ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸ ເຮີຣິເຄນ Matthewໃນ ສະຫະລັດ ໄດ້ອ່ອນກຳລັງລົງແລ້ວ


ເຈົ້າໜ້າທີ່ຈຳຫຼວດຄົນໜຶ່ງຍ່າງຜ່ານຊາກຫັກພັງຂອງເຮືອນທີ່ຖືກພັດໂດຍພາຍຸເຮີຣິເຄນ Matthew ຫຼັງຈາກມັນໄດ້ພັດທະລົ່ມຊຸມຊົນຫາດຊາຍນ້ອຍ Edisto, ລັດ South Carolina, 8 ຕຸລາ, 2016.
ເຈົ້າໜ້າທີ່ຈຳຫຼວດຄົນໜຶ່ງຍ່າງຜ່ານຊາກຫັກພັງຂອງເຮືອນທີ່ຖືກພັດໂດຍພາຍຸເຮີຣິເຄນ Matthew ຫຼັງຈາກມັນໄດ້ພັດທະລົ່ມຊຸມຊົນຫາດຊາຍນ້ອຍ Edisto, ລັດ South Carolina, 8 ຕຸລາ, 2016.

ພາຍຸທີ່ກ່ອນໜ້ານີ້ ຮູ້ຈັກກັນວ່າພາຍຸເຮີຣິເຄນ Matthew ໄດ້ສູນເສຍສະຖານະພາຍຸເຮີ ຣິເຄນແລ້ວ, ແລະໄດ້ອ່ອນກຳລັງລົງເປັນພາຍຸໄຊໂຄລນລະດູຮ້ອນ ໃນຂະນະທີ່ມັນໃກ້ຈະ ສິ້ນສຸດການພັດທະລົ່ມທີ່ແກ່ຍາວເຖິງໜຶ່ງສັບປະດາຜ່ານໝູ່ເກາະໃນທະເລ ຄາຣິບຽນ ແລະ ຕາມຊາຍຝັ່ງມະຫາສະໝຸດອັດລັງຕິກຂອງ ສະຫະລັດ ທີ່ໄດ້ເຮັດໃຫ້ປະຊົນເກືອບ 1,000 ຄົນເສຍຊີວິດ, ສ່ວນໃຫຍ່ແມ່ນຢູ່ໃນປະເທດ Haiti.

ນອກນັ້ນພາຍຸດັ່ງກ່າວຍັງໄດ້ພັດຊຸມຊົນຫຼາຍແຫ່ງແປນກ້ຽງ ແລະ ໄດ້ທຳລາຍເຄື່ອງປູກ ຂອງຝັງໃນປະເທດ Dominican Republic, Jamaica, Cuba ແລະ Bahamas.

ຫ້ອງການຂອງປະທານາທິບໍດີ Jocelerme Privet ໄດ້ກ່າວວ່າ ເຮຕິ ໄດ້ປະກາດວັນໄວ້ ອາໄລແຫ່ງຊາດ 3 ວັນ, “ໃນຄວາມເປັນນ້ຳໜຶ່ງໃຈດຽວກັນ” ກັບບັນດາຜູ້ປົກຄອງ ແລະ ໝູ່ເພື່ອນຂອງຜູ້ຖືກເຄາະຮ້າຍຈາກພາຍຸ Matthew ແລະ ຜູ້ທີ່ອາໄສຢູ່ໃນພາກພື້ນຜູ້ທີ່ ທຸກທໍລະມານຈາກຜົນກະທົບຂອງພາຍຸເຮີຣິເຄນດັ່ງກ່າວ.

ປະຊາຊົນຍ່າງຜ່ານຖະໜົນຂ້າງເຮືອນທີ່ຖືກທຳລາຍ ຫຼັງຈາກພາຍຸເຮີຣິເຄນ Matthew ໄດ້ພັດຜ່ານເມືອງ Jeremie, ປະເທດ ເຮຕີ. 5 ຕຸລາ, 2016.
ປະຊາຊົນຍ່າງຜ່ານຖະໜົນຂ້າງເຮືອນທີ່ຖືກທຳລາຍ ຫຼັງຈາກພາຍຸເຮີຣິເຄນ Matthew ໄດ້ພັດຜ່ານເມືອງ Jeremie, ປະເທດ ເຮຕີ. 5 ຕຸລາ, 2016.

ພາຍຸ Matthew ກຳລັງເຄື່ອນຂຶ້ນມາທາງພາກຕາເວັນອອກສຽງເໜືອ ຜ່ານເຂດ Outer Banks ຂອງລັດ North Carolina ດ້ວຍຄວາມແຮງຂອງລົມ 120 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງເປັນລະດັບຄວາມແຮງເຄິ່ງໜຶ່ງຂອງສັບປະດາທີ່ຜ່ານມາ, ແຕ່ມັນກໍຍັງແຮງພໍສຳລັບ ນັກອຸຕຸນິຍົມ ສະຫະລັດ ທີ່ຈະສືບຕໍ່ໃຫ້ຄຳເຕືອນ ກ່ຽວກັບ ອັນຕະລາຍຂອງພາຍຸດັ່ງກ່າວ.

ນ້ຳຖ້ວມຢ່າງແຮງ ແລະ ໄຟຟ້າມອດ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍຮ້ອຍພັນຄົນທີ່ອາ ໄສຢູ່ຕາມຊາຍຝັ່ງພາກຕາເວັນອອກຂອງ ສະຫະລັດ ຈາກພາກເໜືອລັດ Florida ຫາລັດ ເວີຈິເນຍ, ມີຢ່າງໜ້ອຍ 15 ຄົນໄດ້ເສຍຊີວິດຍ້ອນພາຍຸດັ່ງກ່າວ, ອີງຕາມລາຍງານຂອງ ຊື່ມວນຊົນໃນຕອນເຊົ້າຂອງວັນອາທິດວານນີ້.

ຜູ້ປົກຄອງລັດ North Carolina ທ່ານ Pat McCrory ໄດ້ກ່າວວ່າ “ລັດຂອງພວກເຮົາ ກຳລັງປະເຊີນໜ້າກັບຄວາມເສຍຫາຍຄັ້ງໃຫຍ່ ແລະ ໂສກເສົ້າຕື່ມອີກ, ພວກເຮົາສູນ ເສຍຊີວິດຂອງຜູ້ຄົນຫຼາຍຄົນ.”

ພາຍຸ Matthew ແມ່ນພາຍຸທີ່ຮຸນແຮງທີ່ສຸດທີ່ໄດ້ພັດເຂົ້າຊາຍຝັ່ງ ສະຫະລັດ ໃນຮອບ ເກືອບໜຶ່ງທົດສະວັດ, ແລະ ຍາວນານທີ່ສຸດໃນປະຫວັດພາຍຸເຮີຣິເຄນໃຫຍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG