ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກສະ​ແດງ Mary Tyler Moore ນຳຄວາມ ສະໜຸກສະໜານ ມາສູ່ວົງການລະຄອນ ສຫລ


Mary Tyler Moore Obit
please wait
Embed

No media source currently available

0:00 0:01:19 0:00

ນັກສະ​ແດງຊາວ​ອາ​ເມຣິກັນທ່ານ​ນາງ Mary Tyler Moore ຜູ້​ຊຶ່ງ​ໄດ້​ຮັບ​ບົດບາດ​ສະ​ແດງ ໃນ​ລະຄອນ​ສອງ​ເລື່ອງທີ່​ໂດ່​ງດັງ​ໃນ​ປະຫວັດສາດ​ຂອງ​ອາ​ເມຣິກາ ​ໄດ້​ເສຍ​ຊີວິດແລ້ວ ໃນ ​ວັນ​ພຸດ​ວານ​ນີ້ ​ທີ່ນະຄອນ​ນິວຢອກ.

ບໍ່ໄດ້ມີ​ການ​ປະກາດ ເຖິງ​ສາ​ເຫດ​ໃນການເສຍ​ຊີວິດ​ຂອງ​ທ່ານ​ນາງ ຊຶ່ງ​ຮວມອາຍຸ​ໄດ້ 80 ປີ.

​ທ່ານ​ນາງ Moore ທີ່ເປັນ​ນັກ​ເຕັ້ນ​ທີ່​ມີ​ປະສົບພະ​ການ ​ໄດ້​ເລີ່​ມອາຊີບຂອງ​ເພິ່ນ​ໂດຍ​ຜ່ານ​ການ​ໂຄສະນາ​ທາງ​ໂທລະພາບ​ຂອງ​ບໍລິສັດ​ເຄື່ອງ​ໃຊ້​ໃນ​ເຮືອນ ທີ່​ແຕ່ງ​ຕົວ​ເປັນຜີທີ່​ມີ​ຮ່າງ​ນ້ອຍ. ​ແລະ​ເຕັ້ນ​ເທິງ​ເຕົາ​ໄຟ​ແລະ​ເຕົາ​ອົບ.

ນັກສະແດງ Dick Van Dyke, ຂວາ, ເພັ່ງມອງນັກສະແດງສາວ Mary Tyler Moore ທີ່ຍ່າງຜ່ານມາ, 22 ກຸມພາ, 1962, Los Angeles, California.
ນັກສະແດງ Dick Van Dyke, ຂວາ, ເພັ່ງມອງນັກສະແດງສາວ Mary Tyler Moore ທີ່ຍ່າງຜ່ານມາ, 22 ກຸມພາ, 1962, Los Angeles, California.

ບໍ່​ມີ​ຜູ້​ໃດ​ໄດ້​ເຫັນ​ໜ້າ​ຂອງ​ທ່ານ​ນາງ ​ໃນ​ບົດບາດ​ຕໍ່​ໄປ ພຽງ​ແຕ່​ເຫັນ​ຂາຂອງ​ທ່ານ​ນາງ ​ໃນ​ບົດບາດ​ທີ່​ສະ​ແດງ​ເປັນ​ເລຂາ ທີ່​ມີ​ຊື່ວ່າ Sam ​ໃນ​ເລື່ອງ Richard Diamond, Private Detective.

​ແຕ່​ວ່າ ທັງ​ປະ​ເທດ ​ໄດ້​ເຫັນ​ໜ້າ​ຂອງ​ທ່ານ​ນາງ ​ແລະ​ທັງ​ໝົດ​ຕົນ​ຕົວ​ຂອງ​ທ່ານ​ນາງ ​ໃນ​ປີ 1961 ຕອນ​ທີ່​ທ່ານ​ນາງ ​ໄດ້​ຮັບ​ລາ​ງວັນຮ່ວມສະ​ແດງ ທີ່​ເປັນ​ບົດ​ຕະລົກ​ຊວນ​ຫົວ ຂອງ ການ​ເປັນ​ແມ່​ບ້ານ ຊື່ວ່າ Laura Petrie Dick Van Dyke Show.

ສະມາຊິກຂອງລະຄອນ "The Mary Tyler Moore Show" ຢືນຖ່າຍຮູບ ໃນພິທີມອບລາງວັນ Emmys ປະຈຳປີ ຄັ້ງທີ 28th annual Emmy Awards in Los Angeles, 18 ພຶດສະພາ, 1976.
ສະມາຊິກຂອງລະຄອນ "The Mary Tyler Moore Show" ຢືນຖ່າຍຮູບ ໃນພິທີມອບລາງວັນ Emmys ປະຈຳປີ ຄັ້ງທີ 28th annual Emmy Awards in Los Angeles, 18 ພຶດສະພາ, 1976.

ມີການ​ຂຽນ​ບົດ​ຫຼາຍ​ຂຶ້ນ ​ກ່ຽວ​ກັບ​ບ້ານ​ແລະ​ຊີວິດ​ການ​ເຮັດ​ວຽກ​ຂອງ​ລາຍການ​ຕະ​ລົກ​ທາງ​ໂທລະພາບ ຊຶ່ງ​ຜູ້​ຂຽນໄດ້​ດຶງ​ບົດບາດ​ຂອງ​ທ່ານ​ນາງ​ອອກ​ມາທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາມາດ​ຂອງ​ທ່ານ​ນາງ ​ໃນ​ການທີ່​ຈະ​ຮ້ອງເພງແລະ​ເຕັ້ນ​ນຳ. ທ່ານ​ນາງ​ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ພວກ​ເດັກນ້ອຍ ​ໂດຍ​ສະ​ແດງ​ເຖິງ​ບົດບາດ​ ການເປັນ​ພັນ​ລະ​ຍາ ທີ່ຢູ່​ຄຽງ​ຂ້າງ​ສາມີ​ທ່ານ​ນາງ. ບົດ​ລະຄອນ​ຫຼາຍໆ​ຕອນນີ້ ​ແມ່ນ​ໂດ່​ງດັງ​ຫຼາຍຈົນສາຍ​ມາ​ເຖິງ ປີ 1966 ​ແລະ​ຍັງ​ສາຍຢູ່​ຕໍ່ມາ​ເລື້ອຍ​ໆ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ນັກສະແດງ Mary Tyler Moore ເຂົ້າຮ່ວມກອງປະຊຸມ ທີ່ກະຊວງຮັກສາຄວາມປອດໄພແຫ່ງຊາດ ແລະຄະນະກຳມະການ ທີ່ຮັບຟັງລາຍງານເລື້ອງໂຣກເບົາຫວານ Type 1 ທີ່ ລັດຖະສະພາ, ວໍຊີງຕັນ
ນັກສະແດງ Mary Tyler Moore ເຂົ້າຮ່ວມກອງປະຊຸມ ທີ່ກະຊວງຮັກສາຄວາມປອດໄພແຫ່ງຊາດ ແລະຄະນະກຳມະການ ທີ່ຮັບຟັງລາຍງານເລື້ອງໂຣກເບົາຫວານ Type 1 ທີ່ ລັດຖະສະພາ, ວໍຊີງຕັນ

XS
SM
MD
LG