ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານອາຫານ ຢູ່ໄມອາມີ ທີ່ຄົນລາວ ອາເມຣິກັນ ເປັນເຈົ້າຂອງ ຍັງໃຫ້ພະນັກງານ ແລະລູກຄ້າ ໃສ່ໜ້າກາກ ຢູ່ຄືເກົ່າ


ສູນກາງປ້ອງກັນແລະຄວບຄຸມພະຍາດຂອງສະຫະລັດ (CDC) ໄດ້ປະກາດຂໍ້ຊີ້ນຳກ່ຽວກັບການໃສ່ໜ້າກາກ ໃນລະຫວ່າງ ການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ (COVID-19).
ສູນກາງປ້ອງກັນແລະຄວບຄຸມພະຍາດຂອງສະຫະລັດ (CDC) ໄດ້ປະກາດຂໍ້ຊີ້ນຳກ່ຽວກັບການໃສ່ໜ້າກາກ ໃນລະຫວ່າງ ການແຜ່ລະບາດຂອງພະຍາດໄວຣັສໂຄໂຣນາ (COVID-19).

ໃນຂະນະທີ່ສູນກາງປ້ອງກັນແລະຄວບຄຸມພະຍາດ ຫຼື CDC ຂອງສະຫະລັດ ໄດ້ອອກແຈ້ງການຂໍ້ຊີ້ນຳກ່ຽວກັບການໃສ່ໜ້າກາກ ເມື່ອບໍ່ດົນມານີ້ ທີ່ວ່າ ຖ້າຜູ້ໃດສັກຢາວັກຊີນຢ່າງຄົບຖ້ວນສອງໂດສແລ້ວ ບໍ່ໃສ່ໜ້າກາກກໍໄດ້ ບໍ່ວ່າ ຈະຢູ່ພາຍໃນຫ້ອງຫຼືຢູ່ພາຍນອກຫ້ອງກໍຕາມ ຄຳຊີ້ນຳດັ່ງກ່າວນີ້ມີຜົນບັງຄັບໃຊ້ໃນທົ່ວປະເທດ ແຕ່ບາງເຂດໃນລັດຕ່າງໆກໍກຳລັງພິຈາລະນາຄືນກ່ຽວກັບຂໍ້ຊີ້ນຳນີ້ ແຕ່ສຳລັບເຂດນະຄອນໄມອາມີ ລັດຟລໍຣິດາ ບ່ອນທີ່ທ່ານນາງຈັນສະໝອນ ສີຫະມົນຕີ ຊື່ຫຼິ້ນ ລູຊີ້ ເປັນຜູ້ບໍລິຫານຮ້ານອາຫານຂອງຄອບຄົວແຫ່ງນຶ່ງຊື່ວ່າ ບາງກອງບາງກອກ ຕັ້ງຢູ່ຖະໜົນແຄນໂດ ກ້ຳຕາເວັນຕົກສຽງໃຕ້ ຊຶ່ງທ່ານນາງກ່າວຕໍ່ວີໂອເອ ກ່ຽວກັບຂໍ້ຊີ້ນຳຂອງ CDC ວ່າ:

ທ່ານນາງຈັນສະໝອນ ສີຫະມົນຕີ ຊື່ຫຼິ້ນ ລູຊີ້ ເປັນຜູ້ບໍລິຫານຮ້ານອາຫານຂອງຄອບຄົວແຫ່ງນຶ່ງຊື່ວ່າ ບາງກອງບາງກອກ ຕັ້ງຢູ່ຖະໜົນແຄນໂດ ກ້ຳຕາເວັນຕົກສຽງໃຕ້ ໃນໄມອາມີ ລັດຟລໍຣິດາ.
ທ່ານນາງຈັນສະໝອນ ສີຫະມົນຕີ ຊື່ຫຼິ້ນ ລູຊີ້ ເປັນຜູ້ບໍລິຫານຮ້ານອາຫານຂອງຄອບຄົວແຫ່ງນຶ່ງຊື່ວ່າ ບາງກອງບາງກອກ ຕັ້ງຢູ່ຖະໜົນແຄນໂດ ກ້ຳຕາເວັນຕົກສຽງໃຕ້ ໃນໄມອາມີ ລັດຟລໍຣິດາ.

“ຫົວໜ້າຂອງຂະນ້ອຍເພິ່ນບອກມາເນາະວ່າ ເຖິງວ່າ ເພິ່ນສິສັ່ງມາ ແຕ່ບັດນີ້ທຸກຄົນ ທຸກຄົນກະມີຄວາມກັງວົນ ແລະກະແບບວ່າ ພະຍາຍາມປ້ອງກັນໂຕເອງ ວ່າ ບໍ່ຢາກໃຫ້…ທຸກຄົນກະບໍ່ຢາກໃຫ້ເກີດກັບໂຕເອງ ເພິ່ນກະເລີຍແບບວ່າ ເພິ່ນກະເຕືອນໄວ້ ເຖິງວ່າທາງລັດຖະບານສິບອກມາວ່າ ໃຫ້ເປີດປາກໄດ້ ແຕ່ວ່າ ທຸກຄົນຍັງຫວາດລະແວງກັນຢູ່ ເຮົາກະບໍ່ຮູ້ເນາະ ບໍ່ສາມາດວ່າ ທຸກຄົນເວລາມາເຈິະກັນທັງການປາກເວົ້ານ້ຳລາຍມັນຟົ້ງໃສ່ກັນເນາະ ກະບໍ່ຮູ້ວ່າໃຜສິເປັນຫຼືບໍ່ເປັນ ສີດແວັກຊີນມາແລ້ວ ປ້ອງກັນ ມີແຄ່ວ່າປ້ອງກັນໄດ້ແຕ່ພວກເຮົາ ສຳລັບພະນັກງານຂອງພວກເຮົາບໍ່ເຄີຍແບບລະເລີຍເລື້ອງການໃສ່ແມັສຄ໌ ລະກະລ້າງມືປົກກະຕິ ເວລາຄຸກອາຫານພວກເຮົາໃສ່ຖົງມືທຸກເວລາເລີຍ.”

ທ່ານນາງລູຊີ້ກ່າວວ່າ ພະນັກງານໝົດທຸກຄົນ ກໍສັກຢາວັກຊີນຮຽບຮ້ອຍແລ້ວ ໃນປັດຈຸບັນນີ້ ພະນັກງານໝົດທຸກຄົນກໍຍັງໃສ່ໜ້າກາກຢູ່. ສ່ວນພວກລູກຄ້າທີ່ເຂົ້າມານັ່ງກິນອາຫານ ຢູ່ຮ້ານອາຫານນັ້ນ ພວກເຂົາຈະໃສ່ໜ້າກາກ ຫຼືບໍ່ໃສ່ ຕາມການຊີ້ນຳຂອງອົງການ CDC ທາງຮ້ານຈະປະຕິບັດແນວໃດກັບພວກລູກຄ້າດັ່ງກ່າວນັ້ນ ທ່ານນາງລູຊີ້ ກ່າວວ່າ “ທາງຮ້ານກໍຍັງຕິດປ້າຍໃຫ້ລູກຄ້າໃສ່ ໜ້າກາກເວລາເຂົ້າມານັ່ງກິນອາຫານໃນຮ້ານຢູ່ຄືເກົ່າ ຖ້າລູກຄ້າບໍ່ໃສ່ໜ້າກາກ ທາງຮ້ານກໍບໍ່ໃຫ້ການບໍລິການແກ່ເຂົາເຈົ້າແລະພວກລູກຄ້າກໍບໍ່ຈົ່ມເລີຍ.”

ໃນຂະນະນີ້ ຄຳຊີ້ນຳຂອງ ອົງການ CDC ດັ່ງກ່າວນັ້ນ ໄດ້ສ້າງຄວາມສັບສົນແກ່ບັນດາຮ້ານຄ້າທັງຫຼາຍທົ່ວປະເທດວ່າ ຈະກວດເບິ່ງພວກລູກຄ້າທີ່ບໍ່ໃສ່ໜ້າກາກນັ້ນວ່າໄດ້ສັກຢາວັກຊີນຄົບຖ້ວນແລ້ວແນວໃດ? ຊຶ່ງເຈົ້າໜ້າທີ່ຂອງ CDC ກ່າວວ່າ ມັນເປັນການປະຕິບັດແບບລະບົບກຽດສັກສີຂອງແຕ່ລະບຸກຄົນ.

XS
SM
MD
LG