ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຈານ​ສອນ​ສາສະໜາ ຮຽກຮ້ອງໃຫ້ຍຸຕິ ການຈໍາແນກຜີວພັນ


ບາດ​ຫລວງ Al Sharpton ຜູ້ທີສາມນັບຈາກທາງຂວາ ໄດ້ນໍາພາ ການເດີນຂະບວນໄປຫາກະຊວງຍຸຕິທໍາໃນຂະ
ນະທີ່ອາຈານ​ສອນ​ສາສະໜາ 1,000 ຄົນເດີນຂະບວນ
ໃນວັນທີ 28 ສິງຫາ, 2017.
ບາດ​ຫລວງ Al Sharpton ຜູ້ທີສາມນັບຈາກທາງຂວາ ໄດ້ນໍາພາ ການເດີນຂະບວນໄປຫາກະຊວງຍຸຕິທໍາໃນຂະ ນະທີ່ອາຈານ​ສອນ​ສາສະໜາ 1,000 ຄົນເດີນຂະບວນ ໃນວັນທີ 28 ສິງຫາ, 2017.

ອາຈານ​ສອນ​ສາສະໜາຫລາຍ​ຮ້ອຍ​ຄົນ ​ໄດ້​ເດີນ​ຂະ​ບວນ​ຢູ່​ໃນ​ນະຄອນ​ວໍ​ຊິງ​ຕັນ ​
ໃນ​ວັນ​ຄົບຮອບການ​ກ່າວ​ຄໍາ​ໄປ​ໃສ​ໃນ​ຫົວ​ຂໍ້ ​"I Have a Dream" ຫລື “​ຂ້ອຍ​ມີ​
ຄວາມ​ຝັນ” ຂອງ​ຜູ້​ນໍາ​ໃນ​ການ​ຕໍ່ສູ້​ເພື່ອ​ສິດ​ທະ​ພົນລະ​ເຮືອນ ທ່ານ Martin Luther
King Jr. ທີ່​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ຈໍາ​ແນ​ກຜີວພັນ ພາຍຫລັງ​ທີ່​ມີ​ການກໍ່ຄວາມ​ຮຸນ​ແຮງ
​ເກີດ​ຂຶ້ນ.

ທ່ານ Martin Luther King III, ລູກ​ຊາຍ​ກົກ​ຂອງ​ທ່ານ King ​ໄດ້​ເຂົ້າຮ່ວມໃນ​ການ​
ໂຮມ​ຊຸມນຸມ​ດັ່ງກ່າວ ພ້ອມ​ກັບບາດ​ຫລວງ Al Sharpton ​ແລະບັນດາ​ອາຈານ​ສອນ​
ສາສະໜາຈາກ​ຫລາຍ​ສາສະໜາ ໂດຍ​ພາກັນ​ເດີນ​ໄປ​ຕາມ​ພາກສ່ວນ​ຕ່າງໆ ຂອງ​
ເສັ້ນທາງ​ດຽວກັນ​ກັບ​ພວກ​ນັກ​ເຄື່ອນ​ໄຫວ ​ເພື່ອ​ສິດທິພົນລະ​ເຮືອນ​ທີ່ໄດ້​ເດີນ​ໄປ ​ໃນ
ເມື່ອ 54 ປີ​ກ່ອນ.

​ເຄືອ​ຂ່າຍການ​ດໍາ​ເນີນ​ງານ​ແຫ່ງ​ຊາດ​ຂອງບາດ​ຫລວງ Sharpton ກ່າວ​ຢູ່​ໃນ​ຖະ​ແຫລ​ງ
ການ​ໃນ​ວັນ​ຈັນ​ວານ​ນີ້ວ່າ ກຸ່ມ​ຂອງ​ທ່ານ "ບໍ່ພຽງ​ແຕ່​ຮູ້ສຶກເບື່ອໜ່າຍຕໍ່ການ​ຂາດ​ການ​
ນໍາພາ​ຢູ່​ໃນ​ທໍານຽບຂາວ​ໃນ​ປັດຈຸບັນ ​ແຕ່​ຍັງອິດ​ເມື່ອຍ​ຕໍ່ສະພາບ​ການ​ທີ່​ງຽບຂຶມ​ຂອງ​
ຝ່າຍ​ອື່ນໆອີກ​ນຳດ້ວຍ."

ການ​ເດີນ​ຂະ​ບວນຄັ້ງນີ້ ​ແມ່ນ​ໄດ້ມີ​ຂຶ້ນ ພາຍຫລັງ​ທີ່​ມີ​ການກໍ່ຄວາມ​ຮຸນ​ແຮງ ຢູ່​ໃນການ
​ໂຮມ​ຊຸມນຸນຂອງ​ພວກ​ຜີວ​ຂາວ​ທີ່​ຈໍາ​ແນ​ກຜີວພັນ ຢູ່​ເມືອງ​ຊາ​ລັອສວີນ, ລັດ​ເວີ​ຈີ​ເນຍ
ທີ່​ຜູ້​ຊາຍ​ຄົນ​ໜຶ່ງທີ່ເປັນ​ຄົນ​ຖື​ວ່າ ​ເຫັນ​ດີ​ກັບ​ພວກ​ນາ​ຊີ ​ໄດ້​ແລ່ນ​ລົດ​ເຂົ້າຕໍາ​ກຸ່ມ​ຄົນ​ ທີ່​ຕໍ່
ຕ້ານ​ການ​ປະ​ທ້ວງ​ດັ່ງກ່າວ, ຊຶ່ງ​ໄດ້​ສັງຫານ​ຜູ້ຍິງ​ຄົນໜຶ່ງ ​ແລະ​ເຮັດ​ໃຫ້​ອີກ 20 ຄົນ​ໄດ້​
ຮັບ​ບາດ​ເຈັບ.

ທ່ານ​ດໍ​ໂນ​ລ ທຣໍາ, ປະທານາທິບໍດີ​ສະຫະລັດ ຖືກ​ຕໍາໜິຈາກ​ທັງ​ພວກ​ສັງກັດ​ພັກຣີພັບ
ລິ​ກ​ກັນ ​ແລະ​ດີ​ໂມ​ແຄຣດ ​ເພາະວ່າ ທ່ານ​ບໍ່​ໄດ້​ກ່າວ​ປະນາມ​ກຸ່ມ​ຊາວ​ຜີວ​ຂາວ​ຊາດ​ນິຍົມ
​ທີ່​ພາກັນ​ຈັດ​ໃຫ້​ມີ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ນັ້ນ ໃນ​ທັນທີ​ທັນ​ໃດ​ໂລດ. ​ໃນ​ເວລາ​ຕໍ່ມາທ່ານ​ປະທານາທິບໍດີໄດ້ກ່າວ ​ໃນ​ຫລາຍໆໂອກາດວ່າ ທ່ານ​ປະນາມກຸ່ມ​ຊາວ​ຜີວ​ຂາວ​ທີ່​ຈໍາ​
ແນ​ກຜີວພັນ ​ແລະ​ເຊື່ອ​ວ່າ ທັດສະນະ​ຄະຕິ​ທີ່​ຈໍາ​ແນ​ກຜິວ​ພັນ​ໃນ​ທຸກ​ຮູບ​ແບບ​ແມ່ນ "ຊົ່ວ​ຮ້າຍ."

ນອກ​ນັ້ນ​ແລ້ວ ທ່ານປະທານາທິບໍດີຍັງ​ຖືກ​ຕໍາໜິ ທີ່​ໄດ້​ເວົ້າຕິຕຽນ “ຫລາຍ​ຝ່າຍ” ວ່າ​ເຮັດ
​ໃຫ້​ມີ​ການກໍ່ຄວາມ​ຮຸນ​ແຮງ. ທ່ານ​ທຣໍາ ​ໄດ້ກ່າວອ້າງ​ວ່າ ມີ​ຄົນ​ປັ່ນ​ປ່ວນ​ໃຫ້​ເກີດ​ການກໍ່
ຄວາມ​ຮຸນ​ແຮງ ​ຢູ່​ທັງ​ສອງ​ຝ່າຍ​ຂອງ​ຄວາມ​ຂັດ​ແຍ້​ງທີ່​ເກີດ​ຂຶ້ນຢູ່​ເມືອງ​ຊາ​ລັອສວີນ ທີ່​ເຫັນ​
ວ່າ​ສະມາຊິກ​ຂອງ​ທັງ​ກຸ່ມ​ຊາວ​ຝີ​ວຂາວ​ຈໍາ​ແນ​ກຜີວພັນ ​ແລະ​ກຸ່ມ​ຕ້ານ​ການ​ເດີນ​ຂະ​ບວນ
ປະ​ທ້ວງ​ໃຊ້​ອາວຸດ.

ອ່ານກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

US Ministers March
please wait
Embed

No media source currently available

0:00 0:01:28 0:00

XS
SM
MD
LG