ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບໍ່ໃສ່ໜ້າກາກຢູ່ທາງນອກ ໄດ້ຮັບອະນຸຍາດ ສຳລັບ ຊາວອາເມຣິກັນ ຫຼາຍລ້ານຄົນຜູ້ທີ່ໄດ້ສັກຢາວັກຊີນແລ້ວ


ປະທານາທິບໍດີ ໂຈ ໄບເດັນ ຖືໜ້າກາກຂອງທ່ານ ໃນຂະນະກ່າວຖະແຫລງກ່ຽວກັບ ໂຣກລະບາດ COVID-19 ໃນຊ່ວງເວລາທີ່ຄົນຊົມຫຼາຍທີ່ສຸດ ຈາກຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ, ວັນທີ 11 ມີນາ 2021.
ປະທານາທິບໍດີ ໂຈ ໄບເດັນ ຖືໜ້າກາກຂອງທ່ານ ໃນຂະນະກ່າວຖະແຫລງກ່ຽວກັບ ໂຣກລະບາດ COVID-19 ໃນຊ່ວງເວລາທີ່ຄົນຊົມຫຼາຍທີ່ສຸດ ຈາກຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ, ວັນທີ 11 ມີນາ 2021.

ຊາວອາເມຣິກັນຫຼາຍລ້ານຄົນຜູ້ທີ່ໄດ້ສັກຢາວັກຊີນແລ້ວ ໃນວັນອັງຄານວານນີ້ ແມ່ນໄດ້ຮັບອິດສະລະພາບຈາກຄຳແນະນຳຂອງລັດຖະບານໃນການໃສ່ໜ້າກາກຢູ່ພາຍນອກ.

ຂໍ້ຊີ້ນຳໃໝ່ ຈາກສູນກາງຄວບຄຸມແລະປ້ອງກັນພະຍາດ ຫຼື CDC ກ່າວວ່າ ຈຳພວກຜູ້ທີ່ໄດ້ສັກຢາວັກຊີນກັນໂຄວິດ-19 ຊຶ່ງເປັນພະຍາດເກີດຈາກໄວຣັສໂຄໂຣນານັ້ນ ຢ່າງຄົບຖ້ວນແລ້ວນັ້ນ ບໍ່ຈຳເປັນໃສ່ໜ້າກາກເວລາຢູ່ທາງນອກ ເວັ້ນເສຍແຕ່ວ່າ ພວກເຂົາເຈົ້າແມ່ນຢູ່ໃນສະຖານທີ່ມີຄົນໜາແໜ້ນ.

https://www.cdc.gov/coronavirus/2019-ncov/vaccines/fully-vaccinated-guidance.html

ບໍ່ດົນຫຼັງຈາກທີ່ໄດ້ມີການປະກາດດັ່ງກ່າວ ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ກໍໄດ້ຍ່າງໄປຫາແທ່ນວາງເອກະສານສຳລັບກ່າວຖະແຫລງຢູ່ສວນກ້ຳ
ເໜືອຂອງທຳນຽບຂາວ ເພື່ອລົນນະລົງຄຳແນະນຳໃໝ່ນັ້ນ.

ທ່ານໄບເດັນ ໄດ້ກ່າວວ່າ “ອົງການ CDC ສາມາດປະກາດເລື້ອງນີ້ໄດ້ ເພາະ ວ່າ ບັນດານັກວິທະຍາສາດຂອງພວກເຮົາເຊື່ອໝັ້ນ ເນື່ອງຈາກຂໍ້ມູນທີ່ບົ່ງບອກວ່າ ໂອກາດທີ່ຈະໄດ້ຮັບຫຼືແຜ່ເຊື້ອໄວຣັສໄປໃຫ້ຄົນອື່ນໆນັ້ນແມ່ນຕ່ຳແທ້ໆເລີຍ. ຖ້າຫາກທ່ານໄດ້ສັກຢາວັກຊີນຢ່າງຄົບຖ້ວນແລ້ວ ແລະຢູ່ພາຍນອກ ບ່ອນອາ ກາດເປີດໂປ່ງ ອົງການ CDC ຍັງໄດ້ໃຫ້ຄວາມກະຈ່າງແຈ້ງ ກິດຈະກໍາຢູ່ພາຍນອກອັນໃດ ແມ່ນປອດໄພ ຫຼື ປອດໄພໜ້ອຍ ກໍຂຶ້ນຢູ່ກັບວ່າ ທ່ານໄດ້ສັກຢາວັກຊີນແລ້ວຫຼືບໍ່.”

ທ່ານໄບເດັນ ໄດ້ໃຊ້ວາລະໂອກາດນີ້ ເພື່ອຂໍຮ້ອງຄືນໃໝ່ອີກຕໍ່ພວກຄົນທີ່ຍັງບໍ່ທັນໄດ້ສັກຢາວັກ ໂດຍກ່າວວ່າ ຄຳຊີ້ນຳໃນການຜ່ອນຜັນເລື້ອງໃສ່ໜ້າກາກນັ້ນ “ແມ່ນເປັນເຫດຜົນທີ່ດີຍິ່ງອີກອັນນຶ່ງ ເພື່ອໃຫ້ໄປສັກຢາວັກຊີນ.”

ມາເຖິງວັນອັງຄານວານນີ້ ອີງຕາມອົງການ CDC ແລ້ວ ເກືອບ 30 ເປີເຊັນຂອງປະຊາກອນສະຫະລັດ ໄດ້ຮັບການສັກຢາວັກຊີນຢ່າງຄົບຖ້ວນ ພ້ອມກັນນັ້ນ 42 ເປີເຊັນ ຢ່າງໜ້ອຍແມ່ນໄດ້ສັກເຂັມນຶ່ງແລ້ວ.

“ເມື່ອພວກເຮົາເກັບກໍາຂໍ້ມູນຕື່ມແລະຫຼາຍຂຶ້ນກ່ຽວກັບປະສິດທິພາບຂອງຢາວັກຊີນໃນໂລກຕົວຈິງແລ້ວ ພວກເຮົາກໍຈະຮູ້ຈັກວ່າ ພວກຄົນສັກຢາວັກຊີນຄົບຖ້ວນທີ່ໃສ່ໜ້າກາກ ສາມາດໄປເຂົ້າຮ່ວມພິທີທາງສາສະໜາຢູ່ພາຍໃນໂບດໄດ້ຢ່າງປອດໄພ, ໄປນັ່ງຢູ່ໃນຮ້ານອາຫານ ຫຼື ສະຖານບັນເທີງ ແລະແມ່ນກະທັງເຂົ້າໄປຮ່ວມໃນການອອກກຳລັງກາຍ” ທ່ານໝໍ ເຣໂຊລ ວໍເລັນສກີ (Rachel Walensky) ຜູ້ອຳນວຍການອົງການ CDC ໄດ້ກ່າວຕໍ່ບັນດານັກຂ່າວກ່ອນໜ້າທີ່ປະທານາທິບໍດີ ຈະໃຫ້ຄຳເຫັນ.

ເຖິງຢ່າງໃດກໍຕາມ ຊາວອາເມຣິກັນ ຍັງຕ້ອງໄດ້ລະມັດລະວັງຫຼາຍຂຶ້ນຄືເກົ່າກັບຄົນອື່ນເມື່ອຢູ່ພາຍໃນສະຖານທີ່ແຫ່ງຕ່າງໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG