ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຕ້ອງສົງໄສຄົນນຶ່ງເສຍຊີວິດ ອີກຄົນນຶ່ງກໍາລັງຫຼົບໜີ (ສະໄລດ໌/ວີດິໂອ)


ພາບ FBI: ຜູ້ຕ້ອງສົງໃສໃສ່ໝວກສີຂາວ (ຊ້າຍ) ທີ່ເສຍຊີວິດ
ແລະຜູ້ຕ້ອງສົງໃສຜູ້ທີສອງ (ໃສ່ໝວກດໍາ -ຂວາ) ທີ່ຕໍາຫຼວດກໍາລັງ ຕາມລ່າຕົວຢູ່.
ພາບ FBI: ຜູ້ຕ້ອງສົງໃສໃສ່ໝວກສີຂາວ (ຊ້າຍ) ທີ່ເສຍຊີວິດ ແລະຜູ້ຕ້ອງສົງໃສຜູ້ທີສອງ (ໃສ່ໝວກດໍາ -ຂວາ) ທີ່ຕໍາຫຼວດກໍາລັງ ຕາມລ່າຕົວຢູ່.
ຕໍາຫຼວດ​ໃນ​ລັດ Massachusetts ທາງ​ພາກ​ຕາ​ເວັນ​ອອກສຽງເໜືອ​ຂອງ​ສະຫະລັດ ​ເວົ້າ​ວ່າ ຜູ້​ຕ້ອງ​ສົງໄສ​ຄົນ​ນຶ່ງ​ໃນ​ເຫດການ​ລະ​ເບີດ​ງານ​ແຂ່ງຂັນ​ແລ່ນ​ທົນ​ມາ​ຣາທອນ ​ທີ່​ເມືອງ​ບອສຕັນ ​ເສຍ​ຊີວິດ​ແລ້ວ ​ແລະ​ອີກ​ຄົນ​ນຶ່ງ​ຕໍາຫຼວດຍັງ​ຕາມ ລ່າ​ຕົວ​ຢູ່ ​ໃນ​ຂະນະ​ທີ່​ບັນດາ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ສືບ​ຕໍ່​ຕາມ​ລ່າຕົວຢູ່​ໃນ​ເຂດ​ຊານ​ເມືອງ​ບອສຕັນ ນັ້ນ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ຜູ້​ຕ້ອງ​ສົງ​ໃສ​ທີ່​ໃສ່​ໝວກ​ແກ໊ບ​ສີຂາວ ຈາກ​ເຫດການ​ລະ​ ເ​ບີ​ດຢູ່​ງານ​ແຂ່ງຂັນ​ແ​ລ່ນທົນ​ມາຣາທອນ​ດັ່ງກ່າວ ຫຼືຮູ້​ກັນ​ວ່າ​ຜູ້​ຕ້ອງ​ສົງໄສ ໝາຍ​ເລກ​ສອງ ກໍາລັງ​ເອົາ​ຕົວຫຼົບໜີ​ຢູ່​ໃນ​ຂະນະ​ນີ້ ຊຶ່ງ​ຜູ້ກ່ຽວ​ມີ​ອາວຸດ ​ແລະ​ເປັນ​ອັນ​ຕະລາຍ. ຕໍາຫຼວດ​ໄດ້​ຕັກ​ເຕືອນ​ພວກ​ຊາວ​ເມືອງ​ ​ເມືອງ Watertown ລັດ​ Massachusetts ​ໃຫ້​ພາກັນ​ຢູ່​ໃນ​ບ້ານ​ເຮືອນ ​ແລະ​ຫ້າມ​ບໍ່​ໃຫ້​ເປີດປະຕູ​ໃຫ້​ຜູ້​ໃດ​ ນອກຈາກ​ເຈົ້າໜ້າ​ທີ່​ຕໍາຫຼວດ​ເທົ່າ​ນັ້ນ.

ພາບຜູ້ຕ້ອງສົງໄສ ສອງອ້າຍນ້ອງ ຈາກກອ້ງວົງຈອນປິດ:

ພາບການຕາມລ່າໂຕ ຜູ້ຕ້ອງສົງໄສຄົນທີສອງ:


Carolyn Presutti ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ທີ່​ຢູ່​ໃກ້​ບ່ອນ​ເກີດ​ເຫດ​ລະ​ເບີດ ແລະໄດ້​ອະທິ ບາຍ ​ເຖິງພາບ​ການ​ປະຕິບັດ​ງານ​ຂອງຕໍາຫຼວດຕະຫຼອດຄືນ ວ່າ​ພວມດໍາເນີນ​ໄປ​ຢ່າງເອົາ​ຈິງ​ເອົາ​ຈັງ​ແລະວ່າ:

“ມີ​ເຈົ້າໜ້າ​ທີ່​ຕໍາຫຼວດຈໍານວນຫຼວງຫຼາຍອອກ​ປະຕິບັດ​ການ ພວກ​ເຮົາ​ເຫັນ ​ເຈົ້າໜ້າ​ທີ່​ສືບສວນ​ກາງ​ສະຫະລັດ ຫຼື FBI, ໜ່ວຍ​ຍຸ​ທະວິ​ທີ, ໜ່ວຍ​ປະຕິບັດ​ການລະ​ເບີດ ໜ່ວຍ​ຄົ້ນ​ຫາ​ທີ່ໃຊ້ໝາຊ່ອຍ ​ແລະ​ເຮືອບິນ​ເຮ​ລິ​ຄອບ​ເຕີ ລໍາ​ນຶ່ງ ພວກ​ເຮົາ​ເຫັນ​ທີ​ມ​ປະຕິບັດ​ການ​ດັ່ງກ່າວ​ຢ່າງ​ເຕັມ​ອັດຕາ ​ແລະ​ຢູ່​ທຸກ​ແຈທຸກ​ມຸມ.”

ເບິ່ງວີດິໂອລາຍງານຂອງນັກຂ່າວວີໂອເອ:

VOA's Carolyn Presutti reports from the scene of the Boston Manhunt for 'Suspect 2'
please wait

No media source currently available

0:00 0:00:52 0:00
ລິງໂດຍກົງ





.
XS
SM
MD
LG