ປະທານປະເທດ ຈີນ ທ່ານ Xi Jinping ມີກຳນົດຈະເປີດເຜີຍ
ໂຄງການພື້ນຖານໂຄງລ່າງຫຼາຍໆຢ່າງ ທີ່ມີມູນຄ່າລວມເຖິງ
46 ລ້ານດອນລາ ໃນເວລາທ່ານເລີ້ມຕົ້ນການຢ້ຽມຢາມ
ປາກິສຖານ ເປັນເວລາ 2 ມື້ ໃນວັນຈັນມື້ນີ້.
ຄາດກັນວ່າ ການຢ້ຽມຢາມຂອງທ່ານ ສີ ໃນຄັ້ງນີ້ ຈະເພັ່ງເລັງໃສ່
ເສ້ນທາງເຊື່ອມໂຍງທາງເສດຖະກິດ ລະຫວ່າງປາກິສຖານ ກັບ
ຈີນ ຫຼື Pakistan-China Economic Corridor ອັນເປັນແຜນ
ການກໍ່ສ້າງຕານ່າງ ຖະໜົນຫົນທາງ ລົດໄຟ ແລະ ໂຄງການ
ພະລັງງານຕ່າງໆ ເພື່ອເຊື່ອມຕໍ່ຈີນ ເຂົ້າກັບທ່າເຮືອ Gwadar
ຂອງປາກິສຖານນັ້ນເອງ. ໂຄງການດັ່ງກ່າວນີ້ ຫຼັງຈາກທີ່ສຳເລັດ
ແລ້ວ ແມ່ນຈະອຳນວຍໃຫ້ປັກກິ່ງ ເຂົ້າເຖິງຕະຫລາດຕ່າງໆ ຢູ່ໃນເຂດເອເຊຍກາງໄດ້ໄວຂຶ້ນ ແລະ ເປັນທາງລັດ ສຳຫລັບ ການນຳເຂົ້ານ້ຳມັນ ຈາກພາກຕາເວັນອອກກາງ.
ເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດ ທ່ານນຶ່ງກ່າວວ່າ ສະຫະລັດສະໜັບສະໜຸນ
ແຜນການເຊື່ອມໂຍງທາງເສດຖະກິດດັ່ງກ່າວນັ້ນ ໂດຍກ່າວວ່າ ມັນສອດຄ່ອງກັບວິໄສທັດ
ທີ່ມີຮ່ວມກັນ ກ່ຽວກັບການເຊື່ອມຕໍ່ທາງດ້ານເສດຖະກິດ ຢູ່ໃນຂົງເຂດດັ່ງກ່າວນັ້ນ.
ໂຄສົກລັດຖະບານປາກິສຖານ ໄດ້ກ່າວວ່າ ການຢ້ຽມຢາມຂອງທ່ານ Xi ໃນຄັ້ງນີ້ ຈະເປັນ
ຂີດໝາຍ ການຫັນປ່ຽນສາຍສຳພັນ ຈາກທີ່ເປັນ ສາຍສຳພັນຍຸດທະສາດໂລກ ມາເປັນ
ສາຍສຳພັນ ດ້ານເສດຖະກິດແບບໃໝ່. ແຕ່ ດ້ານຂອງຄວາມໝັ້ນຄົງຂອງສາຍສຳພັນນັ້ນ
ກໍຄາດວ່າ ຈະຂະຫຍາຍເລິກເຊິ່ງຂຶ້ນຕື່ມອີກ.
ທັງສອງຝ່າຍອາດລົງນາມ ໃນຂໍ້ຕົກລົງຂາຍເຮືອດຳນ້ຳຈີນ ຈຳນວນ 8 ລຳ ໃຫ້ປາກິສຖານ.