ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວັນພັກ ທ່ານມາຕິນ ລູເທີ ຄິງ ຈູເນຍ ສະເຫຼີມສະຫຼອງ ທ່າມກາງ ໂຣກລະບາດ ແລະ ຄວາມຮຸນແຮງທາງການເມືອງ


ພິທີວາງພວງມະລາຄົບຮອບ 50 ປີ ໃຫ້ແກ່ທ່ານມາຕິນ ລູເທີ ຄິງ ທີ່ຖືກສັງຫານ ຢູ່ອະນູສາວາລີ ໃນນະຄອນຫຼວງວໍຊິງຕັນ ວັນທີ 4 ແມສາ 2018.
ພິທີວາງພວງມະລາຄົບຮອບ 50 ປີ ໃຫ້ແກ່ທ່ານມາຕິນ ລູເທີ ຄິງ ທີ່ຖືກສັງຫານ ຢູ່ອະນູສາວາລີ ໃນນະຄອນຫຼວງວໍຊິງຕັນ ວັນທີ 4 ແມສາ 2018.

ຊາວອາເມຣິກັນພາກັນ ພາກັນສະຫຼອງວັນລະນຶກເຖິງ ທ່ານ ມາຕິນ ລູເທີ ຄິງ ຈູເນຍ
(Martin Luther King Jr) ທ່າມກາງໂຣກລະບາດຢູ່ທົ່ວໂລກ ທີ່ໄດ້ບັງຄັບໃຫ້ຫຼາຍພິ
ທີຍ້າຍມາເຮັດຜ່ານທາງຄອມພີວເຕີ ແລະ ໃນເວລາທີ່ປະເທດຊາດປະເຊີນໜ້າກັບການ
ຂົ່ມຂູ່ຄວາມຮຸນແຮງທາງການເມືອງ ກ່ອນເຖິງພິທີສານບານຕົວເຂົ້າຮັບຕຳແໜ່ງຂອງປະທາ
ນາທິບໍດີທີ່ຖືກເລືອກ ທ່ານໂຈ ໄບເດັນ.

ທຸກໆປີວັນຈັນອາທິດທີສາມຂອງເດືອນມັງກອນ ຊາວອາເມຣິກັນ ຈະພາກັນສະແດງ
ຄວາມເຄົາລົບຕໍ່ນັກເຄື່ອນໄຫວຜູ້ນຳສິດທິພົນລະເຮືອນທີ່ຖືກຂ້າຕາຍ, ຜູ້ທີ່ໄດ້ຈັດການ
ປະທ້ວງແບບສັນຕິ ກ່ຽວກັບ ການແບ່ງແຍກເຊື້ອຊາດໃນພາກໃຕ້, ເຊິ່ງແມ່ນການຕໍ້ສູ້
ເພື່ອຄວາມເທົ່າທຽມສຳລັບຄົນຜິວດຳ, ແລະ ສິດທິໃນການເລືອກຕັ້ງໃນຊຸມປີ 1950
ແລະ 1960.

ວັນພັກດັ່ງກ່າວຕາມປະເພນີແລ້ວຈະມີຄົນພາກັນສະແດງການລະນຶກເຖິງວຽກງານ
ຂອງທ່ານ ຄິງ, ດ້ວຍການເຂົ້າຮ່ວມໂຄງກາບໍລິການຊຸມຊົນຕ່າງໆ. ແຕ່ແນວໃດກໍຕາມ,
ທັງໂຣກລະບາດ ແລະ ຄຳເຕືອນ ກ່ຽວກັບ ຄວາມຮຸນແຮງຢູ່ໃນບັນດາຕົວເມືອງຕ່າງໆ
ຢູ່ທົ່ວປະເທດ ໄດ້ສົ່ງຜົນກະທົບຕໍ່ການສະເຫຼີມສະຫຼອງໃນປີນີ້.

ວັນພັກດັ່ງກ່າວໄດ້ມີຂຶ້ນພຽງສອງມື້ກ່ອນພິທີສາບານຕົວເຂົ້າຮັບຕຳແໜ່ງຂອງ ທ່ານ
ໄບເດັນ ໃນນະຄອນຫຼວງວໍຊິງຕັນ ບ່ອນທີ່ກອງທະຫານຮັກສາດິນແດນ 25,000 ຄົນ
ຄາດວ່າຈະໃຫ້ການຮັກສາຄວາມປອດໄພ ຫຼັງຈາກເກີດຄວາມຮຸນແຮງຢູ່ ຫໍລັດຖະສະພາ
ສະຫະລັດ ໃນອາທິດກ່ອນ ບ່ອນທີ່ພວກກໍ່ຈະລາຈົນທີ່ສະໜັບສະໜູນທ່ານ ທຣໍາ ບຸກ
ເຂົ້າໄປໃນຕຶກ, ເຮັດໃຫ້ຫ້າຄົນເສຍຊີວິດ.

ພວກເຈົ້າໜ້າທີ່ລັດຖະບານກາງໄດ້ກ່າວວ່າ ຈຳນວນພວກທີ່ພົວພັນກັບການຈະລະຈົນ
ແມ່ນພວກຜິວຂາວ ທີ່ວ່າຕົນເອງເປັນຍອດມະນຸດ. ເຂົາເຈົ້າຍັງໄດ້ເຕືອນວ່າ ຈະມີໂອ
ກາດເກີດຄວາມຮຸນແຮງທາງການເມືອງໃນອະນາຄົດ ໃນນະຄອນຫຼວງວໍຊິງຕັນ ແລະຢູ່
ເມືອງເອກຂອງລັດຕ່າງໆທົ່ວປະເທດ.

ສະໜາມຫຼວງແຫ່ງຊາດວໍຊິງຕັນ ໄດ້ປີດບໍ່ໃຫ້ສາທາລະນະຊົນເຂົ້າໄປຕະຫຼອດພິທີສາ
ບານຕົວຮັບຕຳແໜ່ງ ແລະ ລະບົບການຂົນສົ່ງສາທາລະນະຂອງເມືອງໄດ້ຖືກຈຳກັດລົງ
ຢ່າງຫຼວງຫຼາຍ ເພາະມີການຂົ່ມຂູ່ກ່ອນໜ້າພິທີສາບານໂຕເຂົ້າຮັບຕຳແໜ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG