ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ່າງກົດໝາຍ ກ່ຽວກັບທຶນຊ່ອຍເຫຼືອ ດ້ານເສດຖະກິດ ຍ້ອນຜົນກະທົບຈາກໄວຣັສ ໂຄວິດ-19 ບໍ່ໄປບໍ່ມາ ຢູ່ສະພາສູງ ສຫລ


ລັດຖມົນຕີກະຊວງການເງິນ ທ່ານສະຕີບ ມານູຈິນ ຍ່າງໄປພົບກັບ ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານ ຊັກຈ໌ ຊູເມີ ຈາກລັດນິວຢອກ (ບໍ່ໄດ້ຢູໃນພາບ) ໃນລະຫວ່າງການເຈລະຈາກ່ຽວກັບ ທຶນຊ່ອຍເຫຼືອດ້ານເສດຖະກິດ ຍ້ອນຜົນກະທົບຂອງໄວຣັສ (COVID-19) ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 23 ມີນາ 2020.
ລັດຖມົນຕີກະຊວງການເງິນ ທ່ານສະຕີບ ມານູຈິນ ຍ່າງໄປພົບກັບ ຜູ້ນຳສຽງສ່ວນນ້ອຍຂອງສະພາສູງ ທ່ານ ຊັກຈ໌ ຊູເມີ ຈາກລັດນິວຢອກ (ບໍ່ໄດ້ຢູໃນພາບ) ໃນລະຫວ່າງການເຈລະຈາກ່ຽວກັບ ທຶນຊ່ອຍເຫຼືອດ້ານເສດຖະກິດ ຍ້ອນຜົນກະທົບຂອງໄວຣັສ (COVID-19) ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 23 ມີນາ 2020.

ສະພາສູງສະຫະລັດ ຈະລົງຄະແນນສຽງອີກຄັ້ງນຶ່ງໃນວັນຈັນມື້ນີ້ ກ່ຽວກັບຮ່າງກົດ
ໝາຍວ່າ ດ້ວຍທຶນຊ່ອຍເຫຼືອດ້ານເສດຖະກິດຂະໜາດໃຫຍ່ ມູນຄ່າ ນຶ່ງພັນແປດຮ້ອຍ
ຕື້ໂດລາສະຫະລັດ ເຊິ່ງເງິນຈຳນວນນີ້ ຈະສົ່ງໄປໃຫ້ຊາວອາເມຣິກັນໂດຍສ່ວນໃຫຍ່
ແລະທຸລະກິດຫຼາຍໆແຫ່ງ ຊຶ່ງໄດ້ຮັບຜົນກະທົບຢ່າງໜັກໜ່ວງໂດຍໄວຣັສໂຄໂຣນາທີ່
ເປັນອັນຕະລາຍຮ້າຍແຮງ.

ມາດຕະການດັ່ງກ່າວ ບໍ່ຜ່ານການລົງຄະແນນສຽງໃນວັນອາທິດວານນີ້ ແຕ່ຜູ້ນຳສຽງ
ສ່ວນຫຼາຍ ທ່ານມິດຈ໌ ແມັກຄອນແນລ ໄດ້ກ່າວວ່າ ນອກຈາກຈະບັນລຸຂໍ້ຕົກລົງໄດ້
ກັບພັກເດໂມແຄຣັດ ຜູ້ທີ່ໄດ້ຄັດຄ້ານເນື້ອໄນບາງສ່ວນຂອງຮ່າງກົດໝາຍດັ່ງກ່າວ
ບັນດາສະມາຊິກສະພາສູງກໍຈະຕ້ອງໄດ້ລົງຄະແນນສຽງອີກເທື່ອນຶ່ງ ໃນຕອນເຊົ້າ
ວັນຈັນມື້ນີ້.

ມາດຕະການຊ່ອຍເຫຼືອດັ່ງກ່າວ ແມ່ນແນໃສ່ເພື່ອກະຕຸ້ນເສດຖະກິດຂອງສະຫະລັດ
ດ້ວຍການຈ່າຍເງິນໂດຍກົງໃຫ້ແກ່ຊາວອາເມຣິກັນ ຫຼາຍກວ່າ 90 ເປີເຊັນ ແລະພວກ
ທຸລະກິດຫຼາກຫຼາຍຂະແໜງຂອງສະຫະລັດ ໂດຍຈະຊ່ອຍອຸ້ມຊູບຳລຸງພວກເຂົາທັງ
ຫຼາຍໃນທັນທີ ແລະຈະເຮັດໃຫ້ເສດຖະກິດທີ່ໄດ້ຮັບຜົນກະທົບຈາກໄວຣັສໂຄໂຣນານັ້ນ
ເກີດດອກອອກຜົນ.

ສ່ວນພັກເດໂມແຄຣັດ ກ່າວວ່າ ມາດຕະການນີ້ໃຫ້ຜົນປະໂຫຍດແກ່ພວກບໍລິ ສັດຫຼາຍ
ເກີນໄປ ແລະນອກເໜືອຈາກນັ້ນແລ້ວ ພວກເພິ່ນຕ້ອງການເງິນຈາກລັດຖະບານກາງ
ຕື່ມອີກ ສຳລັບສູນກາງບໍລິການຊຸມຊົນດ້ານສາທາລະນະສຸກ ສະຖານພະຍາບານ
ສຳລົບຄົນເຖົ້າແກ່ຊະລາ ໜ້າກາກ ເຄື່ອງຊ່ອຍຫາຍໃຈ ເຄື່ອງປ້ອງກັນຕົວສຳລັບແພດ
ແລະທຶນຊ່ອຍເຫຼືອ ແກ່ລັດແລະລັດຖະບານທ້ອງຖິ່ນຕ່າງໆ ເພື່ອຕໍ່ສູ້ກັບໄວຣັສ
ໂຄວິດ-19 ທີ່ໄດ້ກາຍເປັນການລະບາດໃນທົ່ວໂລກ.

ຄວາມລົ້ມແຫຼວຂອງຮ່າງກົດໝາຍ ທີ່ບໍ່ຜ່ານໃນຂັ້ນຕອນການລົງຄະແນນສຽງ ໃນວັນ
ອາທິດວານນີ້ ໄດ້ສົ່ງຜົນໃຫ້ບັນດາສະມາຊິກສະພາສູງ ກັບຄືນໄປເຈລະຈາກັນຕື່ມອີກ
ໃນຂະນະທີ່ອະນາຄົດຂອງຕະຫຼາດຮຸ້ນ ໄດ້ຕົກລົງເລື້ອຍມາ.

ຕະຫຼາດຮຸ້ນ ວອລ ສະຕຣີຕ ຂອງສະຫະລັດ ທີ່ຜ່ານມານີ້ ໄດ້ຮັບຜົນໃນສັບປະດາທີ່
ຂີ້ຮ້າຍສຸດ ຕັ້ງແຕ່ປີ 2008 ເປັນຕົ້ນມາແລະພວກນັກລົງທຶນ ແມ່ນຫັນໄປຫາລັດ
ຖະສະພາ ແລະມາດຕະການກອບກູ້ເສດຖະກິດດັ່ງກ່າວນີ້ ເພື່ອບັນເທົາການສູນ
ເສຍທີ່ໄດ້ຮັບ.

ສ່ວນປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວໃນວັນອາທິດວານນີ້ ວ່າ
ບັນດາສະມາຊິກສະພາຕ່ຳຈາກພັກເດໂມແຄຣັດ ໄດ້ສະຫລຸບແຜນການກອບກູ້ເສດ
ຖະກິດຂອງພວກເພິ່ນໄປແລ້ວ ເຊິ່ງ “ຮັບຮູ້ເຖິງຄວາມທ້າທາຍຢ່າງຮ້າຍແຮງຂອງ
ໄວຣັສໂຄໂຣນາ” ແລະ ເປັນເລື້ອງທີ່ “ຕ່າງກັນຢ່າງໃຫຍ” ຈາກຮ່າງກົດໝາຍທີ່ສະໜັບ
ສະໜູນໂດຍບັນດາສະມາຊິກສະພາສູງຈາກພັກຣີພັບບລີກັນ. ສະພາທັງສອງ ໃນທີ່ສຸດ
ແລ້ວ ຈະຕ້ອງຜ່ອນສັ້ນຜ່ອນຍາວໃຫ້ກັນແລະກັນໃນຂໍ້ສະເໜີຕ່າງໆຂອງພວກເພິ່ນ.

ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານມິດຈ໌ ແມັກຄອນແນລ ກໍໄດ້ກ່າວໂຈມຕີພັກ
ເດໂມແຄຣັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The U.S. Senate will vote again Monday on a massive $1.8 trillion economic aid package that would send money to most Americans and many businesses severely impacted by the deadly coronavirus.

The measure failed to advance Sunday, but Majority Leader Mitch McConnell said unless an agreement is reached with Democrats who opposed some of the bill’s contents, lawmakers will hold another vote Monday morning.

The aid package is aimed at boosting the U.S. economy by sending direct payments to more than 90% of Americans and a vast array of U.S. businesses to help them weather the immediate and burgeoning economic effects of the coronavirus.

Democrats say the measure gives too many benefits to corporations, and instead they want more federal money for community health centers, nursing homes, masks, ventilators, personal protective equipment and aid to state and local governments to battle the COVID-19 pandemic.

The bill’s failure to pass Sunday’s procedural vote sent lawmakers back to additional negotiations while U.S. futures markets tumbled.

Wall Street is coming off its worst week since 2008 and investors are looking to Congress and this rescue package to stem the losses.

House Speaker Nancy Pelosi said Sunday that House Democrats are finalizing their own version of an economic rescue package that “recognizes the gravity of the coronavirus challenge” and is a “big difference” from the bill backed by Senate Republicans. The two chambers will eventually have to reconcile their proposals.

Senate Majority Leader Mitch McConnell lashed out at the Democrats.

XS
SM
MD
LG