ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລີບານ ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ຢູ່ ນະຄອນກາບູລ


ເຈົ້າໜ້າທີ່ອັຟການິສຖານ ຢືນຍາມຢູ່ບ່ອນພວກກໍ່ການຮ້າຍໂຈມຕີ ໃກ້ສະຖານສະເປນ. (11 ທັນວາ 2015)
ເຈົ້າໜ້າທີ່ອັຟການິສຖານ ຢືນຍາມຢູ່ບ່ອນພວກກໍ່ການຮ້າຍໂຈມຕີ ໃກ້ສະຖານສະເປນ. (11 ທັນວາ 2015)

ກຸ່ມ​ຕາ​ລີ​ບານ​ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ
​ດ້ວຍ​ລະ​ເບີດ​ລົດ ​ແລະ​ສຽງ​ປືນ​ທີ່​ດັງ​ຂຶ້ນ ​ໃນ​ຄຸ້ມ​ພວກ​ນັກ​ການ
​ທູດ ຢູ່​ນະຄອນຫຼວງກາ​ບູລ​ ທີ່​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ
6 ຄົນ​ ຮວມທັງ​ຕຳຫຼວດ 4 ຄົນ.

ນອ​ກນັ້ນ ຍັງ​ມີ​ອີກ​ຫຼາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນ​ການ​ໂຈມ​ຕີ​
ທີ່​ເລີ້ມຂຶ້ນ​ໃນ​ວັນ​ສຸກ​ ​ແລະ​ແກ່ຍາວ​ມາ ​ຈົນ​ຮອດ​ ວັນ​ເສົາ​ມື້ນີ້.​
ໂຮງໝໍ​ແຫ່ງ​ນຶ່ງ​ທີ່​ບໍລິຫານ​ງານ​ໂດຍອົງການໆ​ກຸສົນ​ຂອງ​ອີ​ຕາ
​ລີ​ລາຍ​ງານ​ວ່າ ຕົນ​ໄດ້​ປິ່ນປົວ​ພວກ​ເຄາະ​ຮ້າຍ​ຫຼາຍຄົນ.

ທ້າວ Zabihullah Mujahid ​ໂຄສົກ​ຂອງ​ກຸ່ມ​ຕາ​ລີ​ບາ​ນ ກ່າວ​ຕໍ່​ວີ​ໂອ​ເອວ່າ​ບ້ານພັກ​ແຫ່ງ​
ນຶ່ງ ​ໄດ້​ຕົກ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ ຍ້ອນ​ລາວ​ເວົ້າວ່າ​ ມັນ​ໄດ້​ຖືກ​ນຳ​ໃຊ້ ​ເພື່ອ​ກິດຈະການ​
ທະຫານ ​ແລະ​ການ​ສືບ​ລັບ.

Kabul Blast
please wait
Embed

No media source currently available

0:00 0:01:17 0:00

​ໂຄສົກ​ຕາ​ລີ​ບານ ​ກ່າວ​ວ່າ ພວກ​ເຮົາ​ໄດ້​ຕິດຕາມ​ສິ້ງຊອມ​ເບິ່ງ​ບ້ານ​ພັກ​ຫລັງ​ນີ້ ມາ​ດົນ​ນານ​
ແລ້ວ ​ແລະ​ໃນ​ທີ່​ສຸດ ກໍ​ທຳ​ການ​ໂຈມ​ຕີ​ໃນ​ມື້ນີ້. ພວກ​ນັກ​ລົບ ​ມູຈາຮີ​ດິນ ຂະ​ໜາດ​ໃຫຍ່​ກຸ່ມ​
ນຶ່ງຂອງ​ພວກ​ເຮົາໄດ້​ບຸກ​ເຂົ້າ​ໂຈມ​ຕີ​ເປົ້າໝາຍ​ທີ່​ສຳຄັນ​ດັ່ງ​ກ່າວ. ມັນ​ເລີ້ມຂຶ້ນດ້ວຍ​ນັກ​ລົບ​
ຂອງ​ເຮົາ​ຄົນ​ນຶ່ງ ບີບ​ຄະ​ນວນ​ລະ​ເບີດ​ທີ່​ຫ້າງ​ໃສ່ລົດ​ໃຫ້​ແຕກ​ຂຶ້ນ​ເພື່ອ​ອະນຸຍາດ​ໃຫ້​ບຸກຄົນ
ອື່ນໆ​ໄດ້​ເຂົ້າ​ໄປ​ໃນ​ສະຖານ​ທີ່​ແຫ່ງ​ນັ້ນພວກ​ເຮົາ​ໄດ້​ພົບ​ເຫັນ​ຊາວ​ຕ່າງປະ​ເທດ​ຈຳນວນ​ນຶ່ງ​
ຢູ່ໃນ​ຕຶກ​ອາຄານ​ນີ້.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ມີ​ຢ່າງໜ້ອຍ 3 ຄົນ ​ພົວພັນ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ.

ທີ່​ນະຄອນຫຼວງວໍ​ຊິງ​ຕັນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby
ກ່າວ​ວ່າ ​ເຖິງ​ແມ່ນ​ວ່າໄດ້​ເກີດ​ຄວາມ​ຮຸນ​ແຮງ​ກໍ​ຈິງ​ ​ແຕ່​ສະຫະລັດ​ກໍ​ຍັງ​ເຊື່ອ​ວ່າ ​ຕົນ​ຕ້ອງສືບ​
ຕໍ່​ປະ​ຕິ​ບັດ​ງານ​ເພື່ອ​ສ້າງ​ຄວາມ​ປອງ​ດອງ​ຊາດ ​ລະຫວ່າງ​ທຸກ​ພັກ​ຝ່າຍ​ກ່ຽວ​ຂ້ອງ​ໃນ​ອັຟກາ​
ນິສຖານ.

Taliban Claim Big Attack in Central Kabul
please wait

No media source currently available

0:00 0:00:34 0:00

XS
SM
MD
LG