ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທ້ວງ ຂະໜາດໃຫຍ່ ທົ່ວປະເທດ ຊີເຣຍ (ວີດີໂອ)


ບັນດາພວກປະທ້ວງກໍາລັງເດີນຂະບວນຄັ້ງຍິງໃຫ່ຍໃນວັນສຸກ ທີ່ 11 ພຶດສະພາ 2012
ຕໍ່ຕ້ານ ປະທານທິບໍດີ Bashar al-Assad ທີ່ກູງ Damuscus.
ບັນດາພວກປະທ້ວງກໍາລັງເດີນຂະບວນຄັ້ງຍິງໃຫ່ຍໃນວັນສຸກ ທີ່ 11 ພຶດສະພາ 2012 ຕໍ່ຕ້ານ ປະທານທິບໍດີ Bashar al-Assad ທີ່ກູງ Damuscus.

ການ​ເດີນ​ປະ​ທ້ວງ​ຄັ້ງ​ໃຫ່ຍ​ໄດ້​ເກີດ​ຂື້ນ​ທົ່ວປະ​ເທດຊີ​ເຣຍ​ໃນ​ວັນ​ສຸກວານນີ້ ມື້​ນຶ່ງ​
ຫລັງ​ຈາກຢ່າງໜ້ອຍ 55 ຄົນ​ໄດ້​ເສຍ​ຊີວິດ ຈາກ​ເຫດລະ​ເບີດ​ແຕກ​ສອງ​ຄັ້ງຊ້ອນ
ຊຶ່ງ​ເປັນ​ຂີດ​ໝາຍ​ຂອງ​ການ​ໂຈມ​ຕີຮ້າຍ​ແຮງສຸດນັບ ​ຕັ້ງ​ແຕ່​ໄດ້​ມີ​ການລຸກ​ຮື​ຂື້ນ
ປະ​ທ້ວງ​ລັດຖະບານ​ເປັນ​ເວ​ລາ 14 ​ເດືອນ​ທີ່​ຜ່ານ​ມາ.

ການ​ໂຈມ​ຕີ​ດ້ວຍລົດລະ​ເບີດ​ ​ໃນກຸງດາ​ມັດ​ກັສ ​ໃນ​ວັນ​ພະຫັດຜ່ານ​ມາ ​ແມ່ນ​ພາກ
ສ່ວນ​ນຶ່ງ​ຂອງ​ການ​ໂຈມ​ຕີທີ່ດຳ​ເນີນ​ມາ​ຢ່າງ​ຕໍ່​ເນື່ອງ ນັບ​ຕັ້ງ​ແຕ່​ບັນດາຜູ້​ສັງ​ເກດ​
ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້ໄປ​ເຖິງ​ຊີ​ເຣຍ​ເພື່ອ​ຕິດຕາມ​ເບິ່ງ​ການ​ຢຸດ
​ຍິງ ​ທີ່​ໄກ່​ເກ່ຍໂດຍ​ທູດ​ພິ​ເສດ​ນາໆ​ຊາດ ທ່ານ Kofi Annan.

​ໂທຣະພາບ​ຂອງລັດຖະບານຊີ​ເຣຍລາຍ​ງານໃນ​ວັນ​ສຸກວາ​ນນີ້ວ່າ ທະຫານ​ໄດ້​ສັງ
ຫານ​ຜູ້​ຕ້ອງ​ສົງໄສເປັນ​ຜູ້​ໂຈມ​ຕີສະລະ​ຊິີບຄົນ​ນຶ່ງ ທີ່​ເມືອງ Aleppo ​ໃນ​ພາກ​ເໜືອ
​ຂອງ​ປະ​ເທດ. ລາຍ​ງານ​ກ່າວ​ອີກ​ວ່າ​ ລົດ​ຂອງຜູ້​ທີ່​ຈະ​ເຂົ້າ​ໂຈມ​ຕີ ​ໄດ້​ບັນຈຸ​ລະ​ເບີດ
1,200 ກິ​ໂລ.

​ໃນ​ຕອນ​ແລງ​ຂອງ​ວັນ​ສຸກວານ​ນີ້ ກໍ​ໄດ້​ເກີດ​ລະ​ເບີດ​ແຕກ ໃກ້​ກັບຫ້ອງ ການຂອງ​ພັກ
Baath ຊຶ່ງ​ເປັນ​ພັກ​ລັດຖະບານ​ ຂອງ​ຊີ​ເຣຍ ​ໃນ​ເມືອງ Aleppo. ກຸ່ມ​ສັງ​ເກດ​ການ​ສິດ
ທິ​ມະນຸດ​ໃນ​ຊິ​ເຣຍ ກ່າວ​ວ່າ ບໍ່​ມີ​ລາຍ​ງານ​ການກ່ຽວ​ກັບ​ການ​ບາດ​ເຈັ​ບລົ້ມຕາຍ​ແຕ່​
ວ່າຍາມ​ຜູ້ນື່ງ​ໄດ້​ເສຍ​ຊີວິດ ​ໃນ​ການ​ຍິງຕໍ່ສູ້​ກັນ ທີ່​ຕິດ​ຕາມ​ມາ​ ຫຼັງຈາກເກີດ​ເຫດ​
ລະ​ເບີດ.

ລັດຖະບານ​ຊີ​ເຣຍ ​ໃນ​ວັນ​ສຸກວານ​ນີ້ ​ໄດ້ຮຽກຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນ​ຄົງຂອງ​ອົງ
ການ​ສະຫະ​ປະຊາ​ຊາດ ຈົ່ງໃຊ້ມາດ​ຕະການປາບ​ປາມ​ພວກ​ກໍ່​ການ​ຮ້າຍ ຫຼັງ​ຈາກ​
ເກີດ​ເຫດ​ລະ​ເບີດ​ແຕກ​ໃນ​ວັນ​ພະຫັດ.

ສື່​ມວນ​ຊົນລາຍ​ງານ​ວ່າ ລັດຖະບານ​ໄດ້​ຮຽກຮ້ອງຜ່ານທາງ​ຈົດໝາຍ​ໄປ​ຫາສະພາ
​ຄວາມ​ໝັ້ນຄົງ​ແລະເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຊຶ່ງ​
ຈົດໝາຍ​ສະບັບ​ນີ້ກ່າວ​ວ່າ “ອາ​ຊະ​ຍາ​ກຳ​ທີ່​ເພີ່ມ​ທະວີ​ຂຶ້ນ” ​ໄດ້ພິສູດ​ໃຫ້​ເຫັນ​ວ່າ ຊີ​ເຣຍ
ກໍາລັງ​ປະ​ເຊີນ​ໜ້າ​ກັບ​ການ​ໂຈມ​ຕີ​ຂອງພວກ​ກໍ່​ກາ​ນຮ້າຍນໍາພາ​ໂດຍ​ກຸ່ມທີ່​ໄດ້​ຮັບ​ການ​
ສະ​ໜັນ​ສະ​ໜູນ​ຈາກ ​ຕ່າງປະ​ເທດ.

ຜູ້​ສັງ​ເກດ​ການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້ໄປເລາະ​ເບິ່ງ​ກຸງດາ​ມັດ​ກັສ ​ໃນ​ວັນ​
ສຸກວານ​ນີ້ ​ໃນ​ຂະນະ​ທີ່​ພວກ​ປະ​ທ້ວງ​ຕໍ່ຕ້ານລັດຖະບານ ປະທານາທິບໍດີ Bashar
al-Assad ​ໄດ້​ພາກັນ​ເຕົ້າ​ໂຮ​ມກັນ​ຕາມ​ຫົວ​ເມືອງ​ຕ່າງໆ. ມີ​ລາຍ​ງານ​ການ​ທີ່​ຍັງ​ບໍ່​ທັນ​
ໄດ້​ຮັບ​ການ​ຢືນຢັນ​ວ່າ​ມີ​ຜູ້ໄດ້​ຮັບ​ບາດ​ເຈັບຈຳນວນ​ນຶ່ງ.

XS
SM
MD
LG