ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານ Curiosity ເລີ່ມແລ່ນອອກໄປ ສໍາຫລວດດາວພະອັງຄານ​ ເປັນເທື່ອທໍາອິດ


ພາຍຮອຍລໍ້ຂອງຍານ Curiosity ຢູ່ເທິງດາວພະອັງຄານ ຫລັງຈາກທີ່NASA ບັງຄັບໃຫ້ຍານແລ່ນອອກສໍາຫລວດ ໃນມື້ນີ້, ວັນທີ 22 ສິງຫາ 2012.
ພາຍຮອຍລໍ້ຂອງຍານ Curiosity ຢູ່ເທິງດາວພະອັງຄານ ຫລັງຈາກທີ່NASA ບັງຄັບໃຫ້ຍານແລ່ນອອກສໍາຫລວດ ໃນມື້ນີ້, ວັນທີ 22 ສິງຫາ 2012.
ລົດສໍາຫຼວດດາວ​ອັງຄານ Curiosity ຂອງ​ສະຫະລັດ ມີ​ກຳນົດ
ທີ່​ຈະ​ອອກ​ແລ່ນ​ປະຕິບັດ​ງານ​ເປັນ​ເທື່ອທໍາ​ອິດ. ອົງການອະວະ
ກາ​ດຂອງ​ສະຫະລັດ​ຫຼືນາ​ຊາ ກ່າວ​ວ່າ ຕົນ​ຈະ​ບັງຄັບ​ລົດ​ຫຸ່ນ​ຍົນ
ທີ່​ມີ​ຂະໜາດ​ເທົ່າ​ລົດຍົນ​ທໍາ​ມະ​ດາ ​ໃຫ້​ຂັບ​ເຄື່ອນ​ໄປ​ໜ້າ​ສາມ​ແມັດ​
ໃນ​ວັນ​ພຸດ​ມື້​ນີ້ ກ່ອນ​ຈະ​ອ່ວາຍ​ຄືນແລະ​ຂັບ​ໄປ​ຍັງ​ທີ່​ຕັ້ງ​ເດີມ​ບ່ອນ ​
ທີ່​ໄດ້​ລົງ​ຈອດ​ຕອນ​ທໍາ​ອິດ​ໃນຕົ້ນ​ເດືອນ​ນີ້.

ອົງການ​ອະວະກາດສະຫະລັດ ໄດ້​ບັງຄັບຂັບເຄື່ອນສີ່ລໍ້​ຂອງ
​ຈໍານວນຫົກ​ລໍ້​ຂອງ​ລົດ​ສໍາຫຼວດ Curiosity ​ເມື່ອ​ວັນ​ອັງຄານ ​
ເພື່ອ​ທົດ​ລອງການຂັບ​ລ້ຽວກ່ອນຈະ​ອອກແລ່ນ​ໄປ​ຂ້າງ​ໜ້າ.

ອົງການ​ນາ​ຊາ​ລາຍ​ງານວ່າ ​ເຄື່ອງ​ເຊັນ​ເຊີ​ແທກລົມ​ເຄື່ອງ​ນຶ່ງ​
ໃນຈຳນວນ​ສອງ​ເຄື່ອງທີ່​ຕິດ​ຕັ້ງ​ຢູ່​ລົດ​ສໍາຫຼວດນັ້ນ ​ໃຊ້​ການ​ບໍ່​ໄດ້
​ແລະ​ວ່າ​ ອາດເກີດ​ເສຍ​ຫາຍ​ໃນ​ລະຫວ່າງ​ລົງ​ຈອດ.

ລົດ​ສໍາຫຼວດ Curiosity ​ແມ່ນ​ເຕັມ​ດ້ວຍ​ເຄື່ອງ​ອຸບປະກອນ​ຕ່າງໆຫຼາຍຢ່າງ ເພື່ອ​ສໍາຫຼວດ
ສະພາບພູມິສາດ​ ອາກາດ ​ແລະ​ລະດັບ​ກໍາມັນ​ຕະພາບ​ລັງສີ ຂອງ​ດາວ​ອັງຄານ. ລົດ​ດັ່ງກ່າວ​
ນີ້ ມີ​ພາລະກິດ​ປະຕິບັດ​ງານສອງ​ປີ ທີ່​ໃຊ້​ງົບປະມານ 2 ພັນ​ຫ້າ​ຮ້ອຍ​ລ້ານ​ໂດ​ລາ ​ເພື່ອ​ຊ່ວຍ​
ສໍາຫຼວດວ່າເຄີຍມີ​ສິ່ງ​ທີ່​ມີຊີວິດ​ຢູ່​ເທິງ​ດາວ​ອັງຄານຫຼືສາມາດ​ຈະມີ​ສິ່ງ​ທີ່​ມີຊີວິດ​ໃນ​ອະນາຄົດ
ໄດ້ຫຼືບໍ່?
XS
SM
MD
LG