ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຝຸ່ນໃຫຍ່ ຖະຫຼົ່ມ ໄຕ້ຫວັນ ເຮັດໃຫ້ 2 ຄົນ ເສຍຊີວິດ ແລະຫຼາຍຄົນ ບາດເຈັບ


ໄຕ້ຝຸ່ນ Nepartak ພັດຂ້າມທະເລຟີລິບປິນ ບັງຄັບໃຫ້ເຮືອຫາປາ ທີ່ເຂດ Ilan ໃນພາກຕາເວັນອອກໄຕ້ຫວັນ ຕ້ອງເຂົ້າຈອດ. (ວັນທີ 7 ກໍລະກົດ 2016)
ໄຕ້ຝຸ່ນ Nepartak ພັດຂ້າມທະເລຟີລິບປິນ ບັງຄັບໃຫ້ເຮືອຫາປາ ທີ່ເຂດ Ilan ໃນພາກຕາເວັນອອກໄຕ້ຫວັນ ຕ້ອງເຂົ້າຈອດ. (ວັນທີ 7 ກໍລະກົດ 2016)

​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 2 ຄົນ ​ແລະ 66 ຄົນ​ບາດ​ເຈັບ ຫລັງ​ຈາກ​ລົມ​ໄຕ້​ຝຸ່ນ ຂະໜາດ​ຍັກ Nepartak ພັດ​ເຂົ້າຖະຫຼົ່ມ​ແຄມ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ໄຕ້​ຫວັນ​ໃນ​ວັນ​ສຸກ​ມື້ນີ້.

ມີ​ການ​ຍົກຍ້າຍ​ປະຊາຊົນ​ຫລາຍ​ກວ່າ 15,000 ຄົນ​ ​ໃນ​ການ​ກະກຽມ​ຮັບ​ມື​ກັບ​ການ​ພັດເຂົ້າຖະຫຼົ່ມ ຂອງ​ລົມໄຕ້​ຝຸ່ນ​ດັ່ງກ່າວ ​ໃນ​ຕອນ​ເຊົ້າວັນ​ສຸກ​ມື້ນີ້ ​ແລະ​ມີ​ການ​ຍົກ​ເລີກ​ຖ້ຽວ​ບິນຫຼາຍກວ່າ 500 ຖ້ຽວອີງ​ຕາມ​ເຈົ້າໜ້າ​ທີ່​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ.

ຫລັງ​ຈາກພັດ​ຂຶ້ນຝັ່ງ​ທີ່​ເຂດ​ເມືອງ Taitung ​ແລ້ວ ລົມພາຍຸ​ຫົວນີ້ກໍ​ອ່ອນ​ກຳລັງ ລົງ ​ເປັນ​ໄຕ້​ຝຸ່ນ​ທີ່​ມີ​ຄວາມ​ແຮງໃນ​ລະດັບ​ປານ​ກາງ. ບ້ານ​ເຮືອນ​ຂອງ​ປະຊາຊົນ ​ເກືອບ 400,000 ຫຼັງຄາ ບໍ່​ມີໄຟຟ້າ​ໃຊ້​ຍ້ອນ​ລົມພາຍຸ​ຫົວນີ້​ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ຢູ່​ໃນ​ເຂດ​ເມືອງ Pingtung ​ແລະ Taitung.

​ເປັນ​ທີ່​ຄາດ​ວ່າ ​ລົມໄຕ້​ຝຸ່ນ​ດັ່ງກ່າວ ຈະ​ພັດ​ເຂົ້າຖະຫຼົ່ມຈີນ​ແຜ່ນດິນ​ໃຫຍ່​ໃນ​ຕອນ ​ແລງ​ຂອງ​ວັນ​ສຸກ​ມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG