ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ຜູ້ເສຍຊີວິດ ຍ້ອນດິນເຈື່ອນ ໃນຊີແອຣາ ເລອອນ ເພີ່ມຂຶ້ນກາຍ 400 ຄົນແລ້ວ


ພວກອາສາສະໝັກ ກຳລັງພາກັນຝັງສົບ ພວກເຄາະຣ້າຍ ຍ້ອນຝົນຕົກໜັກ ແລະດິນເຈື່ອນ.
ພວກອາສາສະໝັກ ກຳລັງພາກັນຝັງສົບ ພວກເຄາະຣ້າຍ ຍ້ອນຝົນຕົກໜັກ ແລະດິນເຈື່ອນ.

ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ສຸກມື້​ນີ້​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ຈາກ​ດິນ​ເຈື່ອນ​ຢູ່ ນະ
ຄອນຫລວງ Freetown ຂອງ Sierra Leon ​ເວລາ​ນີີ້​ ກາຍ 400 ຄົນ​ແລ້ວ.

ອີກ 600 ຄົນ​ຍັງ​ຊອກ​ຫາ​ບໍ່​ເຫັນ ​ໃນ​ຂະນະ​ທີ່​ພວກ​ກູ້​ໄພ​ຊອກ​ຄົ້ນຫາຊາກ​ສົບ ຈາກຂີ້
ຕົມ​ທີ່​ໜາ ​ແລະ​ຊາກ​ຫັກ​ພັກ​ຂອງ​ເຮືອນ​ຊານ. ຄວາມ​ພະຍາຍາມ​ເຫລົ່ານັ້ນ​ໄດ້ຖືກລົບ​
ກວນ​ຍ້ອນ​ຝົນຕົກ ຊຶ່ງ​ມີການທຳນາຍວ່າ ຍັງຈະ​ຕົກ​ຕື່ມ​ອີກຫຼາຍ​ມື້​.

ລັດຖະບານ​ໄດ້​ເລີ້ມ​ຝັງ​ສົບພວກທີ່​ຖືກ​ພົບ​ເຫັນ​ແລະ​ກູຸ້ມາ​ໄດ້​ໃນ​ວັນ​ພະຫັດ​ວານ​ນີ້.

ປະທາ​ນາ​ທິບໍດີ Sierra Leon ທ່ານ Ernest Bai Koromo ​ໄດ້​ສະ​ແດງ​ຄວາມ​ເສົ້າ​
ສະຫ​ລົດ​ໃຈ ​ແລະໃຫ້ການສະໜັບ​ສະ​ໜູນ​ໃນ​ລະຫວ່າງ​ພິທີ​ຝັງ​ສົບ.

ປະທານາທິບໍດີ Koroma ກ່າວ​ວ່າ “​ໃນ​ຂະ​ນະທີ່ພວກ​ເຮົາ​ໄວ້​ທຸກ ​ຈົ່ງໃຫ້​ຂ້າພະ​ເຈົ້າ
ຄໍ້າປະກັນ​ພວກທ່ານ​ວ່າ ພວກ​ເຮົາທັງ​ໝົດ​ ໃຫ້ການ​ສະໜັບສະໜູນຕໍ່ບັນດາ​ຄອບຄົວ​
ທີ່​ໄດ້​ລົ້ມ​ຫາຍ​ຕາຍ​ໄປ ​ແລະ​ໄດ້​ຮັບ​ບາດ​ເຈັບ. ພວກ​ເຮົາ​ຈະ​ດຳ​ເນີນ​ຢືນ​ຢູ່​ກັບ​ພວກ​ທ່ານ
​ແລະ​ແບ່ງປັນ​ຄວາມ​ໂສກ​ເສົ້າ ​ແລະ​ຊ່ວຍ​ເຫລືອ ພວກ​ທ່ານ​ທີ່​ໄດ້​ຮັບ​ຄວາມ​ຢ້ານ​ກົວ ​
ແລະ​ເສົ້າ​ໂສກ ​ແລະ​ຢູ່​ໃນ​ການ​ດຳ​ເນີນ ພວກ​ເຮົາທັງ​ໝົດ​ໝາຍ​ໝັ້ນ​ວ່າ ​ເຖິງ​ແມ່ນ​ມີ​ຄວາມ
​ຍາກ​ລຳບາກ Sierra Leone ຈະ​ລຸກ​ຂຶ້ນ​ຄືນ​ມາ​ໃໝ່ອີກ. ຂໍ​ໃຫ້​ພະຜູ້​ເປັນ​ເຈົ້າ ​ແລະ​ພະ
​ເຈົ້າ​ມີ​ຄວາມ​ປານີ​ຕໍ່​ວິນ​ຍານເພື່ອນ​ຮ່ວມ ຊາດ​ຂອງພວກ​ເຮົາ​ທີ່​ໄດ້​ຈາກ​ໄປ. ຂໍ​ໃຫ້​ເຂົາ​
ເຈົ້າ​ໄປ​ຢູ່ດີ​ເຖິງ​ສຸກ. ຂອບ​ໃຈ.”

ລັດຖະບານ​ໄດ້​ເຕືອນເຖິງ​ອັນຕະລາ​ຍ​ໃໝ່ຂອງ​ການ​ແຕກ​ແຫງ ທີ່ເລີ້ມຂຶ້ນ​ຢູ່​ຈ້າຍ​ພູ ບ່ອນ
​ທີ່​ພວກ​ຊາວບ້ານ​ ໄດ້​ຖືກ​ສັ່ງ​ໃຫ້​ຍົກ​ຍ້າຍ.

Sierra Leon ​ໄດ້​ຮ້ອງ​ຂໍ​ການ​ຊ່ວຍ​ເຫລືອ​ຈາກ​ສາກົນ ​ແລະ​ກ່າວ​ວ່າ ຕົນ​ໄດ້​ທຳ​ທຸກ​ວິ​ທີ
ທາງ​ ເທົ່າ​ທີ່​ສາມາດ​ທຳ​ໄດ້ ​ເພື່ອຢຸດ​ຢັ້ງ​ການລະບາດ​ຂອງ​ພະ​ຍາດ​ທີ່​ຮ້າຍ​ແຮງ ​ໃນ​ຂະນະ
​ທີ່​ອົງການ​ນິລະ​ໂທ​ດກຳ​ສາກົນ ​ໄດ້​ອອກ​ຖະ​ແຫລ​ງການ​ກ່າວ​ຫາ​ວ່າ ລັດຖະບານ​ບໍ່​ໄດ້​ຮຽນ
​ຮູ້​ ຈາກ​ເຫດການ​ທີ່​ຄ້າຍຄື​ກັນ​ນີ້ ​ໃນ​ອະດີດ​ທີ່​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Sierra Leon Mudslide
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG