ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດ ແມ​ຣີ​ແລ​ນ ຈະ​ເລືອກ​ເອົາ​ຜູ້​ປົກ​ຄອງ​ລັດ​ຄົນ​ໃໝ່ ໃນ​ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ


ປ້າຍ​ຊີ້​ທິດ​ທາງ​ໄປ​ບ່ອນ​ລົງ​ຄະ​ແນນ​ສຽງ​ຕັ້ງ​ ຢູ່ນອກ​ສະ​ຖານ​ທີ່​ລົງ​ຄະ​ແນນ​ສຽງ​ກ່ອນ​ກຳ​ນົດ, ນະ​ຄອນ ໄມ​ອາ​ມີ, ລັດ ຟ​ລໍ​ຣິ​ດາ, 31 ຕຸ​ລາ 2022.
ປ້າຍ​ຊີ້​ທິດ​ທາງ​ໄປ​ບ່ອນ​ລົງ​ຄະ​ແນນ​ສຽງ​ຕັ້ງ​ ຢູ່ນອກ​ສະ​ຖານ​ທີ່​ລົງ​ຄະ​ແນນ​ສຽງ​ກ່ອນ​ກຳ​ນົດ, ນະ​ຄອນ ໄມ​ອາ​ມີ, ລັດ ຟ​ລໍ​ຣິ​ດາ, 31 ຕຸ​ລາ 2022.

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ປີນີ້​ ລັດແມ​ຣີ​ແລນ ຈະ​ເລືອກ​ເອົາ​ຜູ້​ປົກ​ຄອງ​ລັດ​ຄົນ​ໃໝ່ ເພາະ​ວ່າ​ຜູ້​ປົກ​ຄອງ​ລັດ​ຄົນ​ປັດ​ຈຸ​ບັນ ທ່ານແລ​ຣີ ໂຮ​ແກນ ແມ່ນ​ມີ​ເວລາບໍ່​ເຖິງ​ປີ​ກໍ​ຈະ​ຄົບ​ກຳ​ນົດ​ການ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ສຸດ​ທ້າຍ​ຂອງ​ການ​ເປັນ​ຜູ້​ປົກ​ຄອງ​ລັດ, ເຊິ່ງ​ປັດ​ຈຸ​ບັນ​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ໃນ​ສະ​ໄໝ​ທີ​ສອງ ແລະທ່ານ​ກໍ​ໄດ້​ປະ​ກາ​ດ​ວ່າ​ ທ່ານ​ຈະ​ບໍ່​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສະ​ພາ​ສູງ.

ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ປີນີ້​ແມ່ນ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ, ບໍ່​ວ່າ​ຈະ​ເປັນ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ທີ່​ຄາດ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ປີ​ໜ້າ, ການ​ເຮັດ​ແທ້ງ​ລູກ, ​ບັນ​ຫາ​ເຊື້ອ​ຊາດ​ຜິວ​ພັນ, ອາ​ຊະ​ຍາ​ກຳ ແລະ ອື່​ນໆ.

ບັນ​ຫາ​ພາ​ວະ​ເສດ​ຖະ​ກິດ​ຕົກ​ຕ່ຳ​ແມ່ນ​ໄດ້​ຄອບ​ງຳ​ທຸກ​ລັດ​ທົ່ວ​ປະ​ເທດ, ເຊິ່ງ​ພັກ​ຣີ​ພັບ​ບ​ລີ​ກັນ​ໃຫ້​ຄວາມ​ສຳ​ຄັນ. ຕິດ​ຕາມ​ດ້ວຍ​ບັນ​ຫາການ​ແທ້ງ​ລູກ ທີ່​ເປັນ​ນຶ່ງ​ໃນ​ບັນ​ດາ​ບູ​ລິ​ມະ​ສິດ​ສູງ​ສຸດ​ຂອງ​ພັກ​ເດ​ໂມ​ແຄ​ຣັດ. ຄົນ​ລາວ​ທີ່​ອາ​ໄສ​ຢູ່ນະ​ຄອນບາ​ລ​ຕິ​ມໍ ​ລັດແມ​ຣີ​ແລນ ໄດ້​ໃຫ້​ຄວາ​ມ​ເຫັນ ກ່ຽວ​ກັບການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຄັ້ງ​ນີ້​ຕໍ່​ພວກ​ເຮົາ​ວ່າ

“ເລືອກ​ຕັ້ງ​ເທື່ອນີ້ແມ່ນ​ສຳ​ຄັນຫຼາຍ, ເພາະ​ວ່າ​ເຮົາ​ຊິ​ໄດ້​ເລືອກ​ເອົາ​ຜູ້​ປົກ​ຄອງ​ລັດ​ຄົນ​ໃໝ່. ເພາະ​ທ່ານແລ​ຣີ ເພິ່ນ​ກະ​ບໍ່​ໄດ້​ແຂ່ງ​ຂັນ​ອີກ​. ກະ​ຫວັງວ່າ​ຄົນ​ໃໝ່​ເພິ່ນ ​ຊິ​ເບິ່ງ​ແຍງ​ປະ​ຊາ​ຊົນ ແທນ​ທີ່​ຈະ​ເປັນ​ຫ່ວງ​ແຕ່​ພັກ​ຂອງ​ຕົນ​ເອງ. ໃຈ​ແທ້​ກະ​ຢາກ​ໃຫ້​ພັກ​ເດ​ໂມ​ແຄ​ຣັດ​ຄຸມ​ທັງ​ສອງ​ສະ​ພາ​ຄື​ເກົ່າ.”

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ຜູ້​ປົກ​ຄອງ​ລັດ​ແມ​ຣີ​ແລນ ແມ່ນ​ທ່ານ ເວັ​ສ ມໍ (Wes Moore) ສັງ​ກັ​ດ​ພັກ​ເດ​ໂມ​ແຄ​ຣັດກັບທ່ານແດນ ຄັອກ​ສ໌ (Dan Cox) ສັງ​ກັດ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ.

XS
SM
MD
LG