ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກ​ີດ​ໄຟ​ໄໝ້​ຂະ​ໜາດ​ໃຫຍ່ ຂະ​ນະ​ທີ່ທະ​ຫານ​ທັງ​ສອງ​ຝ່າຍ ພວມ​ສູ້​ລົບ ເພື່ອ​ເຂົ້າ​ຄວບ​ຄຸມ ​ໂຮງ​ງານ​ອາ​ວຸດ


ຄວັນ​ກຸ້ມ​ຂຶ້ນ​ເໜືອ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ ເມື່ອ​ວັນ​ທີ 7 ມິ​ຖຸ​ນາ 2023 ຂະ​ນະ​ທີ່​ການ​ສູ້​ລົບ​ກັນ ຢູ່​ໃນ​ປະ​ເທດ​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ທະ​ວີບ​ອາ​ຟ​ຣິ​ກາ ຍັງ​ບໍ່​ມີ​ຮ່ອງ​ຮອຍ​ວ່າ ຈະ​ຜ່ອນ​ເບົາ​ລົງ.
ຄວັນ​ກຸ້ມ​ຂຶ້ນ​ເໜືອ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ປະ​ເທດ​ຊູ​ດານ ເມື່ອ​ວັນ​ທີ 7 ມິ​ຖຸ​ນາ 2023 ຂະ​ນະ​ທີ່​ການ​ສູ້​ລົບ​ກັນ ຢູ່​ໃນ​ປະ​ເທດ​ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ທະ​ວີບ​ອາ​ຟ​ຣິ​ກາ ຍັງ​ບໍ່​ມີ​ຮ່ອງ​ຮອຍ​ວ່າ ຈະ​ຜ່ອນ​ເບົາ​ລົງ.

ເກີດ​ໄຟ​ໄໝ້​ຂະ​ໜາດ​ໃຫຍ່ ​ໃນ​ວັນ​ພຸດ​ວານນີ້ ໃກ້​ກັບ​ຄ້າຍ​ທະ​ຫານ​ໃຫຍ່​ແຫ່ງ​ນຶ່ງ​ທີ່​ມີ​ໂຮງ​ງານ​ເຮັດ​ອາ​ວຸດ​ຢູ່​ຂ້າງ​ໃນ ຢູ່​ທາງ​ໃຕ້​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມທີ່ກອງ​ທັບ​ຊູ​ດານ​ໄດ້​ຕໍ່​ສູ້​ປ້ອງ​ກັນ ອັນ​ເປັນ​ນຶ່ງ​ໃນ​ການ​ສູ້​ລົບ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ຫຼາຍໆ​ອາ​ທິດຂອງ​ບັນ​ຫາ​ຂັດ​ແຍ້ງ ກັບ​ກຸ່ມ​ທະ​ຫານ​ອີກ​ຈຸ​ນຶ່ງ​ທີ່​ເປັນ​ຄູ່​ປໍ​ລະ​ປັກ ພວກ​ທີ່​ເຫັນ​ເຫດ​ການ​ກ່າວ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ກຳ​ລັງສະ​ໜັບ​ສະ​ໜູນ​ເຄື່ອນ​ທີ່​ຢ່າງວ່ອງ​ໄວ RSF ​ໃນ​ການ​ສູ້​ລົບ​ເພື່ອ​ຍາດ​ແຍ່ງ​ອຳ​ນາດ ​ເປັນ​ເວ​ລາແປດ​ອາ​ທິດ​ ກັບ​ກອງ​ທັບ​ຊູ​ດານນັ້ນ ໄດ້​ບຸກ​ໂຈມ​ຕີ​ຄ້າຍ​ທະ​ຫານ​ໃຫຍ່ ຢ​າ​ມຸກ ທີ່​ມີ​ການ​ປ້ອງ​ກັນ​ຢ່າງ​ເຂັ້ມ​ແຂງ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ອີງ​ຕາມ​ພວກ​ທີ່​ເຫັນ​ເຫດ​ການ. ກຳ​ລັງ​ດັ່ງ​ກ່າວ ໃນ​ມື້​ວັນ​ພຸດ​ວານນີ້ ໄດ້​ນຳ​ເອົາ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່​ທາງ​ອອນ​ລາຍໂດຍ​ອ້າງວ່າຕົນ​ສາ​ມາດ​ເຂົ້າ​ຢຶດ​ເອົາ​ສາງ​ທີ່​ເຕັມ​ດ້ວຍ​ອາ​ວຸດ​ແລະ​ລູກ​ກະ​ສຸນ ຕະ​ຫຼອດ​ທັງທາງ​ເຂົ້າ​ໄປ​ໃນ​ຄ້າຍ​ແຫ່ງນັ້ນ​ຫຼາຍ​ທາງ.

ກອງ​ທັບ​ຊູ​ດານ ​ໄດ້​ໃຊ້​ການ​ໂຈມ​ຕີ​ທາງ​ອາ​ກາດ ​ເພື່ອ​ພະ​ຍາ​ຍາມ​ຂັບ​ໄລ່ ກອງ​ໜ້າ​ຂອງ ​ກຳ​ລັງ RSF ພວກ​ທີ່​ເຫັນ​ເຫດ​ການ​ກ່າວ.

ການ​ສູ້​ລົບ​ກັນ​ໃນ 3 ຫົວ​ເມືອງ​ໃຫຍ່ ຢູ່​ໃນ​ເຂດ​ນະ​ຄອນ​ຫຼວງ​ຂອງ​ຊູ​ດານ ທີ່​ປະ​ກອບ​ດ້ວຍ​ຄາ​ຣ໌​ທູມ ບາ​ຫ໌​ຣີ ແລະ​ໂອມ​ເດີ​ແມນ ໄດ້​ທ​ະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ນັບ​ຕັ້ງ​ແຕ່​ການ​ຢຸດ​ຍິງ ​ເປັນ​ເວ​ລາ 12 ມື້ ລະ​ຫວ່າງ ກອງ​ທັບ​ຊູ​ດານ ແລະ​ກຳ​ລັງ ​ RSF ໄດ້ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ ເມື່ອ​ວັນ​ທີ 3 ມິ​ຖຸ​ນາ​ຜ່ານ​ມາ ຫຼັງ​ຈາກ​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ຊ້ຳ​ແລ້ວ​ຊ້ຳ​ອີກ.

​ທ້າວ​ນາດ​ເດີ ຢູ​ເຊັບ ທີ່​ອາ​ໄສ​ຢູ່​ໃກ້ໆ​ກັບ​ຄ້າຍ ຢາ​ມຸກ ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້ ທາງ​ໂທ​ລະ​ສັບວ່າ “ນັບ​ແຕ່ມື້​ວານນີ້​ເປັນ​ຕົ້ນ​ມາໄດ້​ມີ​ການ​ສູ້​ລົບ​ກັນ​ຢ່າງ​ແຮງ​ເກີດ​ຂຶ້ນ ໂດຍ​ມີ​ການ​ໃຊ້​ທັງ​ເຮືອ​ບິນ​ແລະ​ປືນ​ໃຫຍ່ ແລະ​ກໍ​ມີ​ການ​ປະ​ທະ​ກັນ​ໂດຍ​ກຳ​ລັງ​ພາກ​ພື້ນ​ດິນ ແລະ​ກໍ​ມີ​ແປວ​ຄວັນ​ພຸ່ງ​ຂຶ້ນ​ສູ່​ທ້ອງ​ຟ້າ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG