ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Martin McGuinness ເຖິງມໍລະນະກຳ ຮວມອາຍຸ 66 ປີ


ທ່ານ Martin McGuinness ອະດີດຮອງ​ລັດຖະມົນຕີ​ໄອ​ແລນ​ເໜືອ (ກາງ) ໄດ້ເຖິງແກ່ມໍລະນະກຳແລ້ວ ຮວມອາຍຸ 66 ປີ.
ທ່ານ Martin McGuinness ອະດີດຮອງ​ລັດຖະມົນຕີ​ໄອ​ແລນ​ເໜືອ (ກາງ) ໄດ້ເຖິງແກ່ມໍລະນະກຳແລ້ວ ຮວມອາຍຸ 66 ປີ.

ທ່ານ Martin McGuinness ອະດີດ​ຜູ້​ບັນຊາ​ການ ​ກອງທັບຣີພັບບລິ​ກັນ​ໄອ​ຣິສ
ຫລື IRA ​ທີ່​ຕໍ່​ມາ ​ໄດ້​ຊ່ວຍ​ໄກ່​ເກ່ຍ ຂໍ້​ຕົກລົງ​ສັນຕິພາບ ຢູ່​ໄອແລນ​ເໜືອ ​ໄດ້ເຖິງ​ແກ່​
ກຳ​ແລ້ວໃນ​ວັນ​ອັງຄານ​ມື້​ນີ້ ​ຮວມ​ອາຍຸ​ໄດ້ 66 ປີ.

ທ່ານ​ໄດ້​ຮັບ​ໜ້າ​ທີ່ ​ໃນ​ນາມຮອງ​ລັດຖະມົນຕີ​ໄອ​ແລນ​ເໜືອ ​ເປັນ​ເວລາ​ນຶ່ງ​ທົດ​ສະ​ວັດ
ກ່ອນລາ​ອອກ​ ​ໃນ​ເດືອນມັງກອນ​ທີ່​ຜ່ານ​ມາ ​ເພາະວ່າ ຍ້ອນເຈັບ​ປ່ວຍ​ທີ່​ບໍ່​ມີ​ການ
ເປີດ​ເຜີຍ.

ພັກ Sinn Fein ຂອງ​ທ່ານ​ ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫ​ລົດ​ໃຈຕໍ່​ການເຖິງ​ແກ່ກຳ​
ຂອງ​ທ່ານ ​ໂດຍ​ກ່າວ​ວ່າ “ທ່ານ​ຈະ​ເປັນ​ທີ່​ຄິດ​ຮອດ​ຄິດ​ເຖິງ​ຈາກ​ທຸກໆ​ຄົນ​ທີ່​ຮູ້​ທ່ານ.”

ທ່ານ Gerry Adams ປະທານພັກ Sinn Fein ກ່າວ​ວ່າ “ທ່ານ​ເປັນ​ຄົນ​ທີ່​ເຫັນ​ອົກ​
ເຫັນ​ໃຈ​ຂອງຣີພັບ​ບລິ​ກັນ ຜູ້​ໄດ້​ເຮັດ​ວຽກ​ຢ່າງ​ບໍ່​ອິດ​ເໝື່ອຍ ​ເພື່ອ​ສັນຕິພາບ ເພື່ອ​
ຄວາມ​ປອງ​ດອງ​ຊາດ ​ແລະ​ເພື່ອທ້ອນໂຮ​ມປະ​ເທດ​ຂອງ​ທ່ານ.”

ທ່ານ McGuinness ​ໄດ້​ຂຶ້ນ​ມາ​ເປັນ​ຜູ້​ບັນຊາ​ການ IRA ທີ່​ສຳ​ຄັນ​ ໃນ​ຕົ້ນຊຸມປີ
1970 ​ໃນ​ຂະນະ​ທີ່ກຳລັງ​ດັ່ງກ່າວອອກ​ປະຕິບັດ​ງານ​ເພື່ອ​ແຍກໄອແລ​ນ​ເໜືອ ​ອອກ​
ຈາກ​ອັງກິດ ​ແລະ​ກາຍ​ມາ​ເປັນ​ພາກສ່ວນ​ນຶ່ງ ຂອງ​ໄອ​ແລນ.

ບັນຫາ​ຂັດ​ແຍ້​ງລະຫວ່າງ ພວກຊາ​ດນິ​ຍົມ​ຊາວ​ໄອ​ແລນ ທີ່​ນັບຖື Catholic ​ແລະປະ
ຊາຊົນ​ສ່ວນ​ໃຫຍ່ທີ່ເປັນ​ຊາວ​ Protestant ທີ່​ສະໜັບສະໜູນ​ໃຫ້​ຈົງ​ຮັກ​ພັກດີ​ຕໍ່​ອັງກິດ
​ໄດ້​ເຮັດ​ໃຫ້​ຫລາຍ​ກວ່າ 3.500 ຄົນ ​ເສຍ​ຊີວິດ​ໃນ​ໄລຍະ​ກວ່າ ສາມ​ທົດ​ສະ​ວັດ​ທີ່
​ຜ່ານ​ມາ.

ການ​ກ້າວເຂົ້າ​ມາສູ່​ການ​ເມືອງຂອງ​ທ່ານ​ ມີ​ຂຶ້ນ​ໃນ​ປີ 1982 ​ເວລາ​ທ່ານ​ໄດ້​ຖືກ​ເລືອກ
​ຕັ້ງ​ ເທື່ອ​ທຳ​ອິດ ​ເຂົ້າ​ໄປ​ນັ່ງ​ໃນ​ສະພາໄອແລນ​ເໜືອ ​ແລະ​ໃນ​ທ້າຍຊຸມ​ປີ 1990 ທ່ານ​
ໄດ້​ເປັນ​ຜູ້​ເຈລະຈາ​ທີ່​ສຳຄັນ​ຄົນ​ນຶ່ງ ຢູ່​ໃນສົນທິສັນຍາ​ສັນຕິພາບວັກສຸກ​ສັກສິດຫຼື
Good Friday ທີ່​ໄດ້​ເປັນ​ຂີດ​ໝາຍ​ອັນ​ສຳຄັນ​ເທື່ອ​ທຳ​ອິດ​ໃນ​ການ​ສິ້ນ​ສຸດ​ຄວາມ
​ຮຸນ​ແຮງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Martin McGuinness Obit
please wait

No media source currently available

0:00 0:01:24 0:00

XS
SM
MD
LG