ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ຊີວິດ 5 ຄົນ ໃນເຫດ ແຜ່ນດິນໄຫວ ຂະໜາດແຮງ ໃນ Chile


Chile Earthquake
please wait
Embed

No media source currently available

0:00 0:00:57 0:00

ປະທານາທິບໍດີ Chile ທ່ານນາງ Michelle Bachelet ກ່າວວ່າ ທ່ານນາງຈະເດີນທາງໄປຍັງເຂດແຄມຝັ່ງທະເລທີ່ໄດ້ຮັບຜົນ
ກະທົບຢ່າງແຮງຈາກແຜ່ນດິນໄຫວ ທີ່ແທກໄດ້ 8.3 ຣິກເຕີ ໃນ
ແລງວັນພຸດວານນີ້ ທີ່ເຮັດໃຫ້ມີຜູ້ຊີວິດ 5 ຄົນ ແລະໄດ້ມີການ
ເຕືອນໄພສຸນາມິ ຢ່າງກວ້າງຂວາງ.

ແຜນດິນໄຫວໃນແລງວັນພຸດວານນີ້ ມີຈຸດສູນກາງ ປະມານ 500 ກິໂລແມັດ ໄປທາງເໜືອ ຂອງນະຄອນຫຼວງ Santiago ແລະໄດ້ສັ່ນສະເທືອນໄປໄກເຖິງນະຄອນ Buenos Aires ທີ່ຢູ່ອີກກ້ຳນຶ່ງຂອງທະວີບ.

ແຜ່ນດິນໄຫວດັ່ງກ່າວແມ່ນໄດ້ຕິດຕາມມາໂດຍແຜ່ນດິນໄຫວຂະໜາດນ້ອຍ ຫຼື after-
shocks ອີກຈຳນວນນຶ່ງ ຊຶ່ງຍັງຜົນໃຫ້ມີຜູ້ຄົນຕ້ອງໄດ້ພາກັນຫລັບນອນຢູ່ຂ້າງນອກ​ເພື່ອເປັນການລະ ມັດລະວັງ. ການເຕືອນໄພສຸນາມິ ຍັງມີຜົນບັງຄັບໃຊ້ຢູ່ ເປັນເວລາ
ຫຼາຍໆຊົ່ວໂມງ ຕາມເຂດແຄມຝັ່ງທະເລຂອງປະເທດ. ຂົງເຂດອື່ນທີ່ຢູ່ຫ່າງໄກ ເຊັ່ນ
ຍີ່ປຸ່ນແລະລັດຮາວາຍ ຂອງສະຫະ ລັດ ກໍກຽມພ້ອມເພື່ອຮັບມືກັບຄວາມເປັນໄປໄດ້ ທີ່ອາດຈະເກີດຟອງຍັກສຸນາມິ.

ພວກຜູ້ຄົນພາກັນແລ່ນສູ່ທ້ອງຖະໜົນ ຫຼັງຈາກທີ່ແຜ່ນດິນໄຫວ ແຮງ 8.3 ເຣັກເຕີ ປະທະນະຄອນ Santiago, Chile,16 ກັນຍາ 2015.
ພວກຜູ້ຄົນພາກັນແລ່ນສູ່ທ້ອງຖະໜົນ ຫຼັງຈາກທີ່ແຜ່ນດິນໄຫວ ແຮງ 8.3 ເຣັກເຕີ ປະທະນະຄອນ Santiago, Chile,16 ກັນຍາ 2015.

ປະທານາທິບໍດີ Bachelet ໄດ້ປະກົດຕົວທາງໂທລະພາບໃນແລງວັນພຸດວານນີ້ ຖະແຫຼງ
ກ່ຽວກັບເຫດແຜ່ນດິນໄຫວ ທີ່ໄດ້ຖະຫຼົ່ມຂົງເຂດ ໃນເວລາປະມານ 8 ໂມງແລງຕາມເວລາ
ທ້ອງຖິ່ນ.

ທ່ານນາງກ່າວວ່າ “ອີກຄັ້ງນຶ່ງ ພວກເຮົາຕ້ອງຮັບມືກັບໄພທຳມະຊາດ,” ແລະໄດ້ເອີ້ນເຫດ
ແຜ່ນດິນໄຫວ ປີ 2010 ທີ່ໄດ້ເອົາຊີວິດຜູ້ຄົນໄປ 500 ຄົນ ແລະເຮັດໃຫ້ບາງເຂດໃນເມືອງ Concepcion ຂອງ Chile ຮາບເປັນໜ້າກອງນັ້ນ.

ບ້ານເຮືອນຂອງຜູ້ຄົນ ໄດ້ພັງລົງທີ່ເມືອງ Illapel ຊຶ່ງຕັ້ງຢູ່ໃນເຂດແຄມຝັ່ງທະເລ ໃກ້ໆກັບຈຸດສູນກາງຂອງແຜ່ນດິນໄຫວ ແລະຍັງຜົນໃຫ້ໄຟຟ້າດັບ.

ເມືອງຫຼວງ Santiago ໄດ້ພາກັນຍົກຍ້າຍຜູ້ຄົນອອກຈາກສະໜາມບິນໃຫຍ່ຂອງປະເທດ.

XS
SM
MD
LG