ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mattis ກ່າວວ່າ ການສ້າງຄ້າຍ ຢູ່​ເກາະ​ທຽມ ​ຂອງ​ຈີນ ເປັນ​ທີ່ຮັບ​ເອົາ​ບໍ່​ໄດ້


ລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ James Mattis ກ່າວທີ່ກອງປະຊຸມຄວາມໝັ້ນຄົງ Shangri-La ທີ່ສິງກະໂປ.
ລັດຖະມົນຕີປ້ອງກັນປະເທດ ສຫລ ທ່ານ James Mattis ກ່າວທີ່ກອງປະຊຸມຄວາມໝັ້ນຄົງ Shangri-La ທີ່ສິງກະໂປ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ James Mattis ​ໄດ້​ຕົບມືຊົມ​ເຊີຍ ໃນ​
ຄວາມ​ພະຍາຍາມ​ຂອງ​ຈີນ ທີ່​ຈະ​ປະຕິບັດ​ງານຮ່ວມ​ກັບ​ປະຊາ​ຄົມ​ສາກົນ ກ່ຽວ​ກັບ​ເກົາ
ຫຼີ​ເໜືອ ຢູ່​ທີ່ກອງ​ປະຊຸມຄວາມ​ໝັ້ນ​ຄົງ​ປະຈຳ​ປີ​ທີ່​ສິງກະ​ໂປໃນ​ວັນ​ເສົາມື້​ນີ້. ​ແຕ່​ວ່າ​ເວ
​ລາ​ເວົ້າ​ເຖິງ​ເລື່ອງ​ທະ​ເລ​ຈີນ​ໃຕ້​ແລ້ວ ທ່ານ​ໄດ້​ຮ້ອງ​ການ​ ​ສ້າງ​ເກາະ​ທຽມ​ໃຫ້​ກາຍ​ເປັນ​ຄ້າຍທະຫານ ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ຂອງ​ຈີນທີ່​ນັ້ນ ​ແລະການບໍ່​ເຄົາລົບ​ກົດ​ລະບຽບ​ສາ
ກົນນັ້ນ​ວ່າ ​ເປັນ​ທີ່ຮັບ​ເອົາ​ບໍ່​ໄດ້.

ທ່ານ Mattis ກ່າວ​ຢູ່​ໃນ​ຄຳ​ປາ​ໄສ​ຕໍ່​ບັນດາ​ຜູ້ຕາງໜ້າ ​ແລະ​ສື່​ມວນ​ຊົນ​ຢູ່​ທີ່​ກອງ ປະຊຸມ
​ຄວາມ​ໝັ້ນຄົງ Shangri-La ວ່າ “ພວກ​ເຮົາ​ບໍ່​ສາມາດ​ຮັບ​ເອົາໄດ້ ການ​ກະທຳ​ຂອງຈີນ
ທີ່​ມີ​ຜົນກະທົບ ​ຕໍ່​ຜົນ​ປະໂຫຍ​ດຂອງ​ປະຊາ​ຄົມ​ສາກົນ ບ່ອນທຳ ລາຍຕໍ່​ພື້ນຖານ​ກົດ​ລະ
ບຽບທີ່ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ທຸກໆ​ປະ​ເທດທີ່​ເຂົ້າຮ່ວມໃນ​ກອງ​ປະຊຸ​ມມື້ນີ້ ​ຮວມທັງແລະ
​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ຈີນ​.”

ທ່ານ​ກ່າວ​ວ່າ​ ໃນ​ຂະນະ​ທີ່​ການ​ແຂ່ງຂັນ​ລະຫວ່າງ ສອງປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​
ສຸດຂອງ​ໂລກກຳລັງທີ່​ຈະ​ເກີດ​ຂຶ້ນ​ນັ້ນ ເປັນການ​ຂັດ​ແຍ້​ງ​ບໍ່ແມ່ນວ່າຈະ​ຫລີກ​ລ່ຽງບໍ່​ໄດ້.

ທ່ານ​ກ່າວ​ໂດຍ​ໃຫ້​ຂໍ້​ສັງ​ເກດ​ ກ່ຽວ​ກັບການສ້າງຫົວ​ຫາດທຽມ ຂອງ​ກອງທັບ​ຈີນແມ່ນ
ມີ​ຄວາມ​ແຕກ​ຕ່າງ​ໄປ​ຈາກ​ບັນດາ​ປະ​ເທດ​ອື່ນໆ​ທີ່​ໄດ້​ກະທຳ​ມາຊຶ່ງ​ທ່ານ​ເວົ້າວ່າ “ການ
ກໍ່ສ້າງ​ເກາະ​ທຽມ ​ແລະ​ການ​ສ້າງ​ສະຖານ​ທີ່​ທາງ​ທະຫານ ທີ່​ບໍ່​ສາມາດໂຕ້​ຖຽງ​ໄດ້ຢູ່​ໃນ​
ເຂດນ່ານນ້ຳ​ສາກົນ ​ແມ່ນ​ບ່ອນ​ທຳລາຍ ​ຕໍ່​ຄວາມ​ໝັ້ນຄົງ​ຂອງຂົງ​ເຂດ.”

US Security Policy in Spotlight at Annual Asia Defense Summit
please wait

No media source currently available

0:00 0:01:54 0:00

ທ່ານ Mattis ກ່າວ​ວ່າ ການ​ປະຕິບັດຂອງ​ປັກ​ກິ່ງ ​ແມ່ນ​ແຕກ​ຕ່າງ​ບໍ່​ພຽງ​ແຕ່​ໃນ ກໍ​ລະ​ນີ
ການ​ໃຊ້ທຳ​ມະ​ຊາດເປັນອາວຸດ​ຍຸດ ຢູ່​ເທິງບັນດາ​ເກາະ​ທຽມ​ເທົ່າ​ນັ້ນ ​ແຕ່ ​ຍັງ​ເປັນ​ການ
“​ບໍ່ເຄົາລົບຕໍ່​ກົດໝາຍ​ສາກົນຂອງ​ຈີນ ການ​ບໍ່​ນັບຖື​ຜົນ​ປະ​ໂຫຍ​ດ ຂອງ​ປະ​ເທ​ດອື່ນໆ ​
ແລະ​ຄວາມ​ພະຍາຍາມ​ທີ່​ຈະ​ລົບ​ລ້າງ​ໃນການ​ແກ້​ໄຂຕໍ່​ບັນຫາ ຕ່າງໆດ້ວຍ​ຄວາມ​ສັນຕິ.”

ຜູ້ຄົນນັ່ງເບິ່ງໂທລະພາບກ່ຽວກັບ ລາຍງານການຍິງລູກສອນໄຟເກົາຫລີເໜືອ ທີ່ສະຖານີລົດໄຟໃນ ເກົາຫລີໃຕ້.
ຜູ້ຄົນນັ່ງເບິ່ງໂທລະພາບກ່ຽວກັບ ລາຍງານການຍິງລູກສອນໄຟເກົາຫລີເໜືອ ທີ່ສະຖານີລົດໄຟໃນ ເກົາຫລີໃຕ້.

ນັບ​ແຕ່​ໄດ້​ເຂົ້າກຳ​ຕຳ​ແໜ່​ງ ປະທານາທິບໍດີດໍໂນ​ລ ທຣໍາ ​ໄດ້​ຖື​ເອົາ​ບັນຫາ​ເກົາຫຼີ​ເໜືອ
​ເປັນ​ເລື່ອງທີ່​ສຳຄັນ​ສຸດ ​ແລະ​ຢູ່ໃນ​ຄໍາ​ຖະ​ແຫລ​ງນັ້ນ ທ່ານ Mattis ກໍໄດ້​ສະທ້ອນ​ເຖິງ
ຄວາມ​ເປັນ​ຫ່ວງ​ ທີ່​ລັດຖະບານ​ສະຫະລັດມີ ກ່ຽວ​ກັບ​ໄພ​ຂົ່ມຂູ່​ແລະ​ອັນ​ຕະລາຍ​ທີ່​ຈະ
​ແຈ້ງ ຈາກ​ເກົາຫລີ​ເໜືອ​ ທີ່​ມີ​ຕໍ່​ຂົງ​ເຂດ ​ແລະໄກ​ໄປ​ກວ່າ​ນັ້ນ.

ທ່ານ​ກ່າວ​ວ່າ “ພ້ອມກັບການ​ປະກາດ ​ທີ່​ບໍ່​ມີ​ຄວາມ​ຮັບຜິດຊອບ ໂຄ​ງ​ກາ​ນຂອງ​ເກົາ
ຫລີ​ເໜືອໃນປັດຈຸບັນ ໃຫ້ສັນຍານເຖິງ​ຄວາມ​ຕັ້ງ​ໃຈ ​ຢ່າງຈະແຈ້ງ​ ແມ່ນເພື່ອໃຫ້ໄດ້
ມາຊຶ່ງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຕິດຫົວລະເບີດນິວເຄລຍ ຮວມທັງ​ບັນດາ​ລູກ​ສອນ​
ໄຟ​ໄລຍະ​ຍາວ​ຂ້າມ​ທະ​ວີ​ບ ທີ່​ເປັນໄພ​ຂົ່​ມຂູ່​ໂດຍ​ກົງ ແລະໃນທັນທີຕໍ່ບັນດາ​ພັນທະ
ມິດໃນຂົງ​ເຂດ​ຂອງພວກ​ເຮົາ ​ຕໍ່ພາຄີຂອງພວກ​ເຮົາ ​ແລະ​ຕໍ່ໂລກທັງມວນ.”

ບັນດາເອກອັກຄະລັດຖະທູດ ຢູ່ສະຫະປະຊາຊາດ ພາກັນຍົກມືຢູ່ ສະພາຄວາມໝັ້ນຄົງ ໃນການລົງຄະແນນສຽງຮັບຮອງເອົາຮ່າງຍັດຕິ ລົງໂທດ ເກົາຫລີເໜືອ.
ບັນດາເອກອັກຄະລັດຖະທູດ ຢູ່ສະຫະປະຊາຊາດ ພາກັນຍົກມືຢູ່ ສະພາຄວາມໝັ້ນຄົງ ໃນການລົງຄະແນນສຽງຮັບຮອງເອົາຮ່າງຍັດຕິ ລົງໂທດ ເກົາຫລີເໜືອ.

ຄຳ​ປາໄສທີ່​ໜັກແໜ້ນຂອງທ່ານ ​ແມ່ນໄດ້ກຳຈັດປັດເປົ່າ ການຄາດຄະເນຂອງຜູ້ຄົນ
ຈຳນວນ​ນຶ່ງທີ່​ວ່າ ລັດຖະບານທຣຳ ໄດ້ມິດ​ງຽບ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້ ​ເພື່ອ​ແລກປ່ຽນ
​ໃນ​ການ​ຮ່ວມ​ມື​ຂອງຈີນຮັບມື​ກັບ​ພຽງ​ຢາງ. ທ່ານ Mattis ກ່າວ​ວ່າ​ຜົນ​ປະໂຫຍ​ດຂອງ​
ພັນທະ​ມິດສະຫະລັດ ຈະ​ບໍ່​ຖືກ​ນຳ​ໃຊ້​ ເປັນ​ເຄື່ອງ​ຕໍ່​ລອງ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

US Asia Security
please wait
Embed

No media source currently available

0:00 0:02:10 0:00

XS
SM
MD
LG