ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການຄົ້ນພົບຂຸມຝັງສົບໝູ່ ຊີ້ໃຫ້ເຫັນເຖິງ ບັນຫາ ການຄ້າມະນຸດ ທີ່ຝັງຮາກເລີກ ຢູ່ໃນໄທ


Mass Grave Exposes Entrenched Trafficking in Thailand
please wait

No media source currently available

0:00 0:02:26 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ເຈົ້າ​ໜ້າ​ທີ່​ໄທ​ໄດ້​ປະກາດ​ຂ່າວ ການ​ຈັບ​ກຸມ​ຊາຍ​ສີ່​ຄົນ ທີ່​ເຊື່ອ​ກັນ
​ວ່າ ກ່ຽວຂ້ອງກັບ​ຕາໜ່າງໜຶ່ງ​ທີ່​ຮັບຜິດຊອບ ​ໃນ​ການ​ລັກລອບ​ຄ້າ
​ມະນຸດ ຫລາຍ​ສິບ​ຄົນ​ຜ່ານ​ປະ​ເທດ​ໄທ ​ໃນ​ໄລຍະ​ຫລາຍໆ​ປີຜ່ານ
ມາ​ໄວໆ​ນີ້. ​ໃນພວກທີ່​ຖືກ​ຈັບ​ກຸມ ມີຄົນ​ໄທ 3 ຄົນ ທີ່​ເປັນ​ເຈົ້າ​ໜ້າ​ທີ່
​ອຳ​ເພີ​ເມືອງ​ສະ​ເດົາ ​ເຂດ​ຊົນນະບົດ​ຕິດ​ກັບ​ຊາຍ​ແດນ​ມາ​ເລ​ເຊຍ
ບ່ອນ​ທີ່ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນຂຸມ​ຝັງ​ສົບ​ໝູ່ ທີ່​ມີ 26 ສົບ​ຢູ່​ໃນ​ນັ້ນ
ເມື່ອ​ອາທິດ​ແລ້ວ​ນີ້. ສ່ວນ​ຄົນທີ 4 ທີ່​ຖືກ​ຈັບ​ແມ່ນຜູ້​ຊາຍ​ເຜົ່າ​ໂຣຮິງ​
ຢາຈາກ​ມຽນມາຄົນ​ໜຶ່ງ​. Steve Sandford ມີ​ລາຍ​ງານ​ ຊຶ່ງ​ດາຣາ
ຈະ​ນຳ​ມາສະ​ເໜີທ່ານ.

ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ວ່າ ນອກຈາກ​ຈັບ​ກຸມ 4 ຄົນ​ນັ້ນ​ແລ້ວ ​ເຂົາ​ເຈົ້​າ
ຍັງ​ໄດ້​ພົບ​ເຫັນ ອັນ​ທີ່​ສົງ​ໄສ​ກັນ​ວ່າ ​ເປັນ​ຄ້າຍ​ຂອງ​ພວກ​ຄ້າ​ມະນຸດ ຢ່າງ​ນ້ອຍ​ອີກ​ແຫ່ງໜຶ່ງ
ຢູ່​ໃກ້​ກັບ​ຊາຍ​ແດນ​ມາ​ເລ​ເຊຍ ພ້ອມ​ກັບ​ອັນ​ທີ່​ເບິ່ງ​ຄື​ວ່າ​ເປັນ​ຂຸມ​ຝັງ​ສົບ ອີກ 5 ຂຸມ.

ຢູ່​ວໍ​ຊິງ​ຕັນ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສືບ​ສວນ ​ໂດຍ​ໄວ​ແລະ​ຢ່າງ
ໜ້າເຊື່ອ​ຖື​ໄດ້ ກ່ຽວ​ກັບ​ການ​ຕາຍ​ຂອງ​ພວກ​ຄົນ​ເຫລົ່າ​ນັ້ນ ຊຶ່ງ​ເຊື່ອ​ກັນ​ວ່າ ສ່ວນ​ໃຫຍ່​ແມ່ນ
ເປັນ​ຊາວ​ມຸສລິ​ມ​ໂຣຮິງ​ຢາຈາກ​ມຽນມາ.

​ເມື່ອ​ຫລາຍໆ​ປີຜ່ານມາ​ນີ້ ​ຊາວ​ໂຣຮິງ​ຢາໄດ້​ພາກັນ​ຫລົບ​ໜີ​ການ​ປະຫັດ​ປະຫານ ​ໃນ​ປະເທດ​
ມຽນມາ ​ໂດຍ​ສ່ຽງ​ເດີນທາງມາ​ທາງທະ​ເລ​ທີ່​ຍາວນານ​ແລະອັນຕະລາຍ​ນັ້ນ. ບັນດາ​ກຸ່ມ​ສິດ​ທິ
ມະນຸດກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ໄທ​ບໍ່​ໄດ້​ເຮັດ​ຫຍັງ​ພໍປານ​ໃດ ​ເພື່ອຢຸດ​ພວກຄ້າ​ມະນຸດ ບໍ່​ໃຫ້​ຈັບ​ພວກ​ອົບ​ພະຍົບ ແລະ​ກັກຕົວ​ເຂົາ​ເຈົ້າ​ໄວ້ ​ເພື່ອ​ຮຽກ​ຄ່າ​ໄຖ່​ນັ້ນ.

ທ່ານ Phil Robertson ​ເປັນຮອງ​ຜູ້ອຳນວຍການ​ພະແນ​ກ​ເອ​ເຊຍ ຂອງ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch.

ທ່ານ Phil Robertson ກ່າວ​ວ່າ “ຄວາມ​ຈິງແລ້ວ ພວກ​ຄ້າຍ​ກັກ​ກັນ​ເຫລົ່ານັ້ນ ​
ແມ່ນ​ຫ້ອມ​ລ້ອມດ້ວຍ​ພວກ​ເຈົ້າ​ໜ້າ​ທີ່​ ​ແລະຊຸມ​ຊົນທ້ອງ​ຖິ່ນ ທີ່​ເອົາ​ເງິນ​ຈາກ​
ພວກ​ຄ້າ​ມະ​ນຸດ ​ແລະ​ຢູ່​ໃນ​ຂັ້ນ​ສູງ​ກ່ວາ​ຂຶ້ນ​ໄປ​ ​ເຊັ່ນ​ໃນ​ຂັ້ນແຂວງ​ນັ້ນ ພວກ​ເຈົ້າ
​ໜ້າ​ທີ່​ກໍ​ແມ່ນ​ອ່ວາ​ຍໜ້າ​ໜີ ເຮັດ​ຄື​ບໍ່ຮູ້​ບໍ່​ເຫັນ.”

ຕຳຫລວດໄທວັດແທກຂຸມຝັງສົບຕື້ນໆ ທີ່ພົບເຫັນໃນຈັງຫວັດສົງຂະຫລາ, ວັນທີ 2 ພືດສະພາ 2015.
ຕຳຫລວດໄທວັດແທກຂຸມຝັງສົບຕື້ນໆ ທີ່ພົບເຫັນໃນຈັງຫວັດສົງຂະຫລາ, ວັນທີ 2 ພືດສະພາ 2015.

ໃນ​ການເຄື່ອນ​ໄຫວ​ຕອບ​ຕໍ່​ການ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ແຜ່
​ຫລາຍນັ້ນ ບັນດາ​ພົນລະ​ເຮືອນ​ທີ່ຈົນຕາ​ແຈ ​ໄດ້​ພາກັນ​ຈັດ​
ຕັ້ງ​ໜ່ວຍທະຫານ​ບ້ານລາດຕະ​ເວນ​ຂຶ້ນ​ ເພື່ອ​ຂັບ​ໄລ່​ພວກຄ້າ​
ມະນຸດ​ອອກ​ໄປຈາກ​ໝູ່​ບ້ານຂອງ​ພວກ​ເຂົາ​ເຈົ້າ ຊຶ່ງ​ຫລາຍໆ
​ໝູ່​ບ້ານ​ແມ່ນ​ຕັ້ງ​ຢູ່ຫ່າງ​ໄກ ພຽງ​ບໍ່​ເທົ່າ​ໃດ​ຫລັກ ຈາກ​ຊາຍ​ຫາດ
​ທີ່​ພວກ​ນັກ​ທ່ອງ​ທ່ຽວນິຍົມ​ກັນ​ໄປ​ຫລິ້ນ.

​ໂດຍ​ໄດ້​ຮັບ​ອະນຸຍາດ​ຈາກ​ລັດຖະບານ ໜ່ວຍ​ລາດຕ​ະ​ເວນ​
ເຫລົ່ານີ້​ໄດ້ປະສົບ​ຜົນສຳ​ເລັດ​ໃນ​ບາງ​ລະດັບ ​ໃນ​ການ​ຊ່ວຍ​
ເຫລືອ​ຊາວ​ອົບ​ພະຍົບກຸ່ມ​ນ້ອຍໆ ຊື່​ງສ່ວນ​ໃຫຍ່​ແມ່ນ​ຊາວ
​ໂຣຮິງ​ຢາ ​ແຕ່​ວ່າ​ປະສົບ​ປະການ​ຂອງ​ເຂົາ​ເຈົ້າສະ​ແດງ​ໃຫ້​ເຫັນ​ການ​ທ້າ​ທາຍ​ອັນໃຫຍ່
ຫລວງ ​ໃນ​ການ​ຕໍ່ຕ້ານ​ພວກ​ແກ໊ງຄ້າ​ມະນຸດ ທີ່ຝັງ​ຮາກ​ເລິກ ​ມີ​ມາ​ນານ​ແລ້ວ​ນັ້ນ.

​ເຊີດ​ຊາຍ ປະ​ພັດທະມາ​ຢຸດ​ທະ​ນົນ ​ເປັນ​ຫົວໜ້າ​ໜ່ວຍທະຫານ​ບ້ານ​ລາດຕະ​ເວນ.

ລາວ​ເວົ້າ​ວ່າ “ພວກ ​ເຮົາ​ບໍ່​ສາມາດ​ຢຸດ​ການ​ຄ້າ​ມະນຸດ​ໄດ້​ດອກ ​ແຕ່​ຢ່າງ​ນ້ອຍ
ກໍ​ເຮັດ​ໃຫ້​ມັນ​ຊັກ​ຊ້າ​ລົງ. ມັນ​ບໍ່​ຄື​ກັນ​ກັບ​ເມື່ອກ່ອນ. ​ແຕ່​ກ່ອນ​ນັ້ນ
ພວກ​ນາຍ​ໜ້າ
ຈະ​ຂົນ​ຍ້າຍ​ ພວກ​ຊາ​ວ​ໂຣຮິງ​ຢາ​ໄປ ​ເທື່ອ​ລະ 40 ຫລື 50 ຄົນ ​ແຕ່​ດຽວ​ນີ້ ພວກ
​ເຂົາ​ຈະ​ແບ່ງ​ອອກ​ເປັນ​ກຸ່ມ​ນ້ອຍ​ໆ ​ເທື່ອ​ລ່ະ ປະມານ 10 ຫລື 20 ຄົນ ຊື່​ງ​ເຮັດ
ໃຫ້​ຈັບ​ພວກ​ເຂົາ​ໄດ້​ຍາກ​ຂຶ້ນ.”

ຕຳຫລວດຊາຍແດນໄທຄົນໜຶ່ງ ທັບມ້າງຄ້າຍກັກກັນຮ້າງແຫ່ງໜຶ່ງ ຂອງພວກຄ້າມະນຸດ ທີ່ຈັງຫວັດສົງຂະຫລາ ໃກ້ຊາຍແດນໄທ-ມາເລເຊຍ, ວັນທີ 5 ພຶດສະພາ 2015.
ຕຳຫລວດຊາຍແດນໄທຄົນໜຶ່ງ ທັບມ້າງຄ້າຍກັກກັນຮ້າງແຫ່ງໜຶ່ງ ຂອງພວກຄ້າມະນຸດ ທີ່ຈັງຫວັດສົງຂະຫລາ ໃກ້ຊາຍແດນໄທ-ມາເລເຊຍ, ວັນທີ 5 ພຶດສະພາ 2015.

ພວກ​ເຫຍື່ອ​ການ​ຄ້າ​ມະນຸດ​ທີ່​ຖືກ​ຊ່ວຍ​ມາ​ໄດ້ ​ເລົ່າ​ໃຫ້​ຟັງ​ເຖິງ​
ເລື້ອງ​ລາວຂອງ​ການ​ລໍຖ້າ​ເປັນ​ເວລາ​ດົນ​ນານ ຢູ່​ໃນ​ເຮືອ​ທີ່
​ລ່ອງລອຍ​ຢູ່​ນອກ​ຝັ່ງ​ທະ​ເລ​ໄທ ​ເພາະວ່າ​ພວກ​ຄ້າ​ມະນຸດ​ຕ້ອງ
​ໄດ້​ກະເວລາໃຫ້​ຄັກ​ແນ່ ​ກ່ອນ​ຈະ​ພາ​ເຂົາ​ເຈົ້າ​ຂຶ້ນ​ຝັ່ງ ​ເພື່ອ​ຫລີກ​
ລ່ຽງການ​ຖືກ​ຈັບ.

ຢູ່​ບ່ອນ​ພັກ​ເຊົາ​ແຫ່ງ​ໜຶ່ງ​ໃກ້ໆ​ກັບ ພູ​ເກັດ ບ່ອນ​ນັກ​ທ່ອງ​ທ່ຽວ​
ນິຍົມກັນ​ໄປ​ທ່ຽວ​ນັ້ນ ​ເດັກ​ຊາຍ​ຊາວ​ໂຣຮິງ​ຢາ ​ໄວ 11 ປີ ຊື່
Nay Zomo Ding ​ເລົ່າ​ເລື້ອງ​ສູ່​ນັກຂ່າວ​ຂອງ​ເຮົາ​ຟັງ.

“ຂ້ອຍທໍລະມານ​ຢູ່​ໃນ​ເຮືອ​ເປັນ​ເວລາ​ໜຶ່ງ​ເດືອນ ກ່ອນ​ພວກ
​ເຮົາ​ຈະ​ມາ​ຮອດ​ພູ​ເຂົາ. ຕອນ​ຢູ່​ໃນ​ເຮືອ​ນັ້ນ ພວກ​ນາຍ​ໜ້າ​ເອົາ​ປາ​ຢູ່​ໃນ​ກະປ໋ອງ​
ໃຫ້​ຂ້ອຍ​ກິນ ຂ້ອຍ​ກິນ​ບໍ່​ລົງ ເພາະ​ຂ້ອຍ​ປວດຮາກ. ຂ້ອຍ​ເຫັນ​ຜູ້​ຊາຍ​ສອງ​ຄົນ
​ຖືກ​ພວກ​ນາຍ​ໜ້າ​ຍິງ​ຕາຍ ​ແລະ​ຂ້ອຍ​ເຫັນ​ອີກ​ຄົນ​ໜຶ່ງ​ນອນ​ຕາຍ​ຢູ່​ເທິງ​ເຮືອ.”

​ເມື່ອ​ປີ​ກາຍ​ນີ້ ​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ຫລຸດ​ລະດັບ​ປະ​ເທດ​ໄທ ລົງ​ສູ່​ຂີດຕ່ຳ​ສຸດ ສຳ​ຫລັບ
ຄວາມ​ພະຍາຍາມ​ຂອງ​ໄທໃນ​ການ​ຕໍ່ສູ້​ກັບ​ການ​ຄ້າ​ມະນຸດ​ນັ້ນ. ​ແຕ່​ວ່າການ​ຄົ້ນ​ພົບ​ຫລ້າ
​ສຸດ​ນີ້ ຊີ້​ໃຫ້​ເຫັນ​ວ່າ ບັນຫາ​ແມ່ນ​ອາດຮ້າຍ​ແຮງ ຫລາຍ​ກ່ວາ​ພວກ​ເຈົ້າ​ໜ້າ​ທີ່​ຢ້ານ​ກັນ​ຊ້ຳ.

XS
SM
MD
LG