ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ແມັດຕິສ ກ່າວວ່າ 'ການຄາດຕະກຳ ທ. ຄາຊອກກີ ຕ້ອງເຮັດໃຫ້ ທຸກຄົນ ກັງວົນໃຈ'


ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສຸດຍອດ ດ້ານຄວາມໝັ້ນຄົງ ໃນວັນທີສອງການສົນທະນາ ທີ່ເອີ້ນວ່າ Manama ຄັ້ງທີ 14, ໃນປະເທດ ບາຫ໌ເຣນ, ວັນທີ 27 ຕຸລາ 2018.
ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມສຸດຍອດ ດ້ານຄວາມໝັ້ນຄົງ ໃນວັນທີສອງການສົນທະນາ ທີ່ເອີ້ນວ່າ Manama ຄັ້ງທີ 14, ໃນປະເທດ ບາຫ໌ເຣນ, ວັນທີ 27 ຕຸລາ 2018.

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ໄດ້ກ່າວໃນວັນເສົາມື້ນີ້
ວ່າ “ການຄາດຕະກຳ ທ່ານ ຈາມາລ ຄາຊອກກີ ໃນສະຖານທີ່ການທູດນັ້ນ ຕ້ອງເຮັດ
ໃຫ້ພວກເຮົາໝົດທຸກຄົນ ກັງວົນໃຈ.”

“ປະເທດໃດ ທີ່ບໍ່ປະຕິບັດຕາມມາດຕະຖານສາກົນ ແລະການ​ປົກ​ຄອງ​ດ້ວຍຕົວບົດ
ກົດໝາຍ ກໍຈະເປັນການບ່ອນທຳລາຍ ຕໍ່ສະຖຽນລະພາບຢູ່ຂົງເຂດນັ້ນ ໃນເວລາ
ທີ່ຂົງເຂດນີ້ ຕ້ອງການມັນຫຼາຍທີ່ສຸດ”
ນັ້ນແມ່ນຄຳເວົ້າຂອງທ່ານແມັດຕິສ ທີ່ໄດ້ກ່າວ
ຢູ່ໃນຄຳເຫັນ ທີ່ໄດ້ຖືກຕຽມໄວ້ ສຳລັບ ກອງປະຊຸມ ການສົນທະນາ ປະຈຳປີ ດ້ານຄວາມ
ໝັ້ນຄົງ ທີ່ມີຊື່ວ່າ Manama ຢູ່ ປະເທດບາຫ໌ເຣນ.

ລັດຖະມົນຕີປ້ອງກັນປະເທດ ສະ​ຫະ​ລັດ ໄດ້ກ່າວອີກວ່າ ລັດຖະມົນຕີ ວ່າການຕ່າງ
ປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ຍົກເລີກວີຊາ ຂອງພວກເຈົ້າໜ້າທີ່ ຊາອຸດີ ໄປແລ້ວ
ບາງສ່ວນ ແລະ ວ່າ “ຈະເອົາມາດຕະການເພີ້ມຕື່ມອີກ” ຕໍ່ພວກຄົນທີ່ມີສ່ວນຮັບຜິດຊອບ.

ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ ກ່າວ​ຄຳ​ປາ​ໄສ​ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາຫ​ເຣນ. 1 ກຸມ​ພາ, 2015.
ນັກ​ຂ່າວ ຊາ​ອຸ​ດີ ອາ​ຣາ​ເບຍ ທ່ານ ຈາ​ມາ​ລ ຄາ​ຊອກ​ກີ ກ່າວ​ຄຳ​ປາ​ໄສ​ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາຫ​ເຣນ. 1 ກຸມ​ພາ, 2015.

ໃນຂະນະທີ່ ອົງການຂ່າວຂອງສະຫະລັດ ລາຍງານ ກ່າວວ່າ ທ້າວຊາລາ ບິນ ຈາມາລ
ຄາຊອກກີ ລູກຊາຍ ຂອງນັກຂ່າວທີ່ຖືກຂ້າຕາຍ ຢູ່ໃນກົງສຸນຂອງ ຊາອຸດີ ອາຣາເບຍ
ປະຈຳ ນະຄອນ ອິສຕັນບູລ ນັ້ນ ກໍໄດ້ເດີນທາງໄປຮອດ ສະຫະລັດ ແລ້ວ.

ການຖືສອງສັນຊາດ ສະຫະລັດ ແລະຊາອຸດີ ອາຣາເບຍ ໄດ້ຖືກຫ້າມບໍ່ໃຫ້ເດີນທາງ
ໂດຍ ລັດຖະບານ ຊາອຸດີ ຈົນເຖິງຕົ້ນສັບປະດານີ້. ການຈຳກັດດັ່ງກ່າວ ຕໍ່ໜັງສືເດີນ
ທາງ ຂອງທ້າວ ຊາລາ ຄາຊອກກີ ໄດ້ຖືກຍົກເລີກ ຫຼັງຈາກໄດ້ມີພາບ ຖ່າຍຂອງຜູ້ກ່ຽວ
ຈັບມື ກັບເຈົ້າຟ້າຊາຍ ຊາອຸດີ ແລະ ກະສັດ ຊາມານ ໃນວັນ ອັງຄານຜ່ານມານີ້. ເຄືອ
ຂ່າຍອົງການຂ່າວ CNN ໄດ້ລາຍງານ ໃນວັນ ສຸກວານນີ້ ວ່າ ທ້າວ ຊາລາ ຄາຊອກກີ
ໄດ້ເດີນທາງມາຮອດ ສະຫະລັດ ເຖິງແມ່ນວ່າ ສະຖານທີ່ບ່ອນຢູ່ຂອງຜູ້ກ່ຽວ ຈະບໍ່ຊັດ
ເຈນກໍຕາມ.

ສ່ວນກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ ທ່ານ ລັດຖະມົນຕີ ພອມພຽວ
ໄດ້ມີຄວາມ “ເພິງພໍໃຈ” ຕໍ່ການຍົກເລີກຂໍ້ຈຳກັດການເດີນທາງນັ້ນ. ທ່ານ ພອມພຽວ
ໄດ້ຮຽກຮ້ອງໄປຍັງ ຊາອຸດີ ຈົ່ງອະນຸຍາດໃຫ້ ທ້າວ ຊາລາ ຄາຊອກກີ ເດີນທາງອອກ
ຈາກປະເທດ.

ໃນຂະນະດຽວກັນ ອົງການຂ່າວຂອງທາງການເທີກີ ກ່າວວ່າ ເທີກີ ໄດ້ຂໍໃຫ້ສົ່ງພວກ
ຜູ້ຊາຍ 18 ຄົນ ທີ່ໄດ້ຖືກຈັບກຸມຢູ່ໃນຊາອຸດີ ອາຣາເບຍ ທີ່ມີສ່ວນກ່ຽວພັນກັບ ການສັງ
ຫານນັ້ນ ມາໃຫ້ຕົນ.

ໃນວັນສຸກວານນີ້ ປະທານາທິບໍດີ ເທີກີ ທ່ານ ຣີເຊັບ ໄຕຢິບ ເອີດູອານ ຮຽກຮ້ອງໃຫ້
ຊາອຸດີ ອາຣາເບຍ ເປີດເຜີຍສະຖານທີ່ບ່ອນຢູ່ຂອງສົບ ທ່ານ ຄາຊອກກີ ແລະຊື່ຂອງ
“ພວກຮ່ວມມືປະຕິບັດການໃນທ້ອງຖິ່ນ” ຜູ້ທີ່ປາກົດວ່າ ໄດ້ກຳຈັດສົບຂອງ ທ່ານ
ຄາຊອກກີ ຫຼັງຈາກທີ່ລາວໄດ້ຖືກຂ້າຕາຍ ຢູ່ໃນກົງສຸນຂອງ ຊາອຸດີ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG