ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມເຄັ່ງຕຶງທາງທະເລ ຄອບງຳ ກອງປະຊຸມສຸດຍອດ ອາຊ່ຽນ (ວີດີໂອ)


ບັນດາຜູ້ນຳກຸ່ມອາຊ່ຽນ ລົງຈາກເວທີ ຫຼັງຈາກຖ່າຍຮູບຮ່ວມກັນ ທີ່ນະຄອນຫລວງ Naypyidaw ຂອງມຽນມາ, ວັນທີ 11 ພຶດສະພາ 2014.
ບັນດາຜູ້ນຳກຸ່ມອາຊ່ຽນ ລົງຈາກເວທີ ຫຼັງຈາກຖ່າຍຮູບຮ່ວມກັນ ທີ່ນະຄອນຫລວງ Naypyidaw ຂອງມຽນມາ, ວັນທີ 11 ພຶດສະພາ 2014.
ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ເລ ​ໄດ້​ຄອບ​ງຳ​ກອງປະ​ຊຸມ​ສຸດ​ຍອດ
ຂອງ​ບັນດາຜູ້ນຳຂອງ​ພວກ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ອາ
ຄະ​ເນ ​ໃນ​ວັນ​ອາທິດ​ວານ​ນີ້ ພ້ອມ​ກັບທີ່​ຫວຽດນາມ​ຮຽກຮ້ອງ​
ໃຫ້​ພວກ​ປະ​ເທດ​ເພື່ອນ​ບ້ານ​ສະໜັບສະໜຸນຕົນ​ ໃນ​ບັນຫາ​
ຂັດ​ແຍ້​ງກັນເລື້ອງ​ເຂດ​ນ້ຳ​ແດນ​ດິນ​ ກັບ​ຈີນ​ນັ້ນ.

ຄວາມ​ຄັ່ງ​ຕຶງໄດ້​ເພີ່ມ​ທະວີ​ຂຶ້ນ​ໃນ​ສັບປະດາ​ແລ້ວ​ນີ້ ຫຼັງ​ຈາກ​
ການ​ຕັດສິນ​ໃຈ​ທີ່ເປັນ​ຂໍ້ໂຕ້​ແຍ້​ງກັນ​ຂອງ​ຈີນ ​ໃນ​ການຍົກຍ້າຍ
​ຖານ​ເຈາະ​ບໍ່​ນ້ຳມັນ ຂອງ​ຕົນ​ ​ເຂົ້າໄປ​ຍັງ​ເຂດ​ນ່ານນ້ຳ​ທີ່​ຮາ​ໂນ່​ຍ
ກໍ​ໄດ້​ອ້າງ​ເອົາ​ກຳມະສິດ​ເຊັ່ນ​ກັນ​ນັ້ນ.

ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ທ່ານ ຟາ​ມ ກວງ ວິນ ຮຽກ
ຮ້ອງ​ໃຫ້​ຈີນ ​ຍ້າຍ​ຖານ​ເຈາະ​ນ້ຳມັນ​ດັ່ງກ່າວອອກ​ໄປ. ​ທ່ານ​ກ່າວຕື່ມ​ວ່າ “ສຳລັບ
ພວກ​ເຮົາ​ແລ້ວ ພວກ​ເຮົາ​ແມ່ນ​ໄດ້​ພະຍາຍາມ​ມາ​ໂດຍ​ຕະຫຼອດ ທຳການຕິດ​ຕໍ່
ກັບ​ຝ່າຍ​ຈີນໃນ​ທຸກໆ​ລະດັບ​ ເພື່ອ​ແກ້ໄຂ​ເລື້ອງ​ນີ້ ​ແລະ​ເພື່ອຂໍ​ຮ້ອງ​ຈີນ​ໃຫ້​ຖອນ
​ເຮືອ​ທັງ​ໝົດ​ແລະ​ຖານ​ເຈາະ​ບໍ່​ນ້ຳມັນຂອງ​ພວກ​ເຂົາ​ເຈົ້າອອກ​່ໄປ​.”


​ໃນ​ຖະ​ແຫຼ​ງການຮ່ວມ​ບັ້ນ​ສຸດ​ທ້າຍ​ຂອງ​ກຸ່ມ​ອາ​ຊ່ຽນ​ ໃນ​ວັນ​ອາທິດ​ວານ​ນີ້ ບັນດາ​ຜູ້ນຳ
ປະ​ເທດ​ເຫລົ່າ​ນັ້ນ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງແລະ​ຮຽກຮ້ອງ​ໃຫ້​ໃຊ້​ຄວາມ​ຍັບ​ຍັ້ງ​
ຊັ່ງ​ໃຈ​ໂດຍ​ໝົດ​ທຸກ​ພັກ​ຝ່າຍ ​ທີ່​ພົວພັນ​ໃນບັນຫາ​ຂັf​ແຍ້​ງກັນ​ທາງ​ທະ​ເລ​ນີ້. ກຸ່ມ​ອາ​ຊ່ຽນ ຊຶ່ງ​ປາກົດ​ວ່າ​ບໍ່​ເຕັມ​ໃຈ ທີ່​ຈະສ່ຽງຕໍ່​ການ​ສ້າງ​ຄວາມ​ແຄ້ນ​ເຄືອງ​ໃຫ້ຈີນ ຍັງ​ກ່າວ​ຕື່ມ​ວ່າ ຕົນ​ມີ​ຄວາມ​ພໍ​ໃຈ​ກັບ​ການ​ເຈລະຈາ​ ກ່ຽວ​ກັບ​ເລື້ອງ​ນີ້.
ລິງໂດຍກົງ


XS
SM
MD
LG