ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລມຕ ປ້ອງກັນປະເທດ ສຫລ ຢ້ຽມຢາມ ອີຣັກ ທ່າມກາງ ການຂັບໄລ່ ກຸ່ມລັດອິສລາມ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ James Mattis ຫລຽວອອກໄປເບິ່ງນະຄອນ Kabul ໃນຂະນະທີ່ທ່ານເດີນ ທາງດ້ວຍເຮລິຄອບເຕີ ໄປກອງບັນຊາການທະຫານ ໃນນະຄອນຫຼວງ Kabul ຂອງ Afghanistan.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ James Mattis ຫລຽວອອກໄປເບິ່ງນະຄອນ Kabul ໃນຂະນະທີ່ທ່ານເດີນ ທາງດ້ວຍເຮລິຄອບເຕີ ໄປກອງບັນຊາການທະຫານ ໃນນະຄອນຫຼວງ Kabul ຂອງ Afghanistan.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ Jim Mattis ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ມື້ວັນ​ຂອງພວກ​ລັດ​ອິສລາມກຳລັງມີ “ໜ້ອຍ​ລົງ​ໄປ​ເລື້ອຍໆ” ​ໃນ​ຂະນະ​ທີ່​ຕ້ອງໄດ້ລະມັດ
ລະວັງ​ວ່າ ການ​ຜາບແພ້​ກຸ່ມ​ຫົວຮຸນ​ແຮງນີ້​ຍັງ​ບໍ່​ທັນມອງເຫັນ​ວ່າຈະເກີດ​ຂຶ້ນ​ໂດຍໄວ.

ທ່ານ Mattis ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ກ່ອນ​ບິນ​ໄປ​ນະຄອນ Baghdad ​ໃນ​ການ​ຢ້ຽມ
ຢາມ​ທີ່​ບໍ່​ບອກ​ກ່ອນ​ລ່ວງໜ້າ ​ເພື່ອ​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ລັດຖະບານ​ອີຣັກ ​ແລະບັນ​ດາ
​ຜູ້​ບັນຊາ​ການ​ທະຫານ​ສະຫະລັດ.

ຢູ່​ໃນ​ການ​ພົບ​ປະກັນນັ້ນ ຫົວໜ້າ​ທຳນຽບຫ້າ​ແຈ ໄດ້​ຄາດ​ໝາຍ​ວ່າຈະ​ສົນທະນາ​ເຖິງຍຸດ
​ທະ​ສາດ​ອານາ​ຄົດ ​ເພື່ອ​ສ້າງໃຫ້​ອີ​ຣັກມີ​ຄວາມທຸ່ນ​ທ່ຽງ.

ທ່ານ Mattis ກ່າວ​ວ່າ “ມັນ​ຈະ​ບໍ່​ເກີດ​ຂຶ້ນພາຍໃນ​ຂ້າມ​ຄືນ. ມັນ​ຈະ​ເປັນ​ພາລະອັນໜັກ
ໜ່ວງໄປ​ໃນຂ້າງໜ້າ​ສຳລັບ​ເຂົາ​ເຈົ້າ.”

ກຳລັງ​ສະຫະລັດ ​ໄດ້​ນຳພາ​ບັນດາ​ປະ​ເທດ​ແນວ​ໂຮມ ປະຕິບັດ​ງານ​ການໂຈມ​ຕີ ​ແລະ​
ການ​ປະຕິບັດ​ງານຕ່າງໆ​ທາງ​ທະຫານ ​ໃນ​ການ​ສະໜັບສະໜູນ​ທະ​ຫານ​ອີຣັກ ນັບ​ແຕ່​
ເດືອນ​ສິງຫາ​ປີ 2014 ມາ ບໍ່​ເທົ່າ​ໃດ​ເດືອນ​ ຫລັງ​ຈາກ​ພວກ​ນັກ​ລົບ​ລັດ​ອິສລາມ​ໄດ້​ກວດ​
ລ້າງ​ຜ່ານ​ຂົ​ງ​ເຂດ​ກວ້າງ​ໃຫຍ່ ຂອງ​ພາກ​ເໜືອ ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ. ກຳລັງ
​ທະຫານ​ອີຣັກ​ໄດ້ຮັບ​ໄຊຊະນະ​ຄັ້ງ​ສຳຄັນ​ໃນ​ເດືອນກໍລະກົດຜ່ານມາ ​ໂດຍ​ການ​ຍຶດ​ເມືອງ
Mosul ຄືນ​ມາໄດ້ ບ່ອນທີ່​ເປັນ​ເມືອງ​ໃຫຍ່​ທີ​ສອງ​ຂອງ​ປະ​ເທດ.

​ໃນ​ວັນ​ອາທິດ​ທີ່​ຜ່ານ​ມານີ້ ທະຫານ​ອີຣັກ​ໄດ້​ເລີ້ມ​ທຳ​ການ​ໂຈມ​ຕີ ​ເພື່ອຍຶດເອົາ​ເມືອງ
Tal Afar ຄືນ​ມາ ທີ່​ເປັນ​ຂົງ​ເຂດ​ປະມານ 60 ກິ​ໂລ​ແມັດ ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ Mosul​.

ປະທານາທິບໍດີຂອງຊາວເຄີດ ໃນອີຣັກ ທ່ານ Massoud Barzani ກ່າວ ໃນລະຫວ່າງການໃຫ້ສຳພາດ ແກ່ພວກນັກຂ່າວ ຂອງຣອຍເຕີ.
ປະທານາທິບໍດີຂອງຊາວເຄີດ ໃນອີຣັກ ທ່ານ Massoud Barzani ກ່າວ ໃນລະຫວ່າງການໃຫ້ສຳພາດ ແກ່ພວກນັກຂ່າວ ຂອງຣອຍເຕີ.

ແນ​ວ​ໂຮມ​ສະຫະລັດ ຍັງ​ພະຍາຍ​າມສະໜັບສະໜູນ ທີ່​ຈະ​ຂັບ​ໄລ່​ພວກລັດ​ອິສລາມ​ອອກ​
ໄປຈາກ​ຫລາຍໆ​ເຂດ ທີ່​ເຂົາ​ເຈົ້າຄວບ​ຄຸມຢູ່​ໃນ​ປະ​ເທດ​ເພື່ອນບ້ານ​ຊີ​ເຣຍ ຮວມທັງ​ນະຄອນຫລວງທີ່​ຕັ້ງ​ໃໝ່ຂອງ​ເມືອງ Raqqa ນຳ.

ທ່ານ Mattis ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ເນັ້ນ​ໜັກ​ເຖິງ​ການ​ໂຈມ​ຕີ​ທາງ​ທະຫານ​ຢູ່​ກາງ​ຮ່ອມ
​ພູ Eupharates ທີ່​ເປັນ​ເຂດ​ລັດ​ອິສລາມ​ຄວບຄຸມຍື່ນ​ອອກ​ໄປ​ຕາມ​ແມ່​ນໍ້າ Euphrates
ພາກ​ໃຕ້​ຂອງ​ເມືອງ Raqqa ຈາກເຂດ Der el-Zour ລົງ​ໄປ​ຫາ​ຊາຍ​ແດນ​ອີຣັກ.

US Iraq
please wait
Embed

No media source currently available

0:00 0:00:35 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG