ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄຟລຸກໄໝ້ຢ່າງໜັກໜ່ວງ ໃນຫ້າງຮ້ານ ໃນປະເທດໄທ (ວີດີໂອ)


Massive Fire in Thailand Destroys Department Store
please wait

No media source currently available

0:00 0:00:40 0:00
ລິງໂດຍກົງ

ໄຟລຸກໄໝ້ຢ່າງໜັກໜ່ວງໃນເກາະຕາກ​ອາກາດ ພູ​ເ​ກັດ ທາງພາກ​ ໃຕ້​ຂອງ​ປະ​ເທດ​.

ພວກ​ນັກ​ດັບ​ເພີງ​ໃນ​ປະ​ເທດ​ໄທ ​ໄດ້​ຕໍ່ສູ້ກັບ​ໄຟ​ໄໝ້ ​ຢູ່​ສູນ​ການ​ຄ້າ
​ໃຫຍ່​ຕະຫຼອດ​ທັງ​ຄືນ​ໃນ​ ເກາະຕາກ​ອາກາດ ພູ​ເ​ກັດ ທາງພາກ​
ໃຕ້​ຂອງ​ປະ​ເທດ​.

ປະຈຸ​ບັນ​ນີ້ ຍັງ​ບໍ່​ທັນ​ມີ ລາຍງານກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມ​ຕາຍ
​ໃນ​ເຫດການ​ດັ່ງກ່າວ​ເທື່ອ.

ໄຟ​ໄໝ້​ດັ່ງກ່າວ​ນີ້​ໄດ້​ບັງຄັບ​ໃຫ້​ຜູ້​ຄົນຈໍານວນ​ຫຼວງ​ຫຼາຍ​ທີ່​ອາ​ໄສ
​ຢູ່​ໃນ​ເຂດ​ອ້ອມ​ແອ້ມ ຕ້ອງ​ອົບ​ພະຍົບລົບ​ໜີ ອອກ​ຈາກ​ເຂດ​ດັ່ງກ່າວ.

ສື່ມວນຊົນໄທ ລາຍງານວ່າ ມີພະນັກງານແລະຄົນຊື້ຂອງ ຢ່າງນ້ອຍ 1,000 ​ຄົນ ຕິດຄ້າງ
​ຢູ່​ຂ້າງໃນຮ້ານສັບພະສິນຄ້າ ທີ່ຊື່ວ່າ SuperCheap ​ຕອນ​ທີ່​ໄຟລຸກໄໝ້ຂຶ້ນ ໃນເວລາ
ປະມານ 9:40 ຕອນແລງນັ້ນ. ມີນັກດັບເພິງຢ່າງນ້ອຍ 300 ຄົນ ຊ່ວຍກັນມອດໄຟ.

​ເຈົ້າ​ໜ້າ​ທີ່ ປະ​ເມີນ​ຄວາມ​ເສ​ຍຫາຍຈາກ​ເຫດ​ໄຟ​ໄໝ້​ດັ່ງກ່າວ​ນີ້ ວ່າ​ ອາດເຖິງ 1 ລ້ານ​ໂດ​ລ່າ
​ສະ​ຫະລັດ. ສາ​ເຫດ​ຂອງ​ການ​ເກີດ​ເຫດ​ໄຟ​ໄໝ້​ດັ່ງກ່າວ​ນີ້ ​ແມ່ນ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ດໍາ​ເນີນ
​ສອບ​ສວນ​ຢູ່.
XS
SM
MD
LG