ການໂຈມຕີດ້ວຍລູກສອນໄຟ ແລະ ໂດຣນຂະໜາດໃຫຍ່ໂດຍ ຣັດເຊຍ ເມື່ອຂ້າມຄືນທີ່ຜ່ານມາໄດ້ສ້າງຄວາມເສຍຫາຍຕໍ່ໂຮງໄຟຟ້າຫຼາຍແຫ່ງໃນທົ່ວ ຢູເຄຣນ, ນຶ່ງວັນຫຼັງຈາກປະເທດໄດ້ປະກາດປ່ຽນການມອດໄຟຟ້າເປັນຈຸດ ຍ້ອນການຂາດແຄນໄຟຟ້າເນື່ອງຈາກສົງຄາມ.
ບໍລິສັດ Ukrenergo ເຊິ່ງແມ່ນຜູ້ສະໜອງໄຟຟ້າແຫ່ງຊາດຂອງ ຢູເຄຣນ ໄດ້ກ່າວໃນຕອນເຊົ້າວັນພະຫັດມື້ນີ້ວ່າ ການໂຈມຕີເມື່ອຂ້າມຄືນໃສ່ໂຮງໄຟຟ້າພະລັງຄວາມຮ້ອນໄດ້ກໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງ ແລະ ມີພະນັກງານບາດເຈັບສາມຄົນ.
ຖະແຫຼງການຂອງບໍລິສັດ Ukrenergo ໄດ້ກ່າວຕື່ມວ່າ “ອຸປະກອນຢູ່ໂຮງງານຕ່າງໆໃນພາກພື້ນ ວິນນິດເຊຍ, ດິນິບໂປຣເປຕຣອບ, ໂດເນັດສ໌ ແລະ ຂົງເຂດ ກີຢິບ ໄດ້ຮັບຄວາມເສຍຫາຍ.”
ໃນວັນພຸດວານນີ້, ບໍລິສັດ Ukrenergo ໄດ້ປະກາດວ່າ ການໝູນວຽນມອດໄຟຟ້າຈະຖືກປະຕິບັດທົ່ວປະເທດ. ການໂຈມຕີດ້ວຍໂດຣນ ແລະ ລູກສອນໄຟຂອງ ຣັດເຊຍ ໄດ້ຕັດຄວາມສາມາດໃນການຜະລິດພະລັງງານຂອງ ຢູເຄຣນ ລົງເຄິ່ງນຶ່ງ ຈາກທີ່ສາມາດຜະລິດໄດ້ໃນປີກາຍນີ້, ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວໃນຕົ້ນເດືອນນີ້.
ໃນການກ່າວຄຳປາໄສປະຈຳວັນຂອງທ່ານ, ທ່ານ ເຊເລັນສກີ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ລັດຖະບານແມ່ນກຳລັງຊອກຫາວິທີທາງເພື່ອປັບປຸງສະຖານະການໃຫ້ດີຂຶ້ນ.
ທ່ານໄດ້ກ່າວວ່າ “ພວກເຮົາກຳລັງກຽມວິທີແກ້ໄຂທີ່ຈະຮັບປະກັນການຢູ່ລອດໃນລະດູທີ່ຕ້ອງໄດ້ໃຊ້ອາຍຮ້ອນ ແລະ ໃຫ້ປະຊາຊົນມີໂອກາດຫຼາຍກວ່າເກົ່າ ເພື່ອຜ່ານຜ່າໄລຍະທີ່ຫຍຸ້ງຍາກຢ່າງຍິ່ງນີ້, ໃນແງ່ຂອງການຂາດແຄນໄຟຟ້າ ແລະ ໄຟຟ້າມອດ.”
ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ຕົນໄດ້ຍິງລູກສອນໄຟຕົກ ຫ້າລູກ ໃນຈຳນວນ ເກົ້າລູກ ແລະເຮືອບິນບໍ່ມີຄົນຂັບ ທັງໝົດ 27 ລຳ ທີ່ໄດ້ຖືກສົ່ງເຂົ້າມາໃນຂົງເຂດ 10 ແຫ່ງຂອງຢູເຄຣນ ໂດຍ ຣັດເຊຍ ໃນລະຫວ່າງ ການໂຈມຕີຂອງວັນພະຫັດມື້ນີ້.
ຟໍຣັມສະແດງຄວາມຄິດເຫັນ