ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດແຟນສາວ ຂອງທ້າວ Lubitz ຜູ້ຊ່ວຍນັກບິນ ກ່າວວ່າ ລາວມີຄວາມອຸກໃຈ ເລື້ອງສຸຂະພາບ


ຜູ້​ຊ່ອຍ​ນັກ​ບິນ ສາຍ​ການບິນ Germanwings ຜູ້​ທີ່​ບັນດານັກ
ສືບສວນ​ສອບ​ສວນ ​ເຊື່ອ​ວ່າ ​ໄດ້ຂັບເຮືອບິນ​ໂດຍສານ​ໄ​ອ​ພົ່ນ
ເຂົ້າຕຳພູ​ເຂົາ Alps ຂອງຝຣັ່ງ ​ໂດຍເຈດ​ຕະນາ ເມື່ອ​ວັນ​ອັງ
ຄານ​ຜ່ານ​ມາ ​ເຮັດໃຫ້ 150 ຄົນ ​ຢູ່ໃນ​ຍົນ​ເສຍ​ຊີວິດທັງ​ໝົດ​ນັ້ນ ​
ມີຄວາມກັງວົນ​ວ່າ “ບັນ​ຫາ​ຕ່າງໆ​ທາງ​ດ້ານ​ສຸຂະພາບ” ຈະ​
ທຳລາຍຄວາມ​ໄ​ຝ່ຝັນ​ຂອງ​ຜູ້ກ່ຽວ ​ແລະ ​ໄດ້ກ່າວ​ປະຕິຍານ​ວ່າ
ມື້​ນຶ່ງ ຕົນ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່ “ຈະປ່ຽນ​ແປງ​ລະບົບ​ທັງ​ໝົດ”
ອິງຕາມອະ​ດີດ​ແຟນສາວ​ຂອງ​ຜູ້ກ່ຽວ ທີ່​ໃຫ້​ສຳພາດ​ກັບໜັງສືພິມ​
ເຢຍຣະມັນສະບັບ​ໜຶ່ງ.

ໜັງສື​ພິມລາຍ​ວັນ Bild ຂອງ​ເຢຍຣະມັນ ສະບັບ​ວັນ​ເສົາ​ວານ​ນີ້ ​
ໄດ້​ອ້າງ​ອີ​ງເຖິງ​ຄຳ​ເວົ້າຂອງ ຍິງສາວ​ໄວ 26 ປີ ດັ່ງກ່າວ ວ່າ ທ້າວ Andreas Lubitz ​ໄດ້ບອກ​ກັບ​ນາງ​ວ່າ “ມື້​ນຶ່ງ ຂ້ອຍ​ຈະ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ຈະ​ປ່ຽນ​ແປງລະບົບ​ທັງ​ໝົດ ​ແລະ ໝົດ ​
ທຸກ​ຄົນ ຈະຮູ້ຈັກ​ຊື່ຂ້ອຍ ​ແລະ​ ຈົດ​ຈຳ​ຂ້ອຍ.”

​ບັນດາ​ເຈົ້າໜ້າ​ທີ່​ເຢຍຣະມັນ ກ່າວ​ໃນ​ວັນ​ສຸກ​ຜ່ານ​ມາ​ວ່າ ພວກ​ເຂົາ​ເຈົ້າໄດ້​ຄົ້ນພົບ​ໃບ​ສັ່ງ​
ຈາກບັນດາ​ນາຍ​ແພດ ທີ່​ໄດ້​ຖືກ​ຈີກ​ຖິ້ມໄປ​ແລ້ວ ທີ່​ສະ​ແດງ​ວ່າ ທ້າວ Lubitz ອາຍຸ 27 ປີ
​ໄດ້​ເຈັບ​ປ່ວຍ​ຍ້ອນພະຍາດ ທີ່​ຄວນເຮັດ​ໃຫ້​ຜູ້ກ່ຽວຖືກ​ຫ້າມ​ບໍ່​ໃຫ້​ຂຶ້ນບິນ​ ໃນ​ວັນເກີດໂສກ
​ນາດຕະກຳ​ນັ້ນ. ສື່​ມວນ​ຊົນເຢຍຣະມັນ ລາຍ​ງານ​ວ່າ ຜູ້ກ່ຽວ​ເຈັບ​ປ່ວຍ​ຈາກ​ໂຣກຊຶມ​ເສົ້າ
​ແລະ ຕາ​ໜ່າງ​ຂ່າວ CNN ລາຍງານ​ໃນ​ວັນ​ເສົາ​ວານ​ນີ້ວ່າ ບັນດາ​ເຈົ້າໜ້າ​ທີ່​ສືບສວນຂອງ
ເຢຍຣະມັນ ​ໃນ​ອາທິດ​ຜ່ານ​ມາ​ນີ້ ​ໄດ້​ພົບ​ຢາ​ແກ້​ໂຣກຊຶມ​ເສົ້າ​ ໃນເຮືອນ​ອາພາດ​ທະ​ເມັນ​
ຂອງ​ຜູ້ກ່ຽວ.

France Plane Crash
please wait
Embed

No media source currently available

0:00 0:00:44 0:00

​ໂຮງໝໍ ມະຫາວິ​ທະຍາ​ໄລ Duesseldorf ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ທ້າວ Lubitz ໄດ້ເປັນ ​
ຄົນ​ປ່ວຍ​ຢູ່​ທີ່​ນັ້ນ ​ໃນ​ໄລຍະ 2 ​ເດືອນ​ຜ່າ​ນມາ ​ແລະ ​ໄດ້ເຂົ້າໄປພົບ​ໝໍຄັ້ງຫຼ້າສຸດ​ ເມື່ອວັນ
​ທີ 10 ມີນາ ສຳ​ຫລັບ “ການປະ​ເມີນ​ຜົນ​ວິນິດ​ໄສ.”​ ​ທາງໂຮງໝໍ​ປະຕິ​ເສດ ທີ່ຈະໃຫ້​ລາຍ
ລະອຽດຕ່າງໆ ແລະ​ປະຕິ​ເສດ​ລາຍ​ງານທີ່ວ່າ ຕົນ​ໄດ້​ໃຫ້ການ​ຮັກສາ​ປິ່ນປົວ​ ທ້າວ Lubitz
ສຳ​ຫລັບ ​ໂຣກຊຶມ​ເສົ້າ.

Germanwings Findings Raise Issue of Psychological Testing for Pilots
please wait

No media source currently available

0:00 0:02:07 0:00

XS
SM
MD
LG