ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພາຍຸ ຂະໜາດໃຫຍ່ ທີ່ໄດ້ຮັບອິດທິພົນ ຈາກ El Niño ພັດຖະຫລົ່ມ ລັດ ຄາລີຟໍເນຍ


ຄົນຂັບລົດຄົນໜຶ່ງ ເຄື່ອນຍ້າຍລົດຕູ້ຂົນສົ່ງຫາສະໜາມບິນ ຜ່ານນ້ຳທີ່ຖ້ວມຢູ່ ຫຼັງຈາກພາຍຸ ທີ່ໄດ້ຮັບອິດທິພົນຈາກ El Nino ພັດເຂົ້າຖະຫຼົ່ມ ລັດ ຄາລີຟໍເນຍ. 6 ມັງກອນ, 2016.
ຄົນຂັບລົດຄົນໜຶ່ງ ເຄື່ອນຍ້າຍລົດຕູ້ຂົນສົ່ງຫາສະໜາມບິນ ຜ່ານນ້ຳທີ່ຖ້ວມຢູ່ ຫຼັງຈາກພາຍຸ ທີ່ໄດ້ຮັບອິດທິພົນຈາກ El Nino ພັດເຂົ້າຖະຫຼົ່ມ ລັດ ຄາລີຟໍເນຍ. 6 ມັງກອນ, 2016.

ພາຍຸຮ້າຍແຮງທີ່ມີອິດທິພົນຈາກປະກົດການ el Nino ໄດ້ພັດເຂົ້າ ຖະຫຼົ່ມ ຊາຍຝັ່ງຂອງລັດ ຄາລີຟໍເນຍ ດ້ວຍຝົນທີ່ຕົກໜັກ, ເຊິ່ງເປັນ ຝົນທີ່ທາງລັດ ຕ້ອງການເນື່ອງຈາກໄພແຫ້ງແລ້ງ.

ສູນບໍລິການອຸຕຸນິຍົມແຫ່ງຊາດກ່າວວ່າ ພາຍຸ ໃນວັນພຸດ ແລະ ວັນ ພະຫັດມື້ນີ້ແມ່ນຄາດວ່າຈະເຮັດໃຫ້ຝົນຕົກຫຼາຍກວ່າ 7 ຊັງຕີແມັດ.

ການສັນຈອນເທິງຖະໜົນຫຼວງຂອງລັດ ແມ່ນມີ​ອຸບປະສັກຂັດ ຂວາງຍ້ອນຝົນ ແລະ ຫິມະທີ່ຕົກໜັກ ຢູ່ເທິງພູ​ເຂົາ.

ນ້ຳປົກຄຸມຖະໜົນ Posas ທີ່ຖືກປິດ ໃກ້ກັບເມືອງ Camarillo, ລັດ ຄາລີຟໍເນຍ. ຫຼັງຈາກຝົນຕົກໜັກຈາກພາຍຸຫຼາຍລູກຂອງປະກົດການ el Nino ທີ່ໄດ້ພັດຜ່ານຂົງເຂດດັ່ງກ່າວໃນວັນທີ 6 ມັງກອນ, 2016
ນ້ຳປົກຄຸມຖະໜົນ Posas ທີ່ຖືກປິດ ໃກ້ກັບເມືອງ Camarillo, ລັດ ຄາລີຟໍເນຍ. ຫຼັງຈາກຝົນຕົກໜັກຈາກພາຍຸຫຼາຍລູກຂອງປະກົດການ el Nino ທີ່ໄດ້ພັດຜ່ານຂົງເຂດດັ່ງກ່າວໃນວັນທີ 6 ມັງກອນ, 2016

ບັນດາເຈົ້າໜ້າທີ່ຍັງໄດ້ເຕືອນວ່າ ບໍລິ​ເວນ​ເນີນພູທີ່ຖືກໄຟປ່າໄໝ້ເມື່ອບໍ່ດົນມານີ້ ແມ່ນມີຄວາມ ສ່ຽງສູງທີ່ຈະປະສົບກັບເຫດດິນເຈື່ອນ.

ພະຍຸແມ່ນຄາດວ່າຈະສືບຕໍ່ໄປໃນສັບປະດານີ້ ພ້ອມດ້ວຍຝົນທີ່ຕົກໜັກໃນພາກເໜືອຂອງລັດ ຄາລີຟໍເນຍ ແລະ ຫິມະຕົກສູງກວ່າ 60 ຊັງຕີແມັດໃນພູເຂົາ Sierra Nevada.

ໃນສັບປະດາທີ່ຜ່ານມາ, ອົງການອະວະກາດຂອງສະຫະລັດຫຼື NASA ໄດ້ກ່າວວ່າ ຮູບພາບ ທີ່ຖ່າຍຈາກດາວທຽມໄດ້ສະແດງໃຫ້ເຫັນວ່າ ປະກົດການ el Nino ຂອງປີນີ້ອາດຈະຮຸນແຮງ ເທົ່າກັບທີ່ໄດ້ເກີດຂຶ້ນໃນປີ 1997 ຫາ 1998, ເຊິ່ງໄດ້ກໍ່​ໃຫ້​ເກີດພາຍຸນ້ຳກ້ອນທີ່ຮຸນແຮງ ແລະ ໄພນ້ຳຖ້ວມໃນທົ່ວປະເທດ.

California el Nino
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG