ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານວອຣເນີ ກ່າວວ່າ ການປົດທ່ານມອລເລີ ອອກຈາກຄະນະສືບສວນ ທີ່ວ່າຣັດເຊຍ ແຊກແຊງ ເຂົ້າໃນການເລືອກຕັ້ງປ. ນັ້ນ ຈະສົ່ງຜົນກະທົບ ຕໍ່ລັດຖະທຳມະນູນ


ທ່ານ ວອຣເນີ ຮອງ​ປະທານ​ຂອງ​ຄະນະ​ກຳມະການ​ສືບລັບ ສັງກັດພັກເດໂມແກຣດ - ລັດ ເວີຈີເນຍ, ທີ່ຢູ່ໃນຄະນະສືບ
ສວນ ຂອງການເລືອກ​ຕັ້ງ​ຂອງປະທານາທິບໍດີ ປີ 2016, ກຳລັງກ່າວຕໍ່ພວກນັກຂ່າວໃນລັດຖະສະພາ, 22 ມິຖຸນາ 2017.
ທ່ານ ວອຣເນີ ຮອງ​ປະທານ​ຂອງ​ຄະນະ​ກຳມະການ​ສືບລັບ ສັງກັດພັກເດໂມແກຣດ - ລັດ ເວີຈີເນຍ, ທີ່ຢູ່ໃນຄະນະສືບ ສວນ ຂອງການເລືອກ​ຕັ້ງ​ຂອງປະທານາທິບໍດີ ປີ 2016, ກຳລັງກ່າວຕໍ່ພວກນັກຂ່າວໃນລັດຖະສະພາ, 22 ມິຖຸນາ 2017.

ສະມາຊິກ​ສະພາ​ສູງ​ສະຫະລັດ ທ່ານ ມາຄ ວອຣເນີ (Mark Warner) ​ໄດ້​ອອກ​ມາ​ກ່າວ
​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “​ເປັນ​ການ​ຮ້ອງປະສານ​ສຽງຂອງ​ການ​ບໍ່​ມີຄວາມຮັບຜິດຊອບ ​
ແລະ​ການໝິ່ນປະໝາດ”
ທີ່​ຮຽກຮ້ອງ​ໃຫ້​ຍຸຕິ​ຄະນະ​ສືບສວນ​ພິ​ເສດຂອງ​ທ່ານ ຣໍ​ເບີຣຕ
ມອລ​ເລີ (Robert Mueller) ທີ່​ທຳການສືບສວນ​ທີ່​ພົວພັນ​ລະຫວ່າງຣັດ​ເຊຍ ​ໃນ​ການ
​ໂຄສະນາຫາ​ສຽງ​ເລືອກ​ຕັ້ງ​ຂອງປະທານາທິບໍດີ​ດໍ​ໂນ​ລ໌ ທຣຳ ​ໂດຍ​ກ່າວ​ວ່າ ການ​ເອົາ
​ບາດກ້າວ ທີ່​ວ່າ​ນີ້ “ມີ​ໂອາກາດບົ່ມຊ້ອນທີ່​ຈະເປັນ​ວິ​ກິດ​ການ​ກະທົບຕໍ່​ລັດຖະທຳ​ມະນູນ.”

ທ່ານ ວອຣເນີ ຮອງ​ປະທານ​ຂອງ​ຄະນະ​ກຳມະການ​ສືບລັບ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້
​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ ​ໃນ​ລັດຖະສະພາ ທີ່​ກ່າວ​ຕໍ່​ວ່າ ຕໍ່ຄະນະ​ກຳມະການ​ພິ​ເສດ ຫຼື
ກຸ່ມ​ໃດ​ກໍ​ແລ້ວ​ແຕ່ “ຂັ້ນ​ສູງທີ່​ພົວພັນກັບ​ການ​ສືບສວນ ບໍ່​ພຽງ​ແຕ່​ຮຽກຮ້ອງ​ໃຫ້​ເກີດ
ບັນຫາ​ໃນລັດຖະບານ​ຊຸດ​ນີ້ ເພື່ອໃຫ້ການ​ຢືນຢັນ​ເຖິງ​ຄວາມ​ຈິງ, ​ແຕ່​ແມ່ນເພື່ອ ​
ໃຫ້​ຢູ່​ໃນ​ຂັ້ນ​ຕອນ​ພື້ນຖານ​ຂອງຕົວບົດກົດໝາຍຂອງພວກເຮົານຳ.”

ທ່ານ​ໄດ້​ສະ​ແດງ​ອອກ​ເຖິງ ​ຄວາມ​ເປັນ​ຫ່ວງ ທີ່​ກ່າວ​ຕຳ​ໜິຕິຕຽນ ຕໍ່​ການ​ສືບສວນ
ດັ່ງກ່າວ​ນີ້​ວ່າ “​ເບິ່ງ​ຄື​ວ່າ​ມັນ​ຈະ​ຍືດຍາວ​ທັງ​ເວລາ​ແລະ​ປະລິມານ” ​ແລະ​ເບິ່ງ​ຄື​ວ່າ
ມີການ “ປະສານງານ​ກັນ” ຢູ່ໃນ​ຫຼາຍສັບປະດາ​ທີ່ຜ່ານ​ມາ​ນີ້.

ເຊີນຊົມ: ຄວາມຄິດເຫັນຂອງທ່ານ ມາຄ ວອຣເນີ ກ່ຽວກັບການມີໂອາກາດບົ່ມຊ້ອນ
ທີ່​ຈະເປັນ​ວິ​ກິດ​ການ​ກະທົບຕໍ່​ລັດຖະທຳ​ມະນູນ.

Warner on Potential Constitutional Crisis
please wait

No media source currently available

0:00 0:00:59 0:00

ທ່ານວອຣເນີ ​ກ່າວ​ວ່າ. “ຄວາມ​ພະຍາຍາມ​ໃດໆ ​ເພື່ອໄລ່ອອກ ເຈົ້າໜ້າ​ທີ່​ສືບສວນ​
ພິ​ເສດມັລເລີ ຈາກ​ຕຳ​ແໜ່​ງນີ້ ຫຼື​ບໍ່​ກໍ່​ອະ​ໄພ​ຍະ​ໂທດ​ພິຍານ​ຄົນ​ສຳຄັນ ​ໃນ​ຄວາມ
ພະຍາຍາມ​ທີ່​ຈະ​ປົກ​ປິດ​ພວກ​ເຂົາ​ເຈົ້າ​ຈາກ​ການ​ຮັບຜິດຊອບ ຫຼື​ບໍ່ ກໍ​ປິດ​ການ​ສືບ
ສວນ​ລົງ ນັ້ນ​ ແມ່ນເປັນ​ການໃຊ້ອຳນາດ​ຢ່າງ​ຜິດໆ,”

ທະນາຍຄວາມ​ຈາກ​ທຳນຽບຂາວ ທ່ານ ທີ ​ຄັບ​ບ (Ty Cobb) ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້
ວ່າ ລັດຖະບານ​ຂອງ​ທ່ານ​ທຣຳ ບໍ່​ມີ​ແຜນການ​ທີ່​ຈະ​ປົດ​ທ່ານ​ມອລ​ເລີ​ ອອກ.

ທ່ານ​ຄັບ​ ກ່າວ​ວ່າ.​“ຖ້າ​ຫາກ​ວ່າ​ສື່​ມວນຊົນ ຍັງ​ຈະ​ສືບ​ຕໍ່​ໄຕ່ຖາມ​ຢູ່ ​ເຖິງ​ຂ່າວ​ນອງ​ນັນ ​
ແລະ​ການ​ຊຸບ​ຊິ​ບ ທີ່​ພະຍາຍາມ​ຊອກຫາພັກ​ຝ່າຍ​ນັ້ນ ມັນກໍຈະ​ສືບ​ຕໍ່​ຂະຫຍາຍ​ອອກໄປ.”

​ໃນ​ຕົ້ນ​ປີ​ນີ້ ຄະນະ​ສືບ​ລັບ​ສະຫະລັດ ​ໄດ້​ອອກ​ເຜີຍ​ແຜ່​ລາຍ​ງານ ທີ່​ວ່າຣັດ​ເຊຍ ​ໄດ້​ເຂົ້າ
ແຊກ​ແຊງ ​ໃນການ​ເລືອກ​ຕັ້ງ ໂດຍເຂົ້າຂ້າງປະທານາທິບໍດີ​ ​ທຣຳ ແລະບໍ່ເຫັນດີກັບ
ຜູ້ສະໝັກ ຟ່າຍເດໂມແກຣັດ ທ່ານນາງ​ ຄລິນຕັນ ຊຶ່ງທ່ານທຣຳ ​ໄດ້​ປະຕິ​ເສດໄປແລ້ວ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ຄວາມຄິດເຫັນຂອງທ່ານ ວອຣເນີ ກ່ຽວກັບການປົດທ່ານມັລເລີ ອອກ

Warner on Consequences of Mueller Removal
please wait

No media source currently available

0:00 0:00:36 0:00
XS
SM
MD
LG