິ​ສ
ຊີ ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ເຊດກີ ໂຊພີ.

ປະທານາທິບໍດີທຣໍາ ກ່າວລະຫວ່າງການພົບປະກັບ ປະທານາທິບໍດີອີຈິບ ທ່ານອັບແດລ ຟາຕຕາ ແອລ ຊີສຊີ ລະຫວ່າງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ.
ປະທານາທິບໍດີທຣໍາ ກ່າວລະຫວ່າງການພົບປະກັບ ປະທານາທິບໍດີອີຈິບ ທ່ານອັບແດລ ຟາຕຕາ ແອລ ຊີສຊີ ລະຫວ່າງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ.

​ອີ​ຈິບ ໃນ​ອາທິດ​ແລ້ວ​ນີ້ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ຈາກອັນທີ່​ພວກ​ເຈົ້າ​ໜ້າ​ທີ່ຮ້ອງ​ວ່າ ​ເປັນ
ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ຮ້າຍ​ແຮງ​ສຸດ​ໃນ​ປະຫວັດສາດ​ສະ​ໄໝ​ໃໝ່​ຂອງປະ​ເທດ ​ເວລາ
ພວກ​ຫົວ​ຮຸນ​ແຮງ 25 ຫາ 30 ຄົນ​ທີ່​ຖື​ທຸງ​ລັດ​ອິສລາມ ສັງຫານ​ພວກສູດ​ມົນ​ພາ​ວະນາ
ຫຼາຍກວ່າ 300 ຄົນຢູ່ໃນວັດ​ອິສລາມ ທີ່​ ​ພວກ​ສູ​ດມົນ​ນິ ກາຍຊູຟີ ມັກພາກັນໄປພາວະ
ນານັ້ນ.

ພວກກູ້ໄພ ກຳລັງຊ່ວຍເຫລືອນັກສຶກສາ ທີ່ຖືກຍິງຢູ່ ສະຖາບັນກະເສດສາດ ໃນເມືອງ Peshawar ປະເທດປາກິສຖານ
ພວກກູ້ໄພ ກຳລັງຊ່ວຍເຫລືອນັກສຶກສາ ທີ່ຖືກຍິງຢູ່ ສະຖາບັນກະເສດສາດ ໃນເມືອງ Peshawar ປະເທດປາກິສຖານ

ທ່ານ​ແມັດ​ຕິ​ສ ກ່າວ​ວ່າ ທ່ານ​ຈະເປັນຜູ້​ນຳພາ​ ສະ​ແດງ​ຄວາ​ມ​ເສົ້າ​ສະຫ​ລົດ​ໃຈ​ຕໍ່​ການ​
ໂຈມ​ຕີ ຊຶ່ງ​ໄດ້​ມີ​ຂຶ້ນ​ໃນເຂດ​ແຫລມໄຊນາຍ ທີ່ວຸ້ນວາຍຂອງອີຈິບນັ້ນ.

​ທ່ານ​ແມັດ​ຕິ​ສ​ໄດ້​ກ່າວວ່າ “ພວກ​ເຮົາ​ກຳລັງປະຕິບັດ​ງານ​ ຢ່າງ​ໃກ້ຊິດ ​ກັບ​ອີ​ຈິບ ກ່ຽວ
ວ່າເຂົາ​ເຈົ້າ​ຈະສາມາດ​ເອົາ​ໄຊຊະນະ ​ໄພ​ຂົ່ມຂູ່ນີ້ ໄດ້​ຢ່າງ​ໃດ” ແລະທ່ານ ກ່າວເພີີ້ມ​ເຕີມ
​ວ່າ ການ​ປະຕິບັດ​ງານ​ຮ່ວມມື ຕໍ່ຕ້ານພວກກໍ່ການຮ້າຍ ລະຫວ່າງ ສະຫະລັດກັບອີ​ຈິບ
​ໄດ້​ເພີ້​ມຂຶ້ນ ໃນລະຫວ່າງ​ທີ່​ທ່ານເປັນລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG