ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ.ນ. ວໍ​ແຣັນ ອອກ​ຈາກ​ການ​ແຂ່ງ​ຂັນ​ ເປັນ​ຜູ້​ຕາງ​ໜ້າ​ພັກ​ເດ​ໂມ​ແຄ​ຣັດ ໄປ​ແຂ່ງ​ຂັນ ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ແລ້ວ


ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດແມັ​ສ​ຊາ​ຈູ​ແຊັ​ສ ທ່ານ​ນາງ​ເອ​ລີ​ຊ​າ​ເບັດ ວໍແ​ຣັນ ທັກ​ທາຍ​ກັບ​ບັນ​ດາ​ຊາວ​ໜຸ່ມ ວັນ​ທີ 3 ກຸມ​ພາ 2020.
ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດແມັ​ສ​ຊາ​ຈູ​ແຊັ​ສ ທ່ານ​ນາງ​ເອ​ລີ​ຊ​າ​ເບັດ ວໍແ​ຣັນ ທັກ​ທາຍ​ກັບ​ບັນ​ດາ​ຊາວ​ໜຸ່ມ ວັນ​ທີ 3 ກຸມ​ພາ 2020.

ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດແມັ​ສ​ຊາ​ຈູ​ແຊັ​ສ ທ່ານ​ນາງ​ເອ​ລີ​ຊ​າ​ເບັດ ວໍແ​ຣັນ ໄດ້​ຍຸ​ຕິ​ການ​ແຂ່ງ
​ຂັນ​ເພື່ອໃຫ້​ເປັນ​ຜູ້​ຖືກ​ແຕ່ງ​ຕັ້ງຈ​າກ​ພັກ​ເດ​ໂມ​ແຄ​ຣັດໃນ​ການ​ເຂົ້າ​ແຂ່ງ​ຂັນເປັນ​ປະ​ທາ​ນາ​ທິ​ບໍ​ດີ ​ໃນ​ວັນ​ພະ​ຫັດ​ວານ​ນີ້ ຫຼັງ​ຈາກ​ໄດ້​ເສຍໄຊ​ຢູ່​ທົ່ວທັງ 14 ລັດ ທີ່​ມີ​ການ​ຈັດ​ການເລືອກ​ຕັ້​ງເອົາ​ຜູ້​ຕ່າງ​ໜ້າ​ພັກ​ໃນ​ອາ​ທິດ​ນີ້ຊຶ່ງຮວມ​ທັງການເປັນຜູ້ທີ​ສາມຢ່າງ​ໜ້າຜິດ​ຫວັງ​ຢ່າງ​ໃຫຍ່​ຢູ່​ໃນ​ລັດ​ທີ່​ເປັນ​ບ້ານ​ຂອງ​ທ່ານ​ນາງເອງ.

ທ່ານ​ນາງວໍ​ແຣັນ ກ່າວ​ຕໍ່​ບັນ​ດາ​ພະ​ນັກ​ງານ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ນາງວ່າ “ພວກ​ເຮົາ​ບໍ່​ໄດ້​ບັນ​ລຸ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ ແຕ່ວ່າ​ສິ່ງ​ທີ່ພວກ​ເຮົາ​ໄດ້​ເຮັດ​ນຳ​ກັນ ສິ່ງ​ທີ່​ພວກ​ທ່ານໄດ້​ເຮັດ​ນັ້ນ ໄດ້ໃຫ້​ເກີດຄວາມ​ແຕກ​ຕ່າງ​ທີ່ຢັ້ງ​ຍືນ. ມັນ​ບໍ່​ແມ່ນ​ລະ​ດັບ​ຂອງ​ຄວາມ​ແຕກ​ຕ່າງ​ທີ່​ພວກ​ເຮົາ​ຕ້ອງ​ການ​ຢ່າກ​ເຮັດໃຫ້​ເກີດ ແຕ່​ມັນ​ສຳ​ຄັນ ແລະ​ການ​ປ່ຽນ​ແປງນັ້ນ ຈະ​ເປັນ​ຄື້ນ​ຟອງ​ໃນ​ຫຼາຍໆ​ປີຕໍ່​ໜ້ານີ້.”

ທ່ານ​ນາງ​ວໍ​ແ​ຣັນ, ອະ​ດີດ​ອາ​ຈານ​ສອນ​ກົດ​ໝາຍ​ຢູ່​ມະ​ຫາ​ວິ​ທ​ະ​ຍາ​ໄລ​ຮາ​ວາດ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່ນອກ​ບ້ານ​ພັກ​ຂອງ​ທ່ານ​ນາງ​ໃນ​ເມືອງ​ແຄມບ​ຣີ​ສຈ໌ ລັດ​ແມັ​ສ​ຊາ​ຈູ​ແຊັ​ສ ວ່າ​ທ່ານ​ນາງ​ຈະ​ບໍ່​ສະ​ເໜີໃຫ້​ການ​ຮັບ​ຮອງ​ໂດຍ​ທັນ​ທີ່​ແກ່​ຜູ້​ນຳ​ໜ້າໝູ່​ທ່ານ​ໃດເລີຍ ​ໃນ​ການ​ແຂ່ງ​ຂັນ ລະ​ຫວ່າງອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສອງ​ສະ​ໄໝ ທ່ານ​ໂຈ ໄບ​ເດັນ ຫຼື ອີກ​ຜູ້ນຶ່ງທີ່ເປັນ​ພັນ​ທະ​ມິ​ດ​ທາງການ​ເມືອງ​ຂອງ​ທ່ານ​ນາງ ຄື​ສະ​ມາ​ຊິກ​ສະ​ພາ​ສູງ ລັດ​ເວີ​ມັນທ໌, ທ່ານ​ເບີ​ນີ ແນ​ຊ​ເດີ​ສ໌ ທີ່​ປະ​ກາດ​ຕົນ​ເອງວ່າ​ເປັນ​ສັງ​ຄົມ​ນິ​ຍົມ​ເດ​ໂມ​ແຄ​ຣັດນັ້ນ. ທ່ານ​ນາງ​ໄດ້​ໂອ້​ລົມ​ກັບ​ເຂົາ​ເຈົ້າ​ເປັນ​ການຕ່າງ​ຫາກ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​.

ທ່ານ​ນາງ​ກ່າວ​ວ່າ “ພວກ​ເຮົາຈະ​ໃຊ້​ເວ​ລາ​ອີກ​ໜ້ອຍ​ນຶ່ງ​ເພື່ອ​ຄິດ​ພິ​ຈະ​ລະ​ນາ” ກ່ຽວ​ກັບ​ການ​ສະ​ເໜີດັ່​ງ​ກ່າວ.

ສຳ​ລັບ​ສອງ​ຄົນ​ທີ່​ເປັນ​ຜູ້​ສະ​ໝັກ​ເທື່ອ​ນຶ່ງຄື ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ມິນ​ເນ​ໂຊ​ຕາ ທ່ານ​ນາງ​ເອ​ມີ ໂຄລບູ​ຈາ ແລະ​ອະ​ດີດ​ເຈົ້າ​ເມືອງ​ຊ້າວ​ເບັນ ລັດ​ອິນ​ເດຍ​ນາ, ທ່ານ​ພີດ ບູ​ຕິ​ເຈ​ຈ ໄດ້​ສະ​ເໜີ​ການ​ຮັບ​ຮອງໃຫ້​ທ່ານ​ໄບ​ເດັນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ລາ​ອອກ​ຈາກ​ການ​ແຂ່ງ​ຂັນ​ ກ່ອນ​ວັນເລືອກ​ຕັ້ງລົງ​ຄະ​ແນນ​ສຽງ ວັນ​ອັງ​ຄານພິ​ເສດ ເກືອບ​ເປັນ​ທີ່​ແນ່ນອນວ່າ​ ໄດ້​ຊຸກ​ຍູ້ຄວາມ​ໂຊກ​ດີ​ໃຫ້​ແກ່ທ່ານ​ໄບ​ເດັນ ໄປ​ສູ່​ການ​ຄວ້າ​ເອົາໄຊ​ຊະ​ນະ 10 ລັດ ໃນທັງ​ໝົດ 14 ລັດ ທີ່​ຈັດການ​ເລືອກ​ຕັ້ງ​ໃນອາ​ທິດ​ນີ້ ເມື່ອສີ່​ລັດແມ່ນ​ຕົກ​ເປັນ​ຂອງ​ທ່ານ​ແຊນ​ເດີ​ສ໌.

ໃນ​ຂະ​ນ​ທີ່​ຂ່າວ​ຂອງ​ທ່ານ​ນາງວາ​ຣັນ​ໄດ້​ສີ້​ນ​ສຸດ​ການ​ສະ​ໝັກ​ຂອງ​ທ່ານ​ນາງ​ປາ​ກົດ​ໂຕ​ອອກ​ມາ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນລ ທ​ຣຳ ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ທ່ານ​ນາງ​ເກີດ​ຂຶ້ນ “ສາມ​ມື້ຊ້າ​ເກີນ​ໄປ” ໂດຍ​ກ່າວອ້າງວ່າ​ໄດ້​ເຮັດ​ໃຫ້​ໄຊ​ຊະ​ນະ​ຂອງ​ທ່ານ​ແຊນ​ເດີ​ສ໌​ເສຍ​ຫາຍ​ຢູ່​ໃນຢ່າງ​ໜ້ອຍສາມ​ລັດ​ຢູ່​ໃນການ​ລົງ​ຄະ​ແນ​ນ​ສຽງໃນ ​ວັນ​ອັງ​ຄານ​ພິ​ເສດ ແລະ “ອາດເຮັດ​ໃຫ້​ທ່ານ​ເສຍ​ການ​ແຕ່ງ​ຕັ້ງ​ເປັນ​ຜູ້​ຕາງ​ໜ້າ​ພັກ​ກໍ​ເປັນ​ໄດ້."

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG