ເຈົ້າໜ້າທີ່ອັຟການີສຖານກ່າວວ່າ ການໂຈມຕີດ້ວຍລະເບີດ
ສະຫລະຊີບ ໄດ້ສັງຫານຍາມຮັກສາຄວາມປອດໄພຢ່າງນ້ອຍ
2 ຄົນ ທີ່ຄ້າຍທະຫານຕ່າງປະເທດ ແຫ່ງນຶ່ງ ໃນນະຄອນ Kabul.
ໂຄສົກຂອງກະຊວງພາຍໃນໄດ້ກ່າວວ່າ ລົດກະບະນ້ອຍຄັນນຶ່ງ
ທີ່ບັນທຸກວັດຖຸລະເບີດເຕັມອັດຕາ ໄດ້ແລ່ນໄປຕຳປະຕູູທາງເຂົ້າ
ຄ້າຍທະຫານຕ່າງປະເທດ ທີ່ຄຸ້ມ Pul-e-Charkhi ໃນນະຄອນຫຼວງ Kabul ໃນເຊົ້າວັນອັງຄານມື້ນີ້.
ກຸ່ມຕາລີບັນ ໄດ້ອອກມາອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້.
ສຽງລະເບີດ ໄດ້ສັ່ນສະເທືອນປ່ອງຢ້ຽມ ທີ່ຕັ້ງຫ່າງໄກອອກໄປຫຼາຍກິໂລແມັດ ຈາກສູນກາງການທູດ ຂອງນະຄອນຫຼວງ Kabul ແລະພາໃຫ້ເກີດແປວຄວັນຂະໜາດໃຫຍ່ກຸ່ມຂຶ້ນສູ່
ທ້ອງຟ້າ.
ເຂດທີ່ເກີດເຫດລະເບີດນັ້ນ ແມ່ນເຕັມໄປດ້ວຍ ອາຄານບ້ານເຮືອນ ຊຶ່ງເປັນສະຖານທີ່ພັກ
ເຊົາຂອງບັນດາບໍລິສັດຕ່າງປະເທດ ຮວມທັງຄ້າຍທະຫານຕ່າງ ປະເທດນຳດ້ວຍ ແຕ່ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າແມ່ນຫຍັງຄືເປົ້າໝາຍຂອງການໂຈມຕີທີ່ວ່ານີ້. ຫ້ອງການສືບລັບຂອງລັດຖະບານອັຟການີສຖານ ກໍຕັ້ງຢູ່ໃນບໍລິເວນໃກ້ຄຽງນັ້ນດ້ວຍ.