ມີການປະທ້ວງໃນວັນພຸດວານນີ້ ຢູ່ທົ່ວປະເທດ Togo ເຊິ່ງເປັນປະເທດນ້ອຍໆ ຢູ່ໃນ
ເຂດອາຟຣິກາຕາເວັນຕົກ ໂດຍຮຽກຮ້ອງໃຫ້ຍຸຕິ ການກຳອຳນາດແບບຣາຊະວົງ ທີ່ແກ່
ຍາວມາໄດ້ 5 ທົດສະວັດ ໂດຍປະທານາທິບໍດີ Faure Gnassingbe ແລະ ຄອບຄົວ
ຂອງທ່ານ.
ປະຊາຊົນ ຫຼາຍແສນຄົນ ທີ່ຮຽກຮ້ອງ ໂດຍບັນດາຜູ້ນຳພັກຝ່າຍຄ້ານຂອງ ໂຕໂກ້ ໄດ້
ພາກັນລົງສູ່ຖະໜົນຫົນທາງ ໃນນະຄອນຫຼວງ Lome ແລະ ຢູ່ໃນເມືອງຕ່າງໆ ອີກດ້ວຍ
ໂດຍຮຽກຮ້ອງໃຫ້ ທ່ານ Gnassingbe ລາອອກຈາກຕຳແໜ່ງ ໃນເມື່ອສະໄໝຂອງ
ທ່ານ ໄດ້ສິ້ນສຸດລົງ ໃນປີ 2020 ແລະ ໃຫ້ດັດແກ້ລັດຖະທຳມະນູນ ປ່ຽນກຳນົດສະໄໝ
ການດຳລົງຕຳແໜ່ງປະທານາທິບໍດີ ຄືນໃໝ່. ກົດໝາຍທີ່ໄດ້ຮັບຜ່ານ ໃນປີ 1992 ໄດ້
ກຳນົດໃຫ້ປະທານາທິບໍດີດຳລົງຕຳແໜ່ງໄດ້ສອງສະໄໝ ແຕ່ພໍ່ຂອງທ່ານ Gnassingbe
ມື້ລາງ ປະທານາທິບໍດີ Gnassingbe Eyadema ໄດ້ຍົກເລີກ ກົດໝາຍດັ່ງກ່າວ ໃນ
ເວລາ 5 ປີ ຕໍ່ມາ.
ການປະທ້ວງທີ່ຄ້າຍຄືກັນນີ້ ໃນເດືອນສິງຫາຜ່ານມານີ້ ໄດ້ກາຍເປັນຄວາມຮຸນຮແຮງ
ໂດຍມີຢ່າງໜ້ອຍ 2 ຄົນ ໄດ້ຖືກຂ້າຕາຍ ໂດຍກຳລັງຮັກສາຄວາມປອດໄພ.
ປະທານາທິບໍດີ Faure Gnassingbe ໄດ້ເຂົ້າຮັບຕຳແໜ່ງເປັນປະທານາທິບໍດີໂຕໂກ້
ເວລາບິດາຂອງທ່ານເສຍຊີວິດໃນປີ 2005 ຫລັງຈາກໄດ້ກຳຕຳແໜ່ງມາ ເປັນ ເວລາ
38 ປີ. ຄະນະລັດຖະບານຂອງປະທານາທິບໍດີຊຸດປັດຈຸບັນ ໄດ້ຮັບຮອງເອົາຮ່າງກົດ
ໝາຍ ໃນວັນພະຫັດແລ້ວນີ້ ທີ່ໃຫ້ຟື້ນຟູໃນການຈຳກັດສະໄໝການເຂົ້າຮັບຕຳແໜ່ງ
ຂອງປະທານາທິບໍດີ ຄືນອີກ.