ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ຄົນ ເສຍຊີວິດ ລວມທັງ ມືປືນ ຢູ່ໃນເຫດຍິງກັນ ໃນງານແຂ່ງຂັນ ການຫລິ້ນເກມ ໃນ ລັດຟລໍຣິດາ


ພວກເຈົ້າໜ້າທີ່ຂອງຫ້ອງການ ຄຸ້ມຄອງສຸລາ, ຢາສູບ, ອາວຸດ ແລະລະເບີດ ພາກັນຍ່າງອອກຈາກເຮືອນຂອງຄອບຄົວ ຂອງມືປືນໄປ ພາຍຫລັງທີ່ໄດ້ ທໍາການກວດຄົ້ນເຮືອນດັ່ງກ່າວ ຢູ່ເມືອງບອລຕີມໍ, ລັດແມຣີແລນແລ້ວ ໃນວັນອາທິດ ວັນທີ 26 ສິງຫາ, 2018
ພວກເຈົ້າໜ້າທີ່ຂອງຫ້ອງການ ຄຸ້ມຄອງສຸລາ, ຢາສູບ, ອາວຸດ ແລະລະເບີດ ພາກັນຍ່າງອອກຈາກເຮືອນຂອງຄອບຄົວ ຂອງມືປືນໄປ ພາຍຫລັງທີ່ໄດ້ ທໍາການກວດຄົ້ນເຮືອນດັ່ງກ່າວ ຢູ່ເມືອງບອລຕີມໍ, ລັດແມຣີແລນແລ້ວ ໃນວັນອາທິດ ວັນທີ 26 ສິງຫາ, 2018

ພວກເຈົ້າໜ້າທີ່ໃນເມືອງແຈັກຊັນວີລ (Jacksonville) ຂອງລັດຟລໍຣິດາ ເວົ້າວ່າ
ມືປືນຄົນນຶ່ງ ໄດ້ຍິງຄົນ 2 ຄົນ ຕາຍ ແລະເຮັດໃຫ້ອີກ 9 ຄົນໄດ້ຮັບບາດເຈັບ ກ່ອນ
ຈະຂ້າຕົນເອງຕາຍ ຢູ່ໃນງານແຂ່ງຂັນການຫລິ້ນເກມທາງວີດິໂອ ໃນວັນອາທິດ
ວານນີ້.

ການໂຈມຕີດັ່ງກ່າວ ມີຂຶ້ນຢູ່ໃນຮ້ານອາຫານແຫ່ງນຶ່ງຢູ່ເຂດ ແລນດິງຂອງເມືອງ ແຈັກຊັນວີລ (Jacksonville Landing) ຊຶ່ງເປັນເຂດທີ່ມີການສ້າງສັນ ຄົບງັນກັນ
ຢູ່ແຄມແມ່ນໍ້າ ທີ່ເຕັມໄປດ້ວຍຫ້າງຮ້ານຂາຍເຄື່ອງ ແລະຮ້ານອາຫານອັນຫລາກ
ຫລາຍຢູ່ໃນເຂດໃຈກາງຂອງເມືອງ.

ຕໍາຫລວດລາດຕະເວນທາງດ່ວນໃນລັດຟລໍຣິດາ ຕັນທາງເຂົ້າໄປຖະໜົນໃຫຍ່ ທີ່ເປັນຂົວກ່າຍ ໄປຫາເຂດ ໃກ້ກັບທີ່ເກີດເຫດຍິງສັງຫານໝູ່ ຢູ່ໃນເມືອງແຈກຊັນວີລ ໃນວັນທີ 26 ສິງຫາ 2018
ຕໍາຫລວດລາດຕະເວນທາງດ່ວນໃນລັດຟລໍຣິດາ ຕັນທາງເຂົ້າໄປຖະໜົນໃຫຍ່ ທີ່ເປັນຂົວກ່າຍ ໄປຫາເຂດ ໃກ້ກັບທີ່ເກີດເຫດຍິງສັງຫານໝູ່ ຢູ່ໃນເມືອງແຈກຊັນວີລ ໃນວັນທີ 26 ສິງຫາ 2018

​ທ່ານ ໄມຄ໌ ວິລລຽມ (Mike Williams) ນາຍຕໍາຫລວດເມືອງ ແຈັກຊັນວີລ ເວົ້າວ່າ
ຕອນທີ່ມີເຫດການຍິງກັນຢູ່ນັ້ນ ມີຜູ້ຄົນຈໍານວນຫລວງຫລາຍ ຢູ່ໃນຮ້ານຂາຍພີດຊາ
ແຫ່ງນຶ່ງ ທີ່ຈັດໃຫ້ມີການແຂ່ງຂັນການຫລິ້ນເກມຟຸດບອລ ທາງວີດິໂອທີ່ເອີ້ນວ່າ
"Madden NFL '19" ນັ້ນ.

ທ່ານວິລລຽມເວົ້າຕື່ມວ່າ ພວກນັກສືບສວນຍັງພາກັນພະຍາຍາມຊອກຫາສາເຫດ
ທີ່ພາໃຫ້ເກີດການໂຈມຕີດ່ັງກ່າວນັ້ນ ຢູ່.

ທ່ານກ່າວວ່າ ເທົ່າທີ່ຜ່ານມາ ພວກເຈົ້າໜ້າທີ່ ເຊື່ອວ່າ ມືປືນທີ່ກະທໍາການໂຈມຕີດ່ຽວ
ຜູ້ນັ້ນ ຊື່ວ່າ ທ້າວ ເດວິດ ຄາດຊ໌ (David Katz) ອາຍຸ 24 ປີ ມາຈາກເມືອງບອລຕີມໍ,
ລັດແມຣີແລນ ແລະໄດ້ໃຊ້ປືນສັ້ນກະບອກດຽວຍິງ.

ທ່ານ ວິລລຽມ ຍັງເວົ້າອີກວ່າ ຜູ້ຕ້ອງສົງໄສດັ່ງກ່າວ ໄປເມືອງແຈັກຊັນວີລ ເພື່ອລົງ
ແຂ່ງຂັນໃນການຫລິ້ນເກມທີ່ວ່າ ແລະເວົ້າວ່າ ຍັງບໍ່ມີໃຜຮູ້ເທື່ອວ່າ ຜູ້ກ່ຽວຮູ້ຈັກກັບ
ພວກໄດ້ຮັບເຄາະຮ້າຍ ຫລືບໍ່.

ມີ 11 ຄົນໄດ້ຖືກນໍາສົ່ງໂຮງໝໍ ຫລື ບໍ່ກໍໄດ້ໄປໂຮງໝໍເອງ, ຊຶ່ງໃນນັ້ນ ມີ 9 ຄົນໄດ້
ຮັບບາດເຈັບ ຍ້ອນຖືກປືນ ແລະອີກສອງຄົນແມ່ນໄດ້ຮັບບາດເຈັບໃນຂະນະທີ່ຫລົບ
ໜີຈາກລູກປືນ.

ຫ້ອງການສາທາລະນະສຸກ ຢູເອັຟ (UF) ປະຈໍາເມືອງແຈັກຊັນວີລ ເວົ້າວ່າ ສູນກາງ
ປິ່ນປົວບາດແຜຂອງຕົນ ໄດ້ຮັບເອົາຄົນເຈັບ 6 ຄົນ ເພື່ອປິ່ນປົວ ແລະເວົ້າວ່າ ເມື່ອຮອດ
ຕອນແລງຂອງວັນອາທິດວານນີ້ ມີ 4 ຄົນໄດ້ອອກຈາກໂຮງໝໍໄປ. ມີຄົນນຶ່ງ ທີ່ມີອາ
ການຮ້າຍແຮງ ແລະສ່ວນທີ່ເຫລືອນັ້ນ ແມ່ນຢູ່ໃນສະພາບປົກກະຕິດີ.

ທ່ານ ຣິກຄ໌ ສະກອດທ໌ (Rick Scott) ເຈົ້າປົກຄອງລັດຟລໍຣິດາ ເວົ້າວ່າ ທ່ານໄດ້ໃຫ້
ຄໍາໝັ້ນສັນຍາຕໍ່ເຈົ້າເມືອງເລັນນີ ເຄີຣີ (Lenny Curry) ແລະເຈົ້າໜ້າທີ່ຄົນອື່ນໆ ໃນ
ເມືອງແຈັກຊັນວີລວ່າ ຈະໃຫ້ການຊ່ວຍເຫລືອຈາກລັດທຸກຢ່າງທີ່ຕ້ອງການ. ທ່ານຍັງ
ໄດ້ສັນລະເສີນປະທານາທິບໍດີ ດໍໂນລ ທຣໍາ ວ່າໄດ້ໂທລະສັບໄປຫາ ແລະຍື່ນຄວາມ
ຊ່ວຍເຫລືອຈາກລັດຖະບານກາງໃຫ້ ຖ້າຫາກ ທາງລັດດັ່ງກ່າວມີຄວາມຕ້ອງການ ພາຍ
ຫລັງເກີດເຫດການຍິງກັນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG