ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​ຕຳ​ຫຼວດ ສະ​ກັດ​ກັ້ນ ​ແຜນ​ກໍ່​ການ​ຮ້າຍ ດ້ວຍ ການໃຊ້​ລົດໂຈມ​ຕີ ຢູ່​ນອກ​ ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ​ ໄວ້​ໄດ້


ລົດ​ບັນ​ທຸກ Home Depot ທີ່​ໃຊ້​ໃນ​ການ​​ໂຈມ​ຕີ ​ພວກ​ຄົນ​ຍ່າງ
ທີ່​ໄດ້​ຍ້າຍ​ອອກ​ຈາກສະ​ຖານ​ທີ່​ເກີດ​ເຫດ, 1 ພະ​ຈິກ 2017, ​ໃນ​ນິວ​ຢອກ.
ລົດ​ບັນ​ທຸກ Home Depot ທີ່​ໃຊ້​ໃນ​ການ​​ໂຈມ​ຕີ ​ພວກ​ຄົນ​ຍ່າງ ທີ່​ໄດ້​ຍ້າຍ​ອອກ​ຈາກສະ​ຖານ​ທີ່​ເກີດ​ເຫດ, 1 ພະ​ຈິກ 2017, ​ໃນ​ນິວ​ຢອກ.

ຊາຍ​ຜູ້​ນຶ່ງ​ຈາກ​ລັດ​ແມ​ຣີ​ແລນ ໄດ້​ຖືກ​ຈັບ​ກຸ​ມ ຍ້ອນ​ມີ​ການ​ກ່າວ​ຫາ​ວ່າວາງ​ແຜນຈະ​ນຳ​ເອົາ
​ລົດ​ບັນ​ທຸກແລ່ນ​ໄລ່​ຢຽບ​ພວກ​ຄົນ​ຍ່າງ ໃຫ້​ແກ່​ກຸ່​ມ​ກໍ່​ການ​ຮ້າຍ ​ລັດ​ອິ​ສ​ລາມ ທີ່​ຜູ້​ກ່ຽວ​ເຫຼື້ອມ​
ໄສ​ນັ້ນ.

ຄະ​ນະ​ໄອ​ຍະ​ການ ​ຂອງ​ລັດ​ຖະ​ບານ​ກາງ ວາງ​ແຜນ​ທີ່​ຈະຂໍ​ຮ້ອງຜູ້​ພິ​ພາກ​ສາ ບໍ່​ໃຫ້ປະ​ກັນ ຕົວທ້າວ ຣອນ​ແດ​ລ ແຮນ​ຣີ ໄວ 28 ປີ ຈາກ​ເມືອງ​ເຈີ​ຣ໌​ມັນ​ທາວ​ນ໌ ລັດແມ​ຣີ​ແລນ ໃນ​ການ
ໄປ​ປາກົດ​ຕົວ​ຕໍ່​ສານ ໃນ​ວັນ​ອັງ​ຄານ​ມື້​ນີ້. ພວກ​ເພິ່ນ​ຈະ​ຖົກ​ຖຽງ​ວ່າ ທ້າວ​ແຮນ​ຣີ ແມ່ນ​ມີ​
ຄວາມ​ສ່ຽງ​ແລະ​ເປັນ​ໄພ​ຂົ່ມ​ຂູ່ ຕໍ່​ປະ​ຊາ​ຄົມ.

ຄະ​ນະ​ໄອ​ຍະ​ການ ກ່າວ​ຫາ​ທ້າວ​ແຮນ​ຣີ​ວ່າ ໄດ້​ລັກ​ລົດ​ບັນ​ທຸກ ​ທີ່​ລັກ​ຈາກຮ້ານ​ສັບ​ພະ
ສິນຄ້າ ຢູ່​ເຂດນອກ​ນະ​ຄອນ​ຫຼວງວໍ​ຊີງ​ຕັນ ໃນ​ເດືອນ​ແລ້ວ​ນີ້ ແລະ​ໄດ້​ຂັບ​ລົດ​ວົນ​ວຽນ
ເພື່ອ​ຫາ​ບ່ອນ​ທີ່ຈະ​ກະ​ທຳ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ.

ຫຼັງ​ຈາກ​ທີ່​ບໍ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ຈະ​ແລ່ນ​ຜ່ານ​ດ່ານກວດ ທີ່​ສະ​ໜາມ​ບິນ​ນາໆ​
ຊາດດາລແລັ​ສ ແລ້ວ​ນັ້ນ ທ້າວ​ແຮນ​ຣີ ແມ່ນ​ໄດ້​ຖືກ​ກ່າວ​ຫາ​ວ່າ ຂັບ​ລົດ​ໄປ​ຍັງ​ເຂດ
​ທ່ອງ​ທ່ຽວ​ແຄມ​ຝັ່ງ National Harbor ທີ່ລັດແມ​ຣີ​ແລນ ລຽບແມ່​ນ້ຳ​ໂພ​ໂຕ​ແມັກ
ທີ່​ມີ​ຫ້າງ​ຮ້ານຂາຍ​ເສື້ອ​ຜ້າແລະ​ຮ້ານ​ອາ​ຫານ​ລຽງ​ລາຍ​ກັນ ຊຶ່ງ​ເປັນ​ສະ​ຖານ​ທີ່​ພວກ​
ນັກທ່ອງທ່ຽວ​ນິ​ຍົມ​ກັນ​ໄປ.

ຕຳ​ຫຼວດ​ໄດ້​ຈັບ​ກຸມ ທ້າງ​ແຮນຣີ ໃນ​ເຊົ້າ​ມື້​ຕໍ່​ມາ ຫຼັງ​ຈາກ​ທີ່​ລາວ​ໄດ້​ປີນ​ອອກ​ຈາກ
ເຮືອ​ທີ່ລາວ​ລີ້​ຢູ່ຕະ​ຫຼອດ​ທັງ​ຄືນ ແລະ​ໂດດ​ຂ້າມ​ຮົ້ວ​ຮັກ​ສາ​ຄວາມ​ປອດ​ໄພ.

ລັດ​ຖະ​ບານ​ກ່າວ​ວ່າ ທ້າວ​ແຮນ​ຣີ ໄດ້​ວາງ​ແຜນ​ທີ່​ຈະ​ຂັບ​ລົດ​ບັນ​ທຸກ​ທີ່​ລັກ​ມາ​ນັ້ນ
ແລ່ນ​ໄປ​ຢຽບ​ພວກ​ຄົນ​ຍ່າງ​ໃນ​ແຖວ​ນັ້ນ. ລາວ​ໄດ້​ບອກ​ກັບ​ພວກ​ຕຳ​ຫຼວດ​ໃນ​ເວ​ລາ
​ຕໍ່​ມາ,“ຂ້ອຍ​ພຽງ​ແຕ່​ຈະ​ຂັບ​ລົດ​ຕໍ່​ໄປ ຕໍ່​ໄປ​ເລື້ອຍໆ. ຂ້ອຍ​ຈະ​ບໍ່​ເຊົາ​ຂັບ​ລົດ​ເລີຍ.”

ຄະ​ນະ​ໄອ​ຍະ​ການກ່າວ​ຫາ​ທ້າວ​ແຮນ​ຣີ​ວ່າ ໄດ້​ແຮງ​ດົນໃຈ​ຈາກ​ການ​ໂຈມ​ຕີຂອງ
ກຸ່ມລັດ​ອິ​ສລາມ ທີ່ເມືອງ​ນີ​ສ ປະ​ເທດ​ຝ​ຣັ່ງ ໃນ​ປີ 2016 ທີ່​ໄດ້​ສັງ​ຫານ 86 ຄົນ​ນັ້ນ.

ພວກ​ເພິ່ນ​ກ່າວ​ວ່າ ທ້າວ​ແຮນ​ຣີ ແມ່ນ “ກຽດ​ຊັງ​ພວກ ​ທີ່​ບໍ່​ນັບ​ຖື​ ແລະ​ສັດ​ທາ​ຕໍ່​
ສາ​ສະ​ໜາອິ​ສ​ລາມ.”

ມາ​ເຖິງ​ດຽວ​ນີ້ ທ້າວ​ແຮນ​ຣີ​ແມ່ນ​ປະ​ເຊີນ​ໜ້າ​ກັບຄະ​ດີຂ້າມລັດ ກ່ຽວ​ກັບ​ການລັກ​ລົດ.
ມັນ​ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາວ​ເທື່ອວ່າ ​ລາວ​ຈະ​ປະ​ເຊີນ​ໜ້າ​ກັບ​ຄະ​ດີ​ອື່ນໆ​ອີກຫຼື​ບໍ່.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG