ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກີດໄພນຳ້ຖ້ວມຄັ້ງໃຫຍ່ ຢູ່ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ


ເກີດໄພນຳ້ຖ້ວມຄັ້ງໃຫຍ່ ຢູ່ນະຄອນຫລວງ ຂອງອິນໂດເນເຊຍ ເຮັດໃຫ້ການສັນຈອນທາງລົດ ໄປມາບໍ່ໄດ້.
ເກີດໄພນຳ້ຖ້ວມຄັ້ງໃຫຍ່ ຢູ່ນະຄອນຫລວງ ຂອງອິນໂດເນເຊຍ ເຮັດໃຫ້ການສັນຈອນທາງລົດ ໄປມາບໍ່ໄດ້.

ໄພນຳ້ຖ້ວມ​ຄັ້ງ​ໃຫຍ່​ ໃນນະຄອນ​ຫລວງ Jakarta ຂອງ​ອິນ​ໂດ
​ເນ​ເຊຍ ​ໄດ້​ລົບ​ກວນ​ການ​ສັນຈອນໄປມາໃນຂອບເຂດທີ່ກວ້າງ
ຂວາງ ​ແລະ​ເກືອບ 6,000 ຄົນ​ ຕົກຄ້າງຢູ່ຕາມສະຖານທີ່ຕ່າງໆ.

ປະ​ທານ​າທິບໍດີ Joko Widodo ທີ່ຮູ້​ກັນ​ດີໃນຊື່ Jokowi ​ນັ້ນໄດ້​
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ວານ​ນີ້ວ່າ ທ່ານ​ຕ້ອງການ
ເລີ້ມລົງມື​ກໍ່​ສ້າງ​ໃນ​ທັນ​ທີ ​ກ່ຽວ ກັບໂຄງການປ້ອງ​ກັນ​ນຳ້ຖ້ວມ
ຕ່າງໆ ​ເຊັນ​ວ່າ ຮ່ອງ​ລະບາຍ ​ແລະ​ອ່າງ​ເກັບ​ນຳ້ເປັນຕົ້ນ.

ທ່ານ​ກ່າວ​ຕື່ມ​ອີກ​ວ່າ ລັດຖະບານ​ສາມາດ​ປະຕິບັດ​ງານວຽກງານ
ໄດ້​ດີກວ່າ ​ຢູ່ໃນນະຄອນຫຼວງ ທີ່​ມັກ​ເກີດ​ນຳ້​ຖ້ວມຂອງອິນໂດເນ
ເຊຍ.

ທ່ານ​ກ່າ​ວຕື່ມ​ອີກວ່າ “​ແນ່ນອນ ​ເລື້ອງ​ນີ້​ຈະ​ແກ້​ໄຂ​ບໍ່​ໄດ້​ໃນ​ນຶ່ງ ຫລື​ສອງ​ມື້ ຫລື ນຶ່ງ​ປີ ຫລື​
ສອງ​ປີ. ນະຄອນ Jakarta ໄດ້ປະສົບກັບໄພນ້ຳຖ້ວມມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ ​
ແຕ່​ພວກ​ເຮົາ​ສາມາດ​ແກ້​ໄຂ​ໄດ້.”

ນ້ຳຖ້ວມຖະໜົນຫົນທາງ ຢູ່ອິນໂດເນເຊຍ
ນ້ຳຖ້ວມຖະໜົນຫົນທາງ ຢູ່ອິນໂດເນເຊຍ

ທຳນຽບປະທານ​າທິບໍດີ ​ແລະ​ຫໍພິພິດ​ທະພັນ​ແຫ່ງ​ຊາດ
ແມ່ນ​ສອງ​ເຂດ​ທີ່ຖືກນຳ້​ຢ່າງ​ໜ້ອຍ 50 ຊັງ​ຕີ​ແມັດ ຫລັງ
​ຈາກ​ເກີດ​ຝົນຕົກ​ໜັກ​ມາຫລາຍ​ມື້. ຜູ້​ປົກຄອງ​ນະຄອນ
Jakarta ທ່ານ Basuki Tjahaja Purnama ທີ່ຮູ້ກັນດີ
ໃນຊື່ທ່ານ Ahok ນັ້ນ ​ໄດ້​ຖິ້ມໂທດໄພ​ນໍ້າ​ຖ້ວມໃສ່ລະດັບ
ນຳ້ທະ​ເລທີ່​ສູງ​ຂື້ນ. ທ່ານ​ກ່າວ​ວ່າ ​ນະຄອນ Jakarta ບໍ່ມີ
ຄວາມສາມາດພຽງພໍໃນການດູດນ້ຳອອກ ​ເພື່ອບໍ່ໃຫ້ນຳ້ຖ້ວມ.

ເບິ່ງວີດີໂອ ກ່ຽວກັບບັນຫາລົດຕິດ ຢູ່ຈາກາຕາ:

Jakarta Sees End to Gridlock Woes in the Future
please wait

No media source currently available

0:00 0:02:37 0:00

XS
SM
MD
LG