ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍັງບໍ່ມີ ການຕັດສິນໃຈ ກ່ຽວກັບວ່າ ສຫລ ຈະຖອນຕົວຫຼືບໍ່ ຈາກຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ


ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານຈິມ ແມັດຕິສ (ຂວາ) ກຳລັງໃຫ້ການ ຮ່ວມກັບປະທານ ເສນາທິການຮ່ວມ ຂອງກອງທັບສະຫະລັດ ນາຍພົນ ໂຈເຊັຟ ດັນຟອດ (ຊ້າຍ) ຕໍ່ຄະນະກຳມະການກອງທັບ ຂອງສະພາສູງ ສຫລ. (ວັນທີ 26 ເມສາ 2018)
ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານຈິມ ແມັດຕິສ (ຂວາ) ກຳລັງໃຫ້ການ ຮ່ວມກັບປະທານ ເສນາທິການຮ່ວມ ຂອງກອງທັບສະຫະລັດ ນາຍພົນ ໂຈເຊັຟ ດັນຟອດ (ຊ້າຍ) ຕໍ່ຄະນະກຳມະການກອງທັບ ຂອງສະພາສູງ ສຫລ. (ວັນທີ 26 ເມສາ 2018)

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສກ່າວວ່າ ຍັງບໍ່ມີການ
ຕັດສິນໃຈໃດໆເທື່ອ ກ່ຽວກັບການຖອນຕົວຂອງສະຫະລັດອອກຈາກຂໍ້ຕົກລົງນິວເຄລຍ ສະບັບປີ 2015 ກັບອີຣ່ານ ແຕ່ວໍຊິງຕັນພວມເຮັດວຽກກັບບັນດາປະເທດພັນທະມິດ ໃນ
ຢູໂຣບ ເພື່ອສຶກສາເບິ່ງວ່າມີຊ່ອງທາງຫຼືບໍ່ທີ່ຈະປັບປຸງຂໍ້ຕົກລົງດັ່ງກ່າວໃຫ້ດີຂຶ້ນ.

ທ່ານແມັດຕິສກ່າວຕໍ່ການຮັບຟັງຄຳໃຫ້ການ ຂອງຄະນະກຳມະການກອງທັບສະພາສູງ
ສະຫະລັດ ໃນວັນພະຫັດວານນີ້ວ່າ “ການຕັດສິນໃຈ ຍັງບໍ່ມີຂຶ້ນເທື່ອ ກ່ຽວກັບວ່າ ພວກ
ເຮົາຈະສາມາດປັບປຸງຂໍ້ຕົກລົງນີ້ໃຫ້ດີຂຶ້ນໄດ້ຢ່າງພຽງພໍຫຼືບໍ່ເພື່ອວ່າພວກເຮົາຈະບໍ່ຖອນ
ຕົວ ຫຼືປະທານາທິບໍດີຈະຕັດສິນໃຈຖອນຕົວອອກຈາກຂໍ້ຕົກລົງນີ້.”

ທ່ານກ່າວວ່າ ສະຫະລັດຮັບຮູ້ວ່າຂໍ້ຕົກລົງນິວເຄລຍດັ່ງກ່າວ “ເປັນຂໍ້ຕົກລົງຄວບຄຸມອາ
ວຸດທີ່ຍັງມີການຂາດຕົກບົກຜ່ອງ.”

ທ່ານແມັດຕິສເວົ້າວ່າ “ມັນຂຽນຂຶ້ນມາເກືອບທັງໝົດ ດ້ວຍການສົມມຸດທີ່ວ່າອີຣ່ານພະ
ຍາຍາມຫາທາງຫຼອກລວງ. ດັ່ງນັ້ນການກວດພິສູດວ່າມີຫຍັງແດ່ຢູ່ໃນນັ້ນຈຶ່ງຄວນເປັນ
ເລື່ອງທີ່ເຂັ້ມແຂງສຸດ. ມັນເປັນການພຽງພໍຫຼືບໍ່ນັ້ນຂ້າພະເຈົ້າຄິດວ່າມັນເປັນຄຳຖາມທີ່
ຖືກຕ້ອງມີເຫດຜົນ.”

ປະທານາທິບໍດີຝຣັ່ງ ທ່ານເອັມມານູຍແອລ ມາກຣົງ ທີ່ສະຫຼຸບການຢ້ຽມຢາມສະຫະລັດ
ໃນອາທິດນີ້ກ່າວໃນວັນພຸດຜ່ານມານີ້ວ່າ ທ່ານເຊື່ອວ່າ ປະທານາທິບໍດີສະຫະລັດ ທ່ານ
ດໍໂນລ ທຣຳ ຈະຖອນສະຫະລັດ ອອກຈາກຂໍ້ຕົກລົງນິວເຄລຍດັ່ງກ່າວ.

ທ່ານມາກຣົງ ໄດ້ກ່າວຕໍ່ກອງປະຊຸມຖະແຫລງຂ່າວ ໃນຕອນປິດທ້າຍການມາຢ້ຽມຢາມ
ສະຫະລັດຢ່າງເປັນທາງການເປັນເວລາ 3 ວັນນັ້ນວ່າ "ຂ້າພະເຈົ້າບໍ່ຮູ້ວ່າ ປະຊາຊົນອາ
ເມຣິກັນຈະຕັດສິນໃຈແບບໃດ ແຕ່ອີງຕາມການວິເຄາະທຸກຖ້ອຍຄໍາ ຂອງປະທານາທິບໍ ດີທຣໍາແລ້ວ ບໍ່ໄດ້ເຮັດໃຫ້ຂ້າພະເຈົ້າ ເຊື່ອໄດ້ເລີຍວ່າ ທ່ານຈະເຮັດທຸກສິ່ງທຸກຢ່າງເທົ່າ
ທີ່ເຮັດໄດ້ ເພື່ອຈະຢູ່ໃນຂໍ້ຕົກລົງ JCPOA ຊຶ່ງເປັນຂໍ້ຕົກລົງນິວເຄລຍ ກັບອີຣ່ານນັ້ນ ຕໍ່
ໄປ."

ທ່ານທຣຳປະເຊີນກັບເສັ້ນຕາຍ ໃນວັນທີ 12 ພຶດສະພານີ້ ເພື່ອຕັດສິນໃຈກ່ຽວກັບວ່າ
ທ່ານຈະເລີ້ມລົງໂທດທາງດ້ານເສດຖະກິດບາງຢ່າງຄືນໃໝ່ຕໍ່ອີຣ່ານຫລືບໍ່ ຊຶ່ງການລົງ
ໂທດເຫຼົ່ານີ້ໄດ້ຖືກຍົກເລີກ ເພື່ອເປັນການແລກປ່ຽນ ກັບການພັດທະນາໂຄງການນິວ
ເຄລຍແບບຈຳກັດຂອງເຕຫະຣ່ານ ອັນເປັນສ່ວນນຶ່ງຂອງຂໍ້ຕົກລົງປີ 2015 ນັ້ນ.ໂຕໍ່ອີ
ຣ່ານຫຼືບໍ່ ຊຶ່ງການລົງໂທດເຫຼົ່ານີ້ໄດ້ຖືກຍົກເລີກ ເພື່ອເປັນການແລກປ່ຽນກັບການພັດ
ທະນາໂຄງການນິວເຄລຍແບບຈຳກັດຂອງເຕຫະຣ່ານ ອັນເປັນສ່ວນນຶ່ງຂອງຂໍ້ຕົກລົງ
ປີ 2015 ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG