ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແມັດຕິສ ພວມຢ້ຽມຢາມ ເອເຊຍອາຄະເນ ທ່າມກາງ ການເພັ່ງເລັງ ຄັ້ງໃໝ່ ໃສ່ຈີນ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດ​ຕິ​ສ.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດ​ຕິ​ສ.

ບໍ່​ພໍ​ເທົ່າໃດ​ມື້​ຫລັງ​ຈາກ​ເປີດ​ເຜີ​ຍຍຸດ​ທະ​ສາດ​ໃໝ່​ຂອງ​ທຳນຽບຫ້າ​ແຈທີ່​ໃຫ້​ບູລິມະສິດ
​ພູມ​ສາດ​ການ​ເມື​ອງ ໃນການ​ແຂ່ງ​ກັບ​ຈີນ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດທ່ານ​ຈິ​ມ ​ແມັດ
​ຕິ​ສ ກຳລັງ​ມີ​ໂອກາດ​ຈັດຕັ້ງປະຕິບັດ.

ທ່ານ​ແມັດ​ຕິ​ສ ຢູ່ທີ່​ນະຄອນຫລວງ​ຈາ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ບ່ອນ​ຢຸດແວ່​ແຫ່ງ
ທຳ​ອິດໃນ​ການ​ເດີ​ນທາງ​ນຶ່ງ​ອາທິດ ທີ່​ຍັງ​ຈະ​ນຳພາ​ທ່ານ​ໄປ​ຫວຽດນາມ. ທັງ​ສອງ​ປະ​ເທດ
ກຳລັງ​ສ້າງ​ກອງທັບ​ສະ​ໄໝໃໝ່​ເຂົາ​ເຈົ້າ ​ແລະ​ໄດ້​ຕີຕ້ານ​ການ​ຂະຫຍາຍໃນການ​ອ້າງ​ເອົາ​ກຳມະສິດ​ຂອງ​ຈີນ.

​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ທ່ານ​ແມັດ​ຕິ​ສ ​ໄດ້​ເປີ​ດ​ເຜີຍ​ຍຸດ​ທະ​ສາດ​ການປ້ອງ​ກັນປະເທດ​ແຫ່ງ
ຊາດ ທີ່​ກ່າວເຖິງ​ຄວາມ​ພະຍາຍາມ​ໃໝ່ ​ເພື່ອ​ຫັນປ່ຽນ​ຄວາມ​ສົນ​ໃຈ​ໄປຈາກ​ການ​ກໍ່​ການ​
ຮ້າຍ ​ສູ່ອັນ​ທີ່ຍຸດທະສາດ​ຮ້ອງ​ວ່າ “​ການ​ແຂ່ງຂັນທາງດ້ານອຳນາດ​ທີ່​ຍິ່ງ​ໃຫຍ່” ກັບ​ຈີນ ​
ແລະຣັດ​ເຊຍ.

ທ່ານ​ແມັດ​ຕິ​ສ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຢູ່​ເທິງ​ເຮືອບິນ​ໄປ​ນະຄອນ​ຈາ​ກາ​ຕ້າ​ວ່າ “ອັນ​ທີ່​
ພວກ​ເຮົາ​ກຳລັງ​ຊອກ​ຫາ​ກໍ​ຄື​ໂລກ ບ່ອນ​ທີ່​ພວກ​ເຮົາ​ແກ້​ໄຂ​ບັນ​ຫາ ​ແລະ​ພວກ​ເຮົາ​ບໍ່​ທຳ
ລາຍ​ຄວາມ​ເຊື່ອ​ຖື ພວກ​ເຮົາ​ບໍ່​ສ້າງ​ຄ້າຍທະຫານ​ຢູ່​ກາງ​ນ່ານ​ນໍ້າ​ສາກົນ ​ພວກ​ເຮົາ​ບໍ່​ຮຸກ​
ຮານປະເທດ​ອື່ນໆ ​ໃນ​ກໍລະນີຂອງຣັດ​ເຊຍ.”

ລັດຖະບານ​ປະທານາທິບໍດີ​ໂອ​ບາ​ມາ ຍັງ​ໄດ້​ພະຍາຍາມສ້າງຄວາມ​ກໍ້​າ​ເກິ່ງ​ທາງດ້ານທະ
ຫານ ​ແລະ​ການ​ພົວພັນ​ດ້ານ​ເສດຖະກິດ​ ໄປ​ສູ່ເຂດ​ປາຊິ​ຟິກ​ ໃນອັນທີ່​ປາກົດວ່າເ​ພື່ອຕອບ​
ໂຕ້​ຕໍ່ອິດທິພົນທີ່​ມີເພີ້ມຂຶ້ນແລະການ​ອ້າງກຳມະສິດຂອງຈີນ.

​ແຕ່​ການ​ຫັນປ່ຽນ​ດັ່ງກ່າວ ໄດ້ເກີດຄວາມ​ສັບສົນ​ ຍ້ອນມີການຂະຫຍາຍຕົວຂອງ​ກຸ່ມລັດ​
ອິສລາມ ​ແລະ​ການ​ຂົ່ມຂູ່ ​ຈາກອາວຸດນິວ​ເຄລຍ ​ແລະ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ
ຂອງ​ເກົາຫຼີ​ເໜືອ ​ແລະ​ຫລາຍໆ​ບັນຫາທ້າທາຍຂອງ​ໂລກທີ່​ຍັງມີຢູ່ຕໍ່ມາ.

​ເລື່ອງເກົາ​ຫຼີ​ເໜືອ ຈະ​ຖືກຍົກ​ຂຶຶ້ນມາ​ສົນທະນາກັນ ໃນການຫາລືຂອງ​ທ່ານ​ຢູ່​ຫວຽດນາມ
​ແລະ​ອິນ​ໂດ​ເນ​ເຊຍ ທີ່​ທ່ານ​ແມັດ​ຕິ​ສ​ໄດ້​ຮັບຮູ້ນັ້ນ.

ທະເລຈີນໃຕ້.

ການຕໍ່ຕ້ານການ​ກໍ່​ການ​ຮ້າຍ ​ແລ​ະກຸ່ມລັດອິສລາມ ກໍມີທ່າທາງວ່າຈະເປັນຈຸດເພັ່ງເລັງຢູ່
ອິນ​ໂດ​ເນ​ເຊຍ ປະ​ເທດ​ທີ່​ມີ​ຊາວ​ມຸສລິ​ມຫຼາຍ​ທີ່​ສຸດໃນ​ໂລກ. ປະເທດ ດັ່ງກ່າວຕ້ອງໄດ້​ປະ
​ເຊີນ​ໜ້າ​ກັບຊາວອິນໂດເນເຊຍຫລາຍ​ຮ້ອຍ​ຄົນ​ ​ທີ່​ໄດ້​ສູ້​ລົບ​ກັບ​ກຸ່ມລັດ​ອິສລາມ ຢູ່​ໃນ​ຊີ​
ເຣຍ ​ແລະ​ອີຣັກ ທີ່ເດີນທາງກັບຄືນປະເທດ.

ຈຸດເພັ່ງເລັງ​ທີ່​ສຳ​ຄັນ​ຂອງ​ການ​ເດີນທາງ​ຈະ​ແມ່ນ​ທະ​ເລ​ຈີນ​ໃຕ້ ບ່ອນ​ທີ່ຈີນ​ສ້າງ​ຄ້າຍທະ
ຫານ​ແລະ​ສະຖານທີ່ຕ່າງໆ ທີ່ບໍ່​ສົນ​ໃຈກັບ​ການ​ອ້າງ​ເອົາ​ກຳມະສິດຂອງ​ບັນດາ​ປະ​ເທດ​
ເພື່ອນ​ບ້ານ​ທີ່​ນ້ອຍ​ກວ່າຕົນ.

ສະມາຊິກໜ່ວຍຍາມຝັ່ງຈີນ ກຳລັງເຂົ້າມາຫາ ເຮືອຫາປາຟິລິບປີນ.
ສະມາຊິກໜ່ວຍຍາມຝັ່ງຈີນ ກຳລັງເຂົ້າມາຫາ ເຮືອຫາປາຟິລິບປີນ.

ທ່ານ​ແມັດ​ຕິ​ສ ກ່າວ​ວ່າ “ບັນ​ດາ​ປະ​ເທດ​ນ້ອຍ ສົມຄວນ​ໄດ້​ຮັບ​ການ​ນັບຖື​ເ​ຊັ່ນ​ກັນ ​ໃຫ້
ຄວາມ​ນັບຖື ຄື​ກັນກັບປະ​ເທດ​ທີ່​ໃຫຍ່​ກວ່າ. ທຸກໆ​ປະ​ເທດ​ມີ​ຄວາມສຳ ຄັນ ​ແລະ​ບໍ່ຄວນ
ຖືກຄຸກຄາມ ຫລື​ທຳ​ລາຍ​ຄວາມ​ເຊື່ອ​ຖື​ຂອງປະເທດ​ອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG