ລົດສຳຫຼວດ Curiosity ຂອງອົງການອະວະກາດສະຫະລັດ ໄດ້ສົ່ງຮູບພາບສີຊຸດທໍາອິດມາຍັງໂລກ ຊຶ່ງເປັນຮູບພາບພູມິປະເທດຂອງດາວພະອັງຄານ ທີ່ເປັນພາບສີແດງອົມນໍ້າຕານ ຈາກພື້ນອ່າງດາວອັງຄານ.
ອົງການອະວະກາດສະຫະລັດ ຫຼື ນາຊາ ເວົ້າເມື່ອວັນອັງຄານວານນີ້ວ່າ ຮູບພາບທີ່ສົ່ງມານັ້ນ ຈະເຫັນຝາດ້ານເໜືອ ແລະຂອບຂອງອ່າງ Gale Crater ໃນໄລຍະໄກ. ຮູບພາບເຫຼົ່ານີ້ ໄດ້ຖ່າຍດ້ວຍກ້ອງທີ່ຕິດຕັ້ງຢູ່ຮາວສາມາດເຄື່ອນຍ້າຍໄດ້ຂອງລົດສຳຫຼວດ.
ອົງການນາຊາ ສາມາດສົ່ງລົດສຳຫຼວດ Curiosity ລົງໃນບໍລິເວນອ່າງເທິງໜ້າດາວພະອັງຄານໄດ້ເປັນຜົນສໍາເລັດເມື່ອຕອນແລງວັນອາທິດຜ່ານມາ ຫຼັງຈາກໄດ້ເດີນທາງຜ່ານອະວະກາດໄປຍັງດາວດັ່ງກ່າວເປັນເວລາ 8 ເດືອນ. ກ້ອງທີ່ຕິດຕັ້ງຢູ່ທ້ອງລົດ ໄດ້ຖ່າຍຮູບໄວ້ຫຼາຍຮ້ອຍຮູບຂະນະລົງຈອດເທິງຜິວດາວພະອັງຄານ ແຕ່ຮູບພາບໃໝ່ນີ້ ເປັນຮູບທໍາອິດຈາກລະດັບພື້ນດິນ ຫຼັງຈາກໄດ້ລົງສູ່ຜິວດາວພະອັງຄານແລ້ວນັ້ນ.
ຮູບພາບທໍາອິດປະກົດໃຫ້ເຫັນລາງໆບໍ່ຊັດເຈນປານໃດ ແຕ່ອົງການນາຊາຫວັງວ່າ ການປະຕິບັດການຂອງລົດສຳຫຼວດ Curiosity ເປັນເວລາສອງປີນີ້ ກ້ອງທີ່ຕິດຕັ້ງຢູ່ເທິງລົດດັ່ງກ່າວ ຈະສາມາດຖ່າຍຮູບໃນຄຸນນະພາບທີ່ເຫັນຊັດເຈນຫຼາຍຂຶ້ນ.