ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການໂຈມຕີ ສະຫຼະຊີບ ໂດຍເດັກຍິງ ຢູ່ໄນຈີເຣຍ ສົງໄສ ເປັນພວກໂບໂກ ຮາຣາມ


ແຜນທີ່ປະເທດໄນຈີເຣຍ ເຂດເມືອງ Damaturu ແລະ Maiduguri
ແຜນທີ່ປະເທດໄນຈີເຣຍ ເຂດເມືອງ Damaturu ແລະ Maiduguri

ເຈົ້າໜ້າທີ່ໄນຈີເຣຍກ່າວວ່າ ການໂຈມຕີດ້ວຍລະເບີດສະຫຼະຊີບ
ໃສ່ຕະຫລາດ ທີ່ແອອັດໄປດ້ວຍຜູ້ຄົນ ໃນພາກຕາເວັນອອກ
ສຽງເໜືອຂອງໄນຈີເຣຍ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 16
ຄົນນັ້ນ ແມ່ນບີບຄະນວນໃຫ້ແຕກຂຶ້ນໂດຍ ເດັກນ້ອຍຜູ້ຍິງຄົນນຶ່ງ
ທີ່ເຊື່ອກັນວ່າມີອາຍຸປະມານ 10 ປີ.

ເຈົ້າໜ້າທີ່ຕຳຫຼວດ ກ່າວຕໍ່ອົງການຂ່າວຣອຍເຕີ້ວ່າ ອຸບປະກອນ
ລະເບີດໄດ້ມັດຕິດໃສ່ອ້ອມໂຕນາງ.

ຜູ້ເຫັນເຫດການຄົນນຶ່ງ ກ່ຽວກັບເຫດລະເບີດທີ່ເມືອງ Maiduguri
ໃນວັນເສົາ ວານນີ້ ກ່າວຕໍ່ອົງການຂ່າວ AFP ຂອງຝຣັ່ງວ່າ
ລະເບີດໄດ້ແຕກຂຶ້ນ ໃນຂະນະທີ່ມີການກວດຄົ້ນໂຕນາງ ຢູ່ບໍລິເວນທາງເຂົ້າຕະຫລາດ.
ລາວເວົ້າ ວ່າ ລາວຍັງສົງໄສຢູ່ວ່າ ນາງນ້ອຍຜູ້ນີ້ ຮູ້ຫຼືບໍ່ວ່າ "ແມ່ນຫຍັງ ໄດ້ມັດຕິດກັບ
ໂຕນາງ"
ແລະກໍກ່າວ ຕື່ມວ່າ ລາວ "ແນ່ໃຈ" ທີ່ລະເບີດດັ່ງກ່າວ ຄວບຄຸມຈາກໄລຍະ
ໄກ. ນອກນັ້ນຍັງມີອີກ ປະມານ 20 ຄົນ ໄດ້ຮັບບາດເຈັບຈາກເຫດລະເບີດໃນຄັ້ງນີ້.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີ ທັນທີເທື່ອ ແຕ່ Maiduguri
ຊຶ່ງເປັນເມືອງເອກຂອງລັດ Borno ນັ້ນ ແມ່ນຕັ້ງຢູ່ໃນເຂດໃຈກາງ ຂອງການກໍ່ກະບົດ ໂດຍ ພວກຫົວຮຸນແຮງຊຸນນີ່ມຸສລິມ Boko Haram.

ທີ່ເມືອງ Potiskum ຊຶ່ງເປັນເປົ້າໝາຍອີກແຫ່ງໜຶ່ງຂອງພວກໂບໂກ ຮາຣາມນັ້ນ ເຈົ້າໜ້າ ທີ່ຕຳຫລວດຄົນໜຶ່ງ ບອກກັບນັກຂ່າວວ່າ ເຫດລົດລະເບີດທີ່ໄດ້ສັງຫານ 2 ຄົນແມ່ນເປັນ ການໂຈມຕີສະຫຼະຊີບ.

NIGERIA BLAST VIDEO
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG