ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຟໄໝ້ ຕຶກທີ່ຢູ່ອາໄສ ຂະໜາດໃຫຍ່ ແລະ ຮ້າຍແຮງທີ່ສຸດ ໃນນະຄອນລອນດອນ


London Fire
please wait
Embed

No media source currently available

0:00 0:02:04 0:00

ພວກພະນັກງານດັບ​ໄຟ ຍັງສືບຕໍ່ ໃນວັນພຸດມື້ນີ້ ຕໍ່ສູ້ກັບອັກຄີໄພ ທີ່ໃຫຍ່ທີ່ສຸດ ຂອງ
London ໃນຄວາມຊົງຈຳທີ່ບໍ່​ດົນຜ່ານມາ ໃນຂະນະທີ່ແປວໄຟກຳລັງລຸກ ໄໝ້ຢູ່ນັ້ນ
ໄດ້ລາມ​ອອກ​ໄປຢ່າງວ່ອງໄວຜ່ານຕຶກອາຄານທີ່ຢູ່ອາໄສ 24 ຊັ້ນ ຕັ້ງຢູ່ທິດຕາເວັນຕົກ
ຂອງ ນະຄອນ ລອນດອນ. ຫຼາຍຊົ່ວໂມງຫຼັງຈາກໄດ້ມີລາຍງານກ່ຽວ​ກັບໄຟໄໝ້ ພວກ
ພະນັກງານດັບ​ໄຟ ໄດ້ທຳງານເພື່ອຊ່ອຍເຫຼືອພວກຄົນ ທີ່ຕົກຄ້າງຢູ່ພາຍໃນ ແລະ
ນັບຈຳນວນຜູ້ທີ່ໄດ້ເສຍຊີວິດ.

ແປວໄຟ ແລະ ຄວັນ ຜຸດອອກມາຈາກຕຶກ ໃນຂະນະທີ່ ພວກພະນັກງານດັບໄຟ ຮັບມືກັບ ໄຟໄໝ້ທີ່ຮ້າຍແຮງ ໃນເຂດຕຶກອາຄານ ທີ່ຖະໜົນ Latimer ໃນພາກຕາເວັນຕົກ ຂອງນະຄອນ ລອນດອນ ຂອງອັງກິດ, ວັນທີ 14 ມິຖຸນາ 2017.
ແປວໄຟ ແລະ ຄວັນ ຜຸດອອກມາຈາກຕຶກ ໃນຂະນະທີ່ ພວກພະນັກງານດັບໄຟ ຮັບມືກັບ ໄຟໄໝ້ທີ່ຮ້າຍແຮງ ໃນເຂດຕຶກອາຄານ ທີ່ຖະໜົນ Latimer ໃນພາກຕາເວັນຕົກ ຂອງນະຄອນ ລອນດອນ ຂອງອັງກິດ, ວັນທີ 14 ມິຖຸນາ 2017.

ຜູ້​ບັນຊາ​ການ​ຕຳຫຼວດນະຄອນລອນດອນ ທ່ານ Stuart Cundy ໄດ້ກ່າວວ່າ
“ຂ້າພະເຈົ້າ ສາມ​າດ​ໃຫ້ການ​ຢືນຢັນໄດ້ວ່າ ​ເວລາ​ນີ້ມີ​ຜູ້​ເສຍຊີວິດ​ແລ້ວ 6 ຄົນ.
ແຕ່ຕົວເລກນີ້ ມີ​ທ່າ​ທາງ​ວ່າ​ຈະ​ເພີ່ມຂຶ້ນ ​ໃ​ນລະຫວ່າງ​ຂອງ​ອັນ​ທີ່​ເອີ້ນວ່າ ການ
ປະຕິບັດ​ງານກູ້​ໄຟ​ທີ່​ຊັບຊ້ອນ​ເປັນ​ເວລາ​ຫຼາຍມື້.”

ພວກຢູ່ບ້ານໃກ້ເຮືອນຄຽງ ໄດ້ກ່າວວ່າ ພວກເຂົາໄດ້ຍິນສຽງຮ້ອງຂໍຄວາມຊ່ອຍເຫຼືອ
ໃນຂະນະທີ່ໄຟໄດ້ລຸກລາມຜ່ານຊັ້ນຕ່າງໆ ຊຶ່ງ​ເຮັດ​ໃຫ້ພວກຜູ້ຢູ່ອາໄສຕົກຄ້າງ​ຢູ່​ທາງ
​ໃນ ​ແຕ່​ກໍສາມາດແນມເຫັນໄດ້ແສງໄຟກະພິບ ຈາກປ່ອງຢ້ຽມ ຂອງພວກ​ເຂົາ​ເຈົ້າ
ທີ່ໃຊ້ໄຟຈາກໂທລະສັບມືຖື ໃນຄວາມຫວັງທີ່ຈະ​ໄດ້​ຮັບ​ການຊ່ອຍເຫຼືອອອກມາໄດ້.
ພວກຜູ້ເຫັນເຫດການ ໄດ້ກ່າວວ່າ ພວກຜູ້ຢູ່ອາໄສຈຳນວນນຶ່ງ ໄດ້ອູ້ມພວກເດັກນ້ອຍ
ຈາກປ່ອງຢ້ຽມ ໃນຂະນະດຽວກັນ ພວກຄົນອື່ນຢູ່ຊັ້ນລຸ່ມ ໄດ້ໂດດອອກຈາກຕຶກ.

ພາບຈາກວີດີໂອ ສະໜອງໂດຍ Mischa Saag, ສະແດງໃຫ້ເຫັນພວກຜູ້ຄົນ ຢືນເບິ່ງຕຶກທີ່ຢູ່ອາໄສ ໃນນະຄອນ ລອນດອນ ກຳລັງຖືກໄຟໄໝ້, ວັນພຸດ ທີ 14 ມິຖຸນາ 2017.
ພາບຈາກວີດີໂອ ສະໜອງໂດຍ Mischa Saag, ສະແດງໃຫ້ເຫັນພວກຜູ້ຄົນ ຢືນເບິ່ງຕຶກທີ່ຢູ່ອາໄສ ໃນນະຄອນ ລອນດອນ ກຳລັງຖືກໄຟໄໝ້, ວັນພຸດ ທີ 14 ມິຖຸນາ 2017.

ຕຶກ Grenfell Tower ແມ່ນຕັ້ງຢູ່ໃນເຂດທີ່ມີຫຼາຍຊົນຊາດ ເປັນເຂດທີ່ມີປະຊາຊົນ ອາໄສຢູ່ຢ່າງໜາແນັ້ນ ໃນພື້ນທີ່ Kensington ຢູ່ທາງພາກເໜືອຂອງ ນະຄອນ
ລອນດອນ. ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ມັນປະກອບມີ ປະມານ 140 ຫໍ​ພັກ
ແລະ ເປັນເຮືອນຊານບ້ານຊ່ອງຂອງປະມານ 500 ຄົນ. ລວມຢູ່ໃນຜູ້ທີ່ຫາຍ
ສາບສູນ ໃນຕອນເຊົ້າວັນພຸດມື້ນີ້ ແມ່ນມີພວກເດັກນ້ອຍຈຳນວນນຶ່ງ.

ໃນຂະນະທີ່ຕຶກອາຄານ ຍັງສືບຕໍ່ຖືກເຜົາໄໝ້ຈົນຮອດຕອນເຊົ້າວັນພຸດມື້ນີ້ຢູ່ນັ້ນ
ກໍໄດ້ເກີດມີຄຳຖາມຕ່າງໆ ກ່ຽວກັບວ່າ ເປັນຍ້ອນຫຍັງໄຟຈຶ່ງລາມໄປທົ່ວຕຶກອາຄານ
ຢ່າງວ່ອງໄວແທ້ ຢູ່ໃນຕົວເມືອງບ່ອນທີ່ປະຫວັດສາດອັນເກົ່າແກ່ຂອງໄພພິບັດຈາກ
ໄຟໄໝ້ ໄດ້ບັງຄັບໃຫ້ມີກົດລະບຽບຕ່າງໆ ໃນດ້ານປ້ອງກັນໄຟໄໝ້ ທີ່ເຄັ່ງຂັດທີ່ສຸດ
ໃນໂລກ.

ພວກຜູ້ຢູ່ອາໄສ ຈຳນວນນຶ່ງ ຊຶ່ງໄດ້ຍົກຍ້າຍອອກຈາກອາຄານດັ່ງກ່າວ ໄດ້ກ່າວວ່າ
ພວກເຂົາບໍ່ໄດ້ຍິນສຽງສັນຍາເຕືອນເລີຍ. ບາງສ່ວນໄດ້ລາຍງານວ່າ ໄດ້ກິ່ນໄໝ້
ຂອງຢາງແພລສຕິກ ບໍ່ເທົ່າໃດວິນາທີ ກ່ອນໄຟໄໝ້ ຊຶ່ງໄດ້ແພ່ລາມອອກໄປ ກ່ອນ
ເວລາ 1 ໂມງເຊົ້າ ຂອງວັນພຸດມື້ນີ້. ຄຳຖາມຕ່າງໆ ໄດ້ຊີ້ໄປຍັງຝາຢາງແພລສຕິກ
ຕົບແຕ່ງ ຢູ່ພາຍນອກຂອງຕຶກອາຄານ ແລະ ທາງໜີໄຟໄໝ້ຈຳນວນນຶ່ງ ຊຶ່ງຜູ້ຢູ່
ອາໄສຈຳນວນນຶ່ງ ທີ່ໄດ້ໃຫ້ສຳພາດ ໄດ້ກ່າວວ່າ ແມ່ນບໍ່ພຽງພໍ.

Deadly, Massive Fire Destroys London Apartment Tower
please wait

No media source currently available

0:00 0:01:16 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG