ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis ໄດ້ກ່າວວ່າ ສະຫະລັດພ້ອມ
ດ້ວຍຍຸດທະສາດໃໝ່ ເພື່ອທັບມ້າງສະພາບການບໍ່ໄປບໍ່ມາ ກັບພວກກະບົດຕາລີບານນັ້ນ ຈະບໍ່ລົດລະໃນການຕໍ່ສູ້ ຢູ່ອັຟການິສຖານ.
ທ່ານ Mattis ໄດ້ກ່າວໃນຂະນະທີ່ທ່ານຢ້ຽມຢາມ ນະຄອນຫຼວງ Kabul ໃນວັນພຸດ
ວານນີ້ ວ່າ “ໂດຍການມີຍຸດທະສາດໃໝ່ທີ່ອີງຕາມເງຶື່ອນໄຂໃນເຂດເອເຊຍໃຕ້ນັ້ນ ພວກເຮົາຈະມີທ່າທີທີ່ດີຂຶ້ນກວ່າເກົ່າ ເພື່ອໃຫ້ການສະໜັບສະໜູນ ໃນຂະນະທີ່
ກຳລັງຂອງອັຟການິສຖານ ຕ່າວປີ້ນສະພາບການ ຕໍ່ຕ້ານພວກກໍ່ການຮ້າຍ.
ພວກເຮົາຈະບໍ່ປະຖິ້ມອັຟການິສຖານ ໃຫ້ພວກສັດຕູທີ່ໂຫດຫ້ຽມ ທີ່ພະຍາຍາມ
ເຂັ່ນຂ້າ ຈົນພວກເຂົາໄດ້ກຳອຳນາດ.”
ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກທີ່ທ່ານໄດ້ໄປຮອດໄປເຖິງ ສະໜາມບິນນະຄອນ Kabul ກໍຖືກ
ໂຈມຕີດ້ວຍລູກສອນໄຟ ທີ່ຍັງຜົນໃຫ້ມີຜູ້ນຶ່ງເສຍຊີວິດ ແລະບາດເຈັບອີກຫຼາຍຄົນນັ້ນ.
ພວກກະບົດຕາລີບານ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບທີ່ວ່ານີ້ ໂດຍກ່າວວ່າ
ການໂຈມຕີດັ່ງກ່າວແມ່ນແນໃສ່ເຮືອບິນຂອງທ່ານ Mattis. ກຸ່ມລັດອິສລາມກໍໄດ້ອ້າງ
ເອົາຄວາມຮັບຜິດຊອບ ເຊັ່ນກັນ.
ທ່ານ Mattis ບໍ່ໄດ້ຢູ່ໃກ້ສະໜາມບິນ ເວລາມີການໂຈມຕີ.
ເລຂາທີການໃຫຍ່ຂອງອົງການເນໂຕ ທ່ານ Jens Stoltenberg ຜູ້ຊຶ່ງຢູ່ໃນນະຄອນ Kabul ເຊັ່ນດຽວກັນ ກໍໄດ້ໃຫ້ການຢືນຢັນ ເຖິງໝາຍໝັ້ນຂອງອົງການເນໂຕ ພ້ອມທັງຕໍ່ອັຟກາ
ນິສຖານ ນຳດ້ວຍ.
ແຜນການຂອງປະທານາທິບໍດີ ດໍໂນລ ທຣຳ ກ່ຽວກັບອັຟການິສຖານ ທີ່ໄດ້ປະກາດໄປ
ໃນເດືອນແລ້ວນີ້ ມອງເຫັນເຖິງການມີບົດບາດຫຼາຍຂຶ້ນ ຂອງບັນດາປະເທດທີ່ສຳຄັນໆ
ໃນຂົງເຂດ ຊຶ່ງຮວມທັງອິນເດຍ ນຳ.
ນະຄອນ Kabul ເປັນບ່ອນຢຸດແວ່ແຫ່ງທີ 2 ສຳຫຼັບທ່ານ Mattis ໃນການຢ້ຽມຢາມ
ເອເຊຍໃຕ້ ທີ່ເລີ່ມຕົ້ນ ທີ່ນະຄອນ New Delhi.
ໃນການຢຸດແວ່ຂອງທ່ານທີ່ນະຄອນຫຼວງຂອງອິນເດຍ ທ່ານ Mattis ໄດ້ສັນລະເສີນ
ການປະກອບສ່ວນຂອງອິນເດຍ ທີ່ “ມີຄຸນຄ່າ” ເຂົ້າໃນອັຟການິສຖານ ແລະຍິນດີຕໍ່
“ຄວາມພະຍາຍາມທີ່ຈະສົ່ງເສີມປະຊາທິປະໄຕ, ສະຖຽນລະພາບ ແລະຄວາມ
ປອດໄພໃນອັຟການິສຖານ.”
ຄູ່ຕຳແໜ່ງຂອງທ່ານ ກໍຄືລັດຖະມົນຕີປ້ອງກັນປະເທດ ອິນເດຍ ທ່ານນາງ Nirmala Sitharaman ໄດ້ໃຫ້ຄວາມໝາຍໜັ້ນວ່າ ຈະເສີມຂະຫຍາຍການຮ່ວມມືກັບ Kabul
ແຕ່ບໍ່ໄດ້ ບອກວ່າ ຈະສົ່ງກອງກຳລັງອິນເດຍ ໄປຍັງທີ່ນັ້ນ ແຕ່ຢ່າງໃດ.