ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອະດີດນາຍົກລັດຖະມົນຕີ ປອກຕຸຍການ ທ່ານ Mario Soares ເສຍຊີວິດພ້ອມດ້ວຍອາຍຸ 92 ປີ


ອະດີດປະທານາທິບໍດີ ແລະ ອະດີດນາຍົກລັດຖະມົນຕີຂອງ ປອກຕຸຍການ ທ່ານ Mario Soaresລົມກັບໝູ່ເພື່ອນ
ໃນລະຫວ່າງ ການເປີດຕົວປຶ້ມຂອງທ່ານ ຊື່ວ່າ "The
Hope is Necessary" ຢູ່ສູນວັດທະນະທຳ Belem ໃນນະຄອນຫຼວງ ລິສບັອນ, ປອກຕຸຍການ. 27 ພະຈິກ, 2013.
ອະດີດປະທານາທິບໍດີ ແລະ ອະດີດນາຍົກລັດຖະມົນຕີຂອງ ປອກຕຸຍການ ທ່ານ Mario Soaresລົມກັບໝູ່ເພື່ອນ ໃນລະຫວ່າງ ການເປີດຕົວປຶ້ມຂອງທ່ານ ຊື່ວ່າ "The Hope is Necessary" ຢູ່ສູນວັດທະນະທຳ Belem ໃນນະຄອນຫຼວງ ລິສບັອນ, ປອກຕຸຍການ. 27 ພະຈິກ, 2013.

ທ່ານ Mario Soares ອະດີດປະທານາທິບໍດີຂອງປະເທດ ປອກຕຸຍການ ແລະ ຜູ້ກໍ່ຕັ້ງ ພັກສັງຄົມນິຍົມຂອງປະເທດດັ່ງກ່າວໄດ້ເຖິງແກ່ອະສັນຍະກຳແລ້ວ. ທ່ານມີອາຍຸໄດ້ 92 ປີ.

ລັດຖະບານ ປອກຕຸຍການ ໄດ້ປະກາດໄວ້ອາໄລ 3 ວັນ ເລີ່ມຕົ້ນແຕ່ວັນຈັນມື້ອື່ນນີ້ໄປ. ງານຊາປະນະກິດສົບຂອງທ່ານ ຈະຖືກຈັດຂຶ້ນໃນວັນອັງຄານ.

ໃນປີ 1976 ທ່ານໄດ້ກາຍເປັນນາຍົກລັດຖະມົນຕີ ຫຼັງຈາກການກໍ່ລັດຖະປະຫານຄົນທຳ ອິດຂອງ ປອກຕຸຍການ ແລະ ໄດ້ຊ່ວຍນຳພາປະເທດຂອງທ່ານອອກຈາກການປົກຄອງ ແບບຜະເດັດການ ໄປສູ່ສະພາປະຊາທິປະໄຕ ແລະ ມີຕຳແໜ່ງໃນສະຫະພາບ ຢູໂຣບ.

ໃນປີ 1986, ທ່ານ Soares ໄດ້ກາຍເປັນປະທານາທິບໍດີພົນລະເຮືອນຄົນທຳອິດຂອງ ປະເທດໃນຮອບ 60 ປີ.

ເລຂາທິການໃຫຍ່ຄົນໃໝ່ຂອງ ອົງການສະຫະປະຊາຊາດ ທ່ານ Antonio Guterres, ຜູ້ທີ່ເຄີຍເປັນນາຍົກລັດຖະມົນທີຂອງ ປອກຕຸຍການ ເຊັ່ນກັນ ໄດ້ກ່າວວ່າ ທ່ານ Soares ແມ່ນ “ໜຶ່ງໃນບັນດາຜູ້ນຳການເມືອງທີ່ມີໜ້ອຍທີ່ສຸດ ຜູ້ທີ່ໄດ້ຮັບຄວາມນັບຖືໃນ ຢູໂຣບ ແລະ ໂລກຢ່າງແທ້ຈິງ.”

ປະທານາທິບໍດີີ ຝຣັ່ງ ທ່ານ Francois Hollande ໄດ້ກ່າວວ່າ ລະບອບປະຊາທິປະໄຕ ຂອງປະເທດ ປອກຕຸຍການ ໄດ້ສູນເສຍ “ວິລະຊົນຄົນໜຶ່ງຂອງພວກເຂົາເຈົ້າ, ຕໍ່ ຢູໂຣບ ທ່ານແມ່ນໜຶ່ງໃນບັນດາຜູ້ນຳທີ່ຍິ່ງໃຫຍ່ທີ່ສຸດຂອງພວກເຂົາເຈົ້າ, ແລະ ຝຣັ່ງ ທ່ານແມ່ນ ເພື່ອນຜູ້ທີ່ມີຄວາມຊື່ສັດທີ່ສຸດ.”

ຫົວໜ້າສະພາ ຢູໂຣບ ທ່ານ Martin Schulz ກ່າວວ່າ ທ່ານ Soares ແມ່ນຜູ້ກໍ່ໃຫ້ເກີດ “ແຮງບັນດານໃຈ” ຜູ້ທີ່ໄດ້ “ເຮັດໃຫ້ເສລີພາບ, ຄວາມເທົ່າທຽມ ແລະ ກຽດສັກສີມີ ຄວາມກ້າວໜ້າ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG