ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເມືອງແຫ່ງນຶ່ງໃນ ລັດດາໂກຕາເໜືອ ທີ່ຂັດຂືນຕໍ່ການໃສ່ໜ້າກາກ ພວມຕໍ່ສູ້ກັບໂຣກລະບາດ ເພີ້ມສູງຂຶ້ນ


ບິສມາກຄ໌ ເມືອງເອກ ຂອງລັດດາໂກຕາເໜືອ ຊຶ່ງການແຜ່ລະບາດຂອງພະຍາດໄວຣັສໂຄໂຣນານັ້ນ ຍັງມີຢູ່ຕໍ່ເນື່ອງ.
ບິສມາກຄ໌ ເມືອງເອກ ຂອງລັດດາໂກຕາເໜືອ ຊຶ່ງການແຜ່ລະບາດຂອງພະຍາດໄວຣັສໂຄໂຣນານັ້ນ ຍັງມີຢູ່ຕໍ່ເນື່ອງ.

ລັດນຶ່ງທີ່ມີປະຊາຊົນອາໄສຢູ່ໜ້ອຍທີ່ສຸດໃນສະຫະລັດ ກໍຄືລັດດາໂກຕາເໜືອ ຊຶ່ງເມື່ອມໍ່ໆມານີ້ໄດ້ຕິດອັນດັບສູງສຸດໃນລາຍຊື່ຂອງລັດຕ່າງໆ ທີ່ມີກໍລະນີຕິດໄວຣັສໂຄວິດ-19 ລາຍໃໝ່ຕໍ່ຫົວຄົນ ທີ່ເພີ້ມຂຶ້ນຢ່າງຫຼວງຫຼາຍ ໂດຍໄດ້ຖືກບັນທຶກວ່າ ມີກວ່າ 6,000 ກໍລະນີທີ່ຍັງປ່ວຍຢູ່ ແລະລວມທັງໝົດແລ້ວເກືອບ 40,000 ຄົນທີ່ຕິດເຊື້ອໄວຣັສ ພາຍໃນພົນລະເມືອງຂອງຕົນ ຊຶ່ງລັດນີ້ມີຈຳນວນປະຊາກອນໜ້ອຍກວ່າ 700,000 ຄົນ.

ທ່ານທຣາວິສ ເອັນເດີສ໌ (Travis Enders) ໄດ້ກ່າວຕໍ່ວີໂອເອ ວ່າ “ມັນເປັນທີ່ຊັດເຈນ ລັດນີ້ມີບັນຫາ ພວກເຮົາຍັງບໍ່ສາມາດແກ້ໄຂໄດ້ເທື່ອ.”

ທ່ານເອັນເດີສ໌ ເປັນເຈົ້າຂອງຮ້ານດື່ມເຫຼົ້າແວັງ ຢູ່ໃນເຂດພາກຕາເວັນຕົກ ຂອງລັດດາໂກຕາເໜືອ ທີ່ເອີ້ນວ່າ Medora Uncork’d ທີ່ຕັ້ງຢູ່ໃນເມືອງເມດໍຣາ ທີ່ເປັນເມືອງທ່ອງທ່ຽວນ້ອຍໆ ອີງຕາມການສຳຫຼວດສຳມະໂນຄົວ ຄັ້ງຫຼ້າສຸດ ກໍມີປະຊາກອນພຽງ 112 ຄົນເທົ່ານັ້ນ.

ການເພີ້ມສູງຂຶ້ນຂອງໄວຣັສໂຄວິດ-19 ໄດ້ເຮັດໃຫ້ມີການຫັນປ່ຽນຈຸດເພັ່ງເລັງເລື້ອງຖົກຖຽງກັນກ່ຽວກັບການໃສ່ໜ້າກາກຢູ່ໃນເຂດດັ່ງກ່າວ ທີ່ຮູ້ກັນດີວ່າ ຂັດຂືນຕໍ່ຂໍ້ບັງຄັບຂອງລັດຖະບານນັ້ນ.

ທ່ານຈິມ ບຣິດເຈີ (Jim Bridger) ເຈົ້າຂອງໂຮງແຮມແລະຮ້ານກິນດື່ມ ໄດ້ກ່າວວ່າ “ຊາວດາໂກຕາເໜືອເປັນຈຸ້ມທີ່ມີເຊື້ອພັນແຕກຕ່າງ.” ທ່ານກ່າວຕໍ່ໄປວ່າ “ພວກເຮົາອາໄສຢູ່ໃນເຂດເປີດແປນແຫ່ງນີ້ເປັນທົ່ງລ້ຽງສັດເນື້ອທີ່ 40,000 ເອເກີ ແລະພວກເຮົາແມ່ນຢູ່ແບບວ່າ ຫ່າງກັນໃນສັງຄົມ ຕະຫຼອດຊີວິດຂອງພວກເຮົາ. ກົດລະບຽບແບບດຽວກັນ ທີ່ໄດ້ຖືກກຳນົດ ຢູ່ໃນນະຄອນນິວຢອກ ອາດຈະບໍ່ຈຳເປັນ ຢູ່ໃນເຂດທີ່ຫ່າງໄກສອກຫລີກຫຼາຍ.”

ທ່ານບຣິດເຈີ ໄດ້ກ່າວອີກວ່າ “ພວກຄົນມັກເສລີພາບຂອງພວກເຂົາຢູ່ທີ່ນີ້. ຖ້າເຈົ້າເດັກນ້ອຍ ແລະຜູ້ປົກຄອງບອກເຈົ້າໃຫ້ລະມັດລະວັງໄມ້ຂີດໄຟອັນນັ້ນ ເຈົ້າອາດຈະບໍ່ຟັງ. ແຕ່ຖ້າເຈົ້າເຜົາໂຕເອງ ເຈົ້າກໍຈະຈົດຈຳບົດຮຽນນັ້ນ. ຂ້າພະເຈົ້າຄຶດວ່າ ຜູ້ປົກຄອງຖືກຕ້ອງ ທີ່ປ່ອຍໃຫ້ພວກເຈົ້າຂອງທຸລະກິດ ຕັດສິນໃຈເອົາເອງ.”

ໃນທາງກົງກັນຂ້າມ ເຈົ້າຂອງຮ້ານລົດຖີບທ່ານນາງ ເຈັນນິເຟີ ມໍລອກຄ໌ ເຊື່ອວ່າ ຕາບໃດທີ່ລັດບໍ່ກຳນົດໃຫ້ໃສ່ໜ້າກາກ ການເພີ້ມຂຶ້ນຂອງກໍລະນີຕິດໄວຣັສໂຄວິດ-19 ໃນປັດຈຸບັນນີ້ ກໍຍັງຈະສືບຕໍ່ສູງຂຶ້ນໄປເລື້ອຍໆ. ຮ້ານລົດຖີບຂອງນາງ ແມ່ນນຶ່ງໃນບັນດາທຸລະກິດ ທີ່ບໍ່ຄ່ອຍມີຫຼາຍປານໃດ ຢູ່ໃນເມືອງດັ່ງກ່າວ ທີ່ໄດ້ບັງຄັບໃຫ້ໃສ່ໜ້າກາກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG