ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕຳຫລວດພົບ ຂຸມຝັງສົບໝູ່ ໃນລັດນຶ່ງ ຢູ່ປະເທດເມັກຊິໂກ


ທະຫານ ຍາມບໍລິເວນ ບ່ອນຂຸມຝັງສົບໝູ່ ທີ່ໄດ້ຖືກພົບເຫັນ
ຢູ່ໃນເຂດ Colonia las Parotas ແຄມ​ເມືອງ Iguala ໃນລັດ Guerrero, ປະເທດເມັກຊິໂກ, ວັນທີ 4 ຕຸລາ 2014.
ທະຫານ ຍາມບໍລິເວນ ບ່ອນຂຸມຝັງສົບໝູ່ ທີ່ໄດ້ຖືກພົບເຫັນ ຢູ່ໃນເຂດ Colonia las Parotas ແຄມ​ເມືອງ Iguala ໃນລັດ Guerrero, ປະເທດເມັກຊິໂກ, ວັນທີ 4 ຕຸລາ 2014.

ຕຳຫລວດ​ໃນພາກ​ໃຕ້ຂອງ​ປະ​ເທດເມັກ​ຊິ​ໂກ ​ໄດ້​ພົບ​ເຫັນ​ຂຸມ​
ຝັງ​ສົບ​ໝູ່ ທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ກັງວົນ​ວ່າ ​ອາດ​ເປັນ​ບ່ອນຝັງ​ສົບ
​ຂອງພວກນັກສຶກສາ​ 40 ກວ່າຄົນ ​ທີ່​ຫາຍ​ສາບ​ສູນ​ໄປ​ ນັບ​ຕັ້ງ​ແຕ່
​ໄດ້​ເກີດ​ມີ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ​ອາທິດ​ແລ້ວ​ນີ້.

​ບັນດາເຈົ້າໜ້າ​ທີ່​ກ່າວ​ວ່າ ຂຸມ​ຝັງ​ສົບດັ່ງກ່າວ​ໄດ້​ຖືກ​ຄົ້ນພົບ​ໃນ​ວັນ
​ເສົາ​ວານ​ນີ້ ຢູ່ແຄມ​ເມືອງ Iguala ​ໃນ​ລັດ Guerrero ທີ່​ວຸ້ນວາຍ
ຫ່າງ​ຈາກນະຄອນຫລວງ Mexico City ໄປ​ທາງ​ທິດ​ໃຕ້ 200 ຫຼັກ
ກິ​ໂລ​ແມັດ.

ຕຳຫລວດຈຳນວນ 22 ຄົນ ​ໄດ້​ຖືກ​ຈັບ​ກຸມ​ໃນລັດ Guerroro
ອາທິດ​ແລ້ວ​ນີ້ ຫຼັງຈາກເກີດ​ການ​ປະ​ເຊີນ​ໜ້າກັນ ​ກັບ​ພວກ​ນັກຮຽນ​ປະ​ທ້ວງ​ຢູ່​ເມືອງ Iguala.

​ບັນດາ​ເຈົ້າໜ້າ​ທີ່​ລັດຖະບານທ້ອງ​ຖິ່ນ ​ໄດ້​ຕຳ​ນິຕິ​ຕຽນ​ຕຳຫລວດ ວ່າໃຊ້​ກຳລັງ​ເກີນ​ຂອບ​ເຂດ ກັບ​ພວກ​ນັກຮຽນ​ເຫຼົ່ານັ້ນ.

​ທາງ​ການກ່າວ​ວ່າ ຄະນະ​ກຳມາທິການ​ສິດທິ​ມະນຸດ​ແຫ່ງ​ຊາດ ​ໄດ້​ສົ່ງ​ນັກ​ຊ່ຽວຊານ​ຈຳນວນ​ນຶ່ງ ໄປ​ຍັງເຂດ​ນັ້ນ ​ເພື່ອ​ຊ່ວຍເຈົ້າໜ້າ​ທີ່ ໃນ​ການ​ລະບຸໂຕສົບ​ເຫຼົ່ານັ້ນ.

ຂຸມ​ຝັງ​ສົບ​ໝູ່ຫຼາຍໆ​ຂຸມ ​ໄດ້​ຖືກ​ພົບ​ເຫັນ​ທົ່ວ​ປະ​ເທດເມັກ​ຊິ​ໂກໃນຫຼາຍໆ ​ປີຜ່ານ​ມາ​ບໍ່​ດົນ​ນີ້ ຊຶ່ງ​ເປັນ​ມໍລະດົກ​ຕົກ​ທອດ ມາ​ຈາກ​ການ​ກໍ່ຄວາມ​ຮຸນ​ແຮງ​ທີ່ສະ​ຍອງ​ຂວັນ ຂອງ​ພວກ​ແກ້ງ​ຄ້າ​ຢາ​ເສບ​ຕິດ ທີ່​ໄດ້​ສັງຫານ ຫຼາຍພັນ​ຄົນ​ນັ້ນ.

XS
SM
MD
LG