ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼຸມຝັງສົບ ຂະໜາດໃຫຍ່ ຖືກຄົ້ນພົບ ໃນເມືອງ Palmyra


ທະຫານ ຊີເຣຍ ຢືນຢູ່ເທິງຊາກຫັກພັງຂອງວັດ Bei ໃນເມືອງປະຫວັດສາດ Palmyra, ແຂວງ Homs Governorate, ປະເທດ ຊີເຣຍ. 1 ເມສາ, 2016.
ທະຫານ ຊີເຣຍ ຢືນຢູ່ເທິງຊາກຫັກພັງຂອງວັດ Bei ໃນເມືອງປະຫວັດສາດ Palmyra, ແຂວງ Homs Governorate, ປະເທດ ຊີເຣຍ. 1 ເມສາ, 2016.

ບັນດາເຈົ້າໜ້າທີ່ຊີເຣຍໄດ້ກ່າວໃນວັນເສົາວານນີ້ວ່າ ທະຫານໄດ້ຄົ້ນພົບຫຼຸມຝັງສົບຂະ ໜາດໃຫຍ່ ໃນບໍລິເວນພາກຕາເວັນອອກສຽງເໜືອຂອງເມືອງ Palmyra ຫຼັງຈາກພວກ ເຂົາເຈົ້າໄດ້ຍຶດຄືນເມືອງບູຮານດັ່ງກ່າວຈາກພວກຫົວຮຸນແຮງ ລັດອິສລາມ.

ບັນດາເຈົ້າໜ້າທີ່ກ່າວວ່າມີສົບຄົນຕາຍຢ່າງໜ້ອຍ 40 ຄົນໃນຫຼຸມຝັງສົບດັ່ງກ່າວ, ລວມທັງ ແມ່ຍິງ ແລະ ເດັກນ້ອຍ 3 ຄົນ. ສົບຂອງບາງຄົນແມ່ນໄດ້ຖືກຕັດຫົວ ແລະ ຄົນອື່ນໆແມ່ນ ຖືກຍິງ.

ອົງການສິ້ງຊອມສິດທິມະນຸດໃນ ຊິີເຣຍ ທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ London ປະ ເທດ ອັງກິດ ໄດ້ຢືນຢັນຕໍ່ການຄົ້ນພົບຫຼຸມຝັງສົບຂະໜາດໃຫຍ່ນັ້ນ. ນອກນັ້ນກຸ່ມດັ່ງກ່າວ ຍັງໄດ້ເວົ້າວ່າພວກ ລັດອິສລາມ ໄດ້ຂ້າຄົນປະມານ 300 ຄົນໃນລະຫວ່າງການເຂົ້າຄອບ ຄອງເມືອງ Palmyra ເກືອບຮອດ 10 ເດືອນ ແລະ ໄດ້ຝັງພວກເຂົາເຈົ້າໄວ້ໃນບໍລິເວນ ຂອງເມືອງນັ້ນ.

ກອງກຳລັງລັດຖະບານ ຊີເຣຍ ໄດ້ຮັບການໜູນຫຼັງໂດຍທະຫານອາກາດຂອງ ຣັດເຊຍ ຢ່າງເຂັ້ມຂຸ້ນ ເຮັດໃຫ້ພວກ ລັດອິສລາມ ຕ້ອງໄດ້ຫຼົບໜີອອກຈາກເມືອງ Palmyra ໃນ ເດືອນຜ່ານມາ.

ຜູ້ຊ່ຽວຊານທະຫານ ຊີເຣຍ ໄດ້ທຳລາຍລະເບີດຝັງດິນຫຼາຍຮ້ອຍລູກໃນວັນສຸກຜ່ານມາ ເຊິ່ງພວກ ລັດອິສລາມ ໄດ້ວາງເປັນກັບດັກໄວ້ກ່ອນທີ່ພວກເຂົາຈະໜີອອກຈາກເມືອງນັ້ນ ໄປ. ບັນດາເຈົ້າໜ້າທີ່ກ່າວວ່າ ພວກຫົວຮຸນແຮງໄດ້ວາງແຜນທີ່ຈະລະເບີດພວກລະເບີດ ຝັງດິນດັ່ງກ່າວໃນເວລາທີ່ທະຫານໄດ້ເຄື່ອນຍ້າຍເຂົ້າໄປ.

ເມືອງ Palmyra ແມ່ນເມືອງມໍລະດົກໂລກຂອງອົງການ UNESCO. ມັນເຄີຍເປັນທີ່ຮູ້ ຈັກວ່າ “ເຈົ້າສາວແຫ່ງທະເລຊາຍ” ເພາະວ່າສິ່ງປະດິດ ແລະ ໂຄງຮ່າງຂອງມັນແມ່ນ ຍ້ອນກັບຄືນໄປຫາຫຼາຍພັນກວ່າປີທີ່ຜ່ານມາ.

ແຕ່ພວກ ລັດອິສລາມ ໄດ້ທຳລາຍ ຫຼື ລັກເອົາຊິ້ນສ່ວນທີ່ເປັນສິນລະປະຈຳນວນຫຼາຍໄປ, ເຊິ່ງພວກເຂົາເຊື່ອວ່າມັນເປັນສິ່ງດູໝິ່ນສາສະໜາ ຍ້ອນການພັນລະນາ ກ່ຽວກັບ ຜູ້ນຳ ທາງສາສະໜາ ພະ Muhammad.

ຮູບພາບເມືອງບູຮານ Palmyria. ປະເທດ ຊີເຣຍ.

Syria Palmyra
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG