ກອງທັບຊູດານໃຕ້ ກ່າວວ່າ “ມັນເປັນເລື້ອງຂອງເວລາເທົ່ານັ້ນ”
ກ່ອນ ທີ່ກໍາລັງສະໜັບສະໜູນລັດຖະບານ ຈະເຂົ້າຄວບຄຸມເອົາ
ເມືອງຫລວງຂອງສອງລັດ ຈາກພວກກະບົດຄືນ.
ໂຄສົກທະຫານ ຊູດານໃຕ້ ທ່ານ Philip Aguer ກ່າວຕໍ່ ວີໂອເອ
ພະແນກພາສາອັງກິດກະຈາຍສຽງໄປຍັງອາຟຣິກາ ວ່າ ເວລານີ້
ພວກທະຫານ ທີ່ໜູນຫລັງອະດີດຮອງປະທານາທິບໍດີ Reik
Machar ຍັງ ຄວບຄຸມເມືອງ Bor ຂອງລັດ Jonglei ແລະເມືອງ
Bentiu ຂອງ ລັດ Unity ທີ່ອຸດົມສົມບຸນໄປດ້ວຍນໍ້າມັນນັ້ນຢູ່
ແຕ່ວ່າ ກອງທັບມີ “ຄວາມສາມາດທີ່ຈະເຂົ້າໄປຈັດການ ກັບ
ພວກກໍ່ກະບົດນັ້ນໄດ້.”
ທ່ານຍັງໄດ້ກ່າວຫາ ພວກນັກລົບທີ່ໜູນຫລັງ ທ່ານ Machar ວ່າຍິງໃສ່ເຮືອບິນຂອງ
ສະຫະລັດ ທີ່ເຂົ້າໄປຂົນຍ້າຍປະຊາຊົນຈາກ ເມືອງ Bor ໃນວັນເສົາທີ່ຜ່ານມາ.
ກອງທັບສະຫະລັດ ບໍ່ໄດ້ລະບຸວ່າພວກໃດ ເປັນຜູ້ຍິງມາໃສ່ ແຕ່ກ່າວວ່າ ທະຫານຂອງຕົນ
ສີ່ຄົນ ໄດ້ຮັບບາດເຈັບ.
ປະທານາທິບໍດີ Barack Obma ກ່າວວ່າ ທ່ານ “ອາດຈະເອົາບາດກ້າວເພີ້ມເຕີມ” ເພື່ອ
ປົກປ້ອງຊາວອາເມຣິກັນ ຢູ່ໃນຊູດານໃຕ້.
ທ່ານ Obama ກໍາລັງພັກຜ່ອນຢູ່ ລັດຮາວາຍ ເຂດທະເລປາຊິຟິກ ແຕ່ທ່ານກ່າວຢູ່ໃນ
ໜັງສືເຖິງບັນດາຜູ້ນໍາລັດຖະສະພາ ໃນວັນອາທິດວານນີ້ວ່າ ທະຫານສະຫະລັດ 46 ຄົນ
ໄດ້ຖືກສົ່ງໄປ ໃນວັນເສົາທີ່ຜ່ານມາ ເພື່ອຊ່ວຍໃນການຍົກຍ້າຍ ຊຶ່ງແມ່ນເພີ້ມຕື່ມໃສ່
ຈໍານວນ 45 ຄົນ ທີ່ໄດ້ສົ່ງໄປເສີມກໍາລັງ ຢູ່ທີ່ສະຖານທູດສະຫະລັດ ໃນເມືອງ Juba ນັ້ນ.
ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban ki-moon ໄດ້ຮຽກຮ້ອງໃຫ້ ບັນດາຜູ້ນໍາ
ຊູດານໃຕ້ ໃນວັນອາທິດວານນີ້ ຈົ່ງ “ຊອກຫາວິທີທາງການເມືອງ” ຫາທາງແກ້ໄຂບັນຫາ
ຂັດແຍ້ງກັນນັ້ນ. ທ່ານກ່າວວ່າ ຄວາມຮຸນແຮງທີ່ດໍາເນີນຢູ່ຕໍ່ມາ “ເປັນອັນຕະລາຍຂົ່ມຂູ່”
ຕໍ່ອະນາຄົດຂອງປະເທດທີ່ຍັງໃໝ່ແຫ່ງນີ້.
ລັດຖະບານກ່າວວ່າ ຫລາຍກວ່າ 500 ຄົນໄດ້ເສຍຊີວິດ ແລະຄວາມບໍ່ສະງົບໄດ້ບັງຄັບ
ໃຫ້ຫລາຍພັນຄົນ ຫລົບໜີຈາກບ້ານເຮືອນ.
ເຊື່ອກັນວ່າ ພົນລະເຮືອນປະມານ 35,000 ຄົນ ໄດ້ຫລົບໜີເຂົ້າໄປຢູ່ ຄ້າຍທະຫານຂອງ
ສະຫະປະຊາຊາດ ນັບຕັ້ງແຕ່ຄວາມບໍ່ສະງົບໄດ້ເລີ້ມເກີດຂື້ນ.
ຊູດານໃຕ້ ເປັນປະເທດໃໝ່ທີ່ສຸດໃນໂລກ ທີ່ຖືກສະຖາປະນາຂຶ້ນມາຫລັງຈາກໄດ້ຮັບ
ເອກກະລາດ ຈາກ ຊູດານ ໃນປີ 2011.