ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດໄອຍະການເສິກ ສາມາດ ຮັກສາຄວາມ ສະຫງົບ ຢູ່ໃນພາກໃຕ້ ຂອງ ຟີລິບປິນ

ພວກພົນລະເມືອງ ຫຼາຍພັນຄົນ ຄອຍຖ້າ ເພື່ອທີ່ຈະຜ່ານ ດ່ານກວດ ຂອງກອງທັບ ຫຼັງຈາກທາງການ ໄດ້ອະນຸຍາດ ໃຫ້ພວກເຂົາເຈົ້າ ໄປກວດເບິ່ງເຮືອນຊານ ຂອງເຂົາເຈົ້າ ທີ່ໄດ້ຖືກທຳລາຍ ໃນພື້ນທີ່ສູ້ລົບກັນ ໃນເມືອງ ມາຣາວີ ຢູ່ເກາະ ມິນດານາວ, ວັນທີ 1 ເມສາ 2018.

ປີທີສອງ ຂອງການປະກາດກົດໄອຍະການເສິກ ຢູ່ໃນບາງເຂດ ຂອງຟີລິບປິນ ແມ່ນເພື່ອ
ປາບປາມການກໍ່ຄວາມຮຸນແຮງຄືນໃໝ່ໃດໆກໍຕາມ ຂອງພວກກະບົດ ມຸສລິມ ຫຼັງຈາກ
ໄດ້ເກີດສົງຄາມກາງເມືອງ ທັງໆທີ່ກ່ອນໜ້ານີ້ ມີຄວາມຢ້ານກົວກັນວ່າ ລະບຽບການ
ດັ່ງກ່າວ ຈະຫລຸດຜ່ອນອິດສະຫຼະພາບ ຂອງຄົນທຳມະດາສາມັນ ນຳດ້ວຍ ອີງຕາມຄຳ
ເວົ້າຂອງພວກທີ່ເຫັນເຫດການ.

ປະທານາທິບໍດີໂຣດຣີໂກ ດູເຕີເຕ ຂອງຟີລິບປິນ ໄດ້ຕໍ່ອາຍຸກົດໄອຍະການເສິກ ອອກໄປ
ຕື່ມອີກ ຈົນໝົດ ປີ 2018 ຫຼັງຈາກໄດ້ປະກາດໃຊ້ ໃນເດືອນພຶດສະພາ ປີກາຍ ເພື່ອໃຫ້
ພວກທະຫານ ແລະຕຳຫຼວດ ຂອງປະເທດ ສາມາດທຳການສູ້ລົບ ກັບພວກກະບົດ ໃນ
ເມືອງ ມາຣາວີ ຊຶ່ງປະຊາຊົນສ່ວນໃຫຍ່ເປັນຊາວມຸສລິມ ທີ່ຕັ້ງຢູ່ເທິງພູຜາ ໃນພາກໃຕ້
ຂອງປະເທດ. ກົດໄອຍະການເສິກ ແມ່ນກວມເອົາ ເກາະມິນດານາວ ທັງໝົດ ຊຶ່ງເປັນ
ທີ່ຕັ້ງ ຂອງເມືອງມາຣາວີ ແລະມີປະຊາຊົນນຶ່ງສ່ວນຫ້າ ຂອງຟີລິບປິນ ອາໄສຢູ່ ພ້ອມ
ທັງເປັນສູນກາງຂອງພວກກະບົດ ປະກອບອາວຸດ ນັບແຕ່ຊຸມປີ 1960 ເປັນຕົ້ນມາ.

ພວກສະມາຊິກ ຂອງ ກຸ່ມແນວໂຮມປະຕິວັດ ໂມໂຣ ອິສລາມ (Moro Islamic Liberation Front MILF) ພວມຮັກສາຄວາມປອດໄພ ທີ່ສູນ ດາຣາປານານ ຢູ່ເກາະ ມິນດານາວ ທາງພາກໃຕ້ຂອງປະເທດ, ວັນທີ 29 ກໍລະກົດ 2018.
ພວກສະມາຊິກ ຂອງ ກຸ່ມແນວໂຮມປະຕິວັດ ໂມໂຣ ອິສລາມ (Moro Islamic Liberation Front MILF) ພວມຮັກສາຄວາມປອດໄພ ທີ່ສູນ ດາຣາປານານ ຢູ່ເກາະ ມິນດານາວ ທາງພາກໃຕ້ຂອງປະເທດ, ວັນທີ 29 ກໍລະກົດ 2018.

ຕາໜ່າງຂອງດ່ານກວດຕາມທາງສາຍຕ່າງໆ ຢູ່ນອກຫົວເມືອງທີ່ສຳຄັນໆ ແມ່ນອຳນວຍ
ໃຫ້ພວກເຈົ້າໜ້າທີ່ ສາມາດກວດຜູ້ຄົນ ໂດຍບໍ່ຕ້ອງມີໝາຍຄົ້ນ ແລະການຫ້າມອອກ
ນອກເຮືອນ ແຕ່ຕາເວັນຕົກ ຫາຕາເວັນຂຶ້ນ ໄດ້ຊ່ວຍໃຫ້ກຳລັງລັດຖະບານ ສາມາດຫລຸດ
ຜ່ອນການກໍ່ຄວາມຮຸນແຮງ ຂອງພວກກະບົດມຸສລິມ ລົງໄດ້ຕື່ມອີກ ໂດຍບໍ່ຕ້ອງຮາວີ
ລົບກວນຄົນທຳມະດາສາມັນ ນັ້ນຄືຄຳເວົ້າຂອງ ທ່ານເອດົວໂດ ອາຣາຣາລ ຜູ້ຊ່ວຍ
ສາສະດາຈານ ທີ່ສະຖາບັນນະໂຍບາຍ ສາທາລະນະ ຂອງມະຫາວິທະຍາໄລ ແຫ່ງຊາດ
ຂອງສິງກະໂປ ທີ່ເປັນຄົນມາຈາກ ເກາະມິນດານາວ.

ທ່ານກ່າວວ່າ “ກົດໄອຍະການເສິກ ອາດເຮັດໃຫ້ແຜນການ ຂອງພວກກໍ່ການຮ້າຍ
ຊັກຊ້າລົງ ຫຼືແມ່ນກະທັງການປະຕິບັດງານນ້ອຍໆ ພວກເຂົາເຈົ້າ ຈະບໍ່ສາມາດເຂົ້າ
ໄປໃນຫົວເມືອງຕ່າງໆ ໂດຍປາສະຈາກ ການຖືກກວດຄົ້ນໂດຍພວກທະຫານ ແລະ
ເຂົາຈຳເປັນຕ້ອງໄດ້ມີກົດໄອຍະການເສິກ ເພື່ອຮັບມືກັບສິ່ງນັ້ນ.”
ທ່ານໄດ້ກ່າວ
ສະຫລຸບວ່າ “ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ມັນຍັງໄດ້ຊ່ວຍຫລຸດຜ່ອນຄວາມກັງວົນຂອງ
ປະຊາຊົນຢູ່ໃນເມືອງ. ພວກພີ່ນ້ອງຂອງຂ້າພະເຈົ້າ ທີ່ເກາະມິນດານາວ ແມ່ນຮູ້ສຶກ
ດີໃຈຫຼາຍ ກ່ຽວກັບເລື້ອງດັ່ງກ່າວນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG