ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫຼາຍສິບພັນຄົນ ເດີນຂະບວນ ທີ່ນະຄອນຫຼວງ ຈາກາຕ້າ ກ່ອນການເລືອກຕັ້ງ


ຜູ້ຊາຍຊາວມຸສລິມ ເຂົ້າຮ່ວມສູດມົນ ທີ່ວັດອິສລາມ Istiqlal ໃນນະຄອນຈາກາຕ້າ ປະເທດອິນໂດເນເຊຍ.
ຜູ້ຊາຍຊາວມຸສລິມ ເຂົ້າຮ່ວມສູດມົນ ທີ່ວັດອິສລາມ Istiqlal ໃນນະຄອນຈາກາຕ້າ ປະເທດອິນໂດເນເຊຍ.

ຊາວ​ອິນ​ໂດ​ເນ​ເຊຍ​ຫລາຍ​ພັນ​ຄົນ​ພາກັນໄປ​ເຕົ້າ​ໂຮມກັນ​ຢູ່​ນະຄອນຫຼວງ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ຟັງ​ນັກ​ສອນ​ສາສະໜາອິສລາມຊັກ​ຊວ​ນ​ເຂົາ​ເຈົ້າ​ໃຫ້​ປ່ອນ​ບັດ ​ລົງ​ຄະ​ແນນ​ສຽງ ເອົາ ບັນ​ດາ​ນັກ​ການ​ເມືອງ​ມຸສລິ​ມຢູ່​ຕາມ​ເມືອງແລະເຂດເລືອກ​ຕັ້ງ​ຕ່າງໆ ທີ່​ກຳລັງຈະຈັດ​ຂຶ້ນ​ຢູ່​ ໃນ​ທົ່ວ​ປະ​ເທດ ອາທິດ​ໜ້າ​ນີ້.

ຝູງ​ຊົນ​ທີ່ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ວັດອິສລາມ Istiqlal ​ໃນ​ນະຄອນຫຼວງຈາກາຕ້າໄດ້​ລົ້ນ​ອອກ​ມາ ​ຢູ່​ຕາມ​ຖະໜົນ​ອ້ອມ​ແອ້ມ.

ບັນດາ​ນັກ​ສອນ​ສາສະໜາ​ອິສລາມໃນ​ນະຄອນຈາກາຕ້າ ຕ້ອງການ​ໃຫ້​ຊາວ​ມຸສລິ​ມບໍ່​ໃຫ້​ປ່ອນ​ບັດລົງ​ຄະ​ແນນ​ສຽງເອົາຜູ້​ປົກຄອງ​ນະຄອນຫຼວງ​ຈາ​ກາ​ຕ້າ ທ່ານ Basuki Tjahaja Purnama ​ທີ່​ເປັນ​ຄົນ​ຈີນ ​ຖື​ສາສະໜາ​ຄຣິສ ​ທີ່​ກຳລັງ​ຖືກ​ໄຕ່​ສວນ ​ໃນ​ຖານໝິ່ນປະໝາດ​ສາສະໜາອິສລາມ.

​ການ​ຕໍ່ຕ້ານ​ທາງ​ການ​ເມືອງ​ ຕໍ່​ທ່ານ Basuki ​ໄດ້​ເລີ້ມ​ເກີດ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້ເວ ລາ​ທ່ານ​ ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຕໍ່​ພວກ​ຝ່າຍ​ຄ້ານ​ຂອງ​ທ່ານຜູ້​ທີ່​ໄດ້​ອ້າງ​ເຖິງ​ຄຳ​ສອນຢູ່​ໃນ ຄຳ​ພີ Quran ທີ່​ເຕືອນ​ບໍ່​ໃ​ຫ້ຊາວ​ມຸສລິ​ມສະໜັບສະໜູນ ພວກ​ຜູ້​ທີ່​ບໍ່​ເຊື່ອ​ຖື​ໃນ​ສາສະໜາ.

ຜູ້​ປົກ​ຄອງ​ນະຄອນຫຼວງຈາ​ກາ​ຕ້າ ທີ່​ພວມ​ດີ້ນຮົນ​ຢູ່​ນັ້ນ ກ່າວ​ວ່າ ຊາວ​ຈາ​ກາ​ຕ້າ​ໄດ້ “ຖືກ​ຕົວະ” ​ໂດຍ​ຄຳ​ສັ່ງສອນ​ທີ່ເປັນຄຳ​ຖາມ​ແລະ​ຄຳ​ເວົ້າ “ຖ້າ​ຫາກ​ທ່ານ​ບໍ່​ສາມາດ​ລົງ​ຄະ​ແນນ​ສຽງ​ໃຫ້​ແກ່​ຂ້າພ​ະ​ເຈົ້າ​ເ​ພາະວ່າ ທ່ານ​ຢ້ານວ່າ​ ທ່ານ​ຈະ​ຕົກ​ນາລົກ ບໍ່​ຕ້ອງ​ເປັນ​ຫ່ວງ. ນັ້ນເປັນ​ສິດທິ​ຂອງທ່ານ.”

ນັບ​ແຕ່​ນັ້ນ​ມາ​ທ່ານ Basuki ​ໄດ້​ຂໍ​ຂະ​ມາ​ໂທດ ​ແລະ​ກ່າວ​ວ່າ ທ່ານ​ບໍ່​ເຄີ​ຍມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ຜິດ​ໃຈ ​ແຕ່​ວ່າ​ມັນ​ໄດ້ທຳ​ຄວາມ​ສະຫງົບໜ້ອຍ​ນຶ່ງ​ໃຫ້ແກ່​ຊາວ​ມຸສລິ​ມຜູ້​ທີ່ພາກັນ​ໂກດ​ແຄ້ນ​ວ່ານະຄອນ​ທີ່ປະຊາຊົນ​ສ່ວນໃຫຍ່​ເປັນ​ຊາ​ວມຸສລິ​ມນ ປົກ​ຄອງ​ໂດຍ​ຊາວ​ຄຣິສ ຄົນ​ນຶ່ງ.

ວັນ​ເສົາ​ມື້​ນີ້​ເປັນ​ມື້​ສຸດ​ທ້າຍ​ທີ່​ພວກ​ນັກ​ການ​ເ​ມື​ອງສາມາດ​ໂຄສະນາ​ຫາ​ສຽງກ່ອນ​ການ​ລົງ​ຄະ​ແນນ​ສຽງ ​ໃນ​ວັນ​ພຸດ​ອາທິດ​ໜ້າ​ນີ້.

ອິນ​ໂດ​ເນ​ເຊຍເປັນ​ປະ​ເທດທີ່​ມີປະຊາກອນ​ສ່ວນ​ໃຫຍ່ເປັນ​ຊາວ​ມຸສລິ​ມໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ​ມີ​ຊາວ​ຄຣິສຢ່າ​ງຫລວງຫລາຍ ​ທີ່​ເປັນ​ຄົນ​ກຸ່ມ​ນ້ອຍ.

ຜູ້ປັກຄອງນະຄອນຫລວງຈາກາຕ້າ ທ່ານ Basuki Tjahaja Purnama.
ຜູ້ປັກຄອງນະຄອນຫລວງຈາກາຕ້າ ທ່ານ Basuki Tjahaja Purnama.

ນັບ​ແຕ່​ນັ້ນ​ມາ​ທ່ານ Basuki ​ໄດ້​ຂໍ​ຂະ​ມາ​ໂທດ ​ແລະ​ກ່າວ​ວ່າ ທ່ານ​ບໍ່​ເຄີ​ຍມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ໃຫ້​ຜິດ​ໃຈ ​ແຕ່​ວ່າ​ມັນ​ໄດ້ທຳ​ຄວາມ​ສະຫງົບໜ້ອຍ​ນຶ່ງ​ໃຫ້ແກ່​ຊາວ​ມຸສລິ​ມຜູ້​ທີ່ພາກັນ​ໂກດ​ແຄ້ນ​ວ່ານະຄອນ​ທີ່ປະຊາຊົນ​ສ່ວນໃຫຍ່​ເປັນ​ຊາ​ວມຸສລິ​ມນັ້ນປົກ​ຄອງ​ໂດຍ​ຊາວ​ຄຣິສ ຄົນ​ນຶ່ງ.

ວັນ​ເສົາ​ມື້​ນີ້​ເປັນ​ມື້​ສຸດ​ທ້າຍ​ທີ່​ພວກ​ນັກ​ການ​ເ​ມື​ອງສາມາດ​ໂຄສະນາ​ຫາ​ສຽງ ກ່ອນ​ການ​ລົງ​ຄະ​ແນນ​ສຽງ ​ໃນ​ວັນ​ພຸດ​ອາທິດ​ໜ້າ​ນີ້.

ອິນ​ໂດ​ເນ​ເຊຍເປັນ​ປະ​ເທດທີ່​ມີປະຊາກອນ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມຫລາຍ​ທີ່​ສຸດ​ໃນ​ໂລກ ​ແລະ​ມີ​ຊາວ​ຄຣິສຢ່າ​ງຫລວງຫລາຍ ​ທີ່​ເປັນ​ຄົນ​ກຸ່ມ​ນ້ອຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Indonesia Politics
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG