ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື​ປືນ ທີ່ຍິງ​ປືນ ໃສ່ຮ​້ານ ກິນ​ດື່ມ ໃນລັດ ຄາ​ລິ​ຟໍ​ເນຍ ນັ້ນແມ່ນ ​ນັກ​ລົບ​ເກົ່າ​


ຜູ້ຄົນ​ໄປ​ໄວ້​ອາໄລແກ່​ພວກ​ເສຍ​ຊີ​ວິດ​ໃນ​ເຫດ​ການ​ຍີງ​ປືນ​ໃສ່​ຮ້ານ​ກິນ​ດື່ມ ໃນລັດ​ຄາ​ລິ​ຟໍ​ເນຍ​ໃນທີ​ 8 ພະຈິກ 2018.
ຜູ້ຄົນ​ໄປ​ໄວ້​ອາໄລແກ່​ພວກ​ເສຍ​ຊີ​ວິດ​ໃນ​ເຫດ​ການ​ຍີງ​ປືນ​ໃສ່​ຮ້ານ​ກິນ​ດື່ມ ໃນລັດ​ຄາ​ລິ​ຟໍ​ເນຍ​ໃນທີ​ 8 ພະຈິກ 2018.

ອົງ​ການ​ສັນ​ຕິ​ບານ​ກາງສະ​ຫະ​ລັດ ຫລື FBI ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ຄ່ອຍໆ​ພິ​ຈາ​ລະ
​ນາ​ກວດ​ເບິ່ງລົດ ແລະ​ເຮືອນ​ຂອງ​ມື​ປືນ​ທີ່​ໄດ້​ສັງ​ຫານ​ຊີ​ວິດ​ຂອງ 12 ຄົນ​ຢູ່​ໃນ​ຮ້ານ​
ກິນ​ດື່ມ ຫລືບາ ​ແຫ່ງ​ນຶ່ງໃນ​ເມືອງທາວ​ຊັນ ໂອກ​ສ໌ (Thousand Oaks) ລັດ​ຄາ​ລິ
​ຟໍ​ເນຍ.

ມື​ປືນ​ດັ່ງ​ກ່າວ ແມ່ນ​ທ້າວ ອຽນ ເດ​ວິດລອງ ອາ​ຍຸ 28 ປີ, ​ນັກ​ລົບ​ເກົ່າ​ໃນ​ກອງ​ທັບ​ມາ​ຣິນ
ປາ​ກົດ​ວ່າໄດ້​ປິດ​ຊີບ​ຂອງ​ຕົນ​ເອງ​ລົງພາຍ​ຫລັງ​ທີ່​ໄດ້​ຍິງ​ປືນ​ໃສ່ ພວກ​ລູກ​ຄ້າ​ຢູ່​ໃນ​ຮ້ານ​
ກິນ​ດື່ມ Borderline Bar and Grill. ພວກ​ນັກ​ສືບ​ສວນຍັງກຳ​ລັງ​ຊອກ​ຫາ​ຂໍ້​ມູນ​ທີ່​ບົ່ງ
​ບອກ​ເຖິງ "ສະ​ພາບ​ຈິດ" ຂອງ​ທ້າວ​ລອງໃນ​ຕອນ ກ່ອນທີ່​ຈະເຮັດ​ໃຫ້​ເກີດ​ມີ​ການ​ເຫດ​
ການ​ຍິງ​ກັນ​ຢູ່​ໃນ​ຕອນ​ເດິກ​ຂອງວັນ​ພຸດ​ຜ່ານ​ມາ ດັ່ງ​ກ່າວ​ນັ້ນ​ຢູ່.

ທ່ານ Paul Delacourt, ຜູ້​ຊ່ວຍ​ຫົວ​ໜ້າ​ຫ້ອງ​ການໃນ​ເມືອງ​ລອ​ສແອນ​ເຈີ​ແລັ​ສ ຂອງ
FBI ເວົ້າ​ວ່າ ປາ​ກົດ​ວ່າ ທ້າວ​ລອງ​ດຳ​ເນີນ​ການ​ຍິງ​ປືນ​ໃສ່​ຄົນ​ນີ້ລຳ​ພັງແຕ່ຜູ້​ດຽວ.ທ່ານ​
ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ "ພວກ​ເຮົາ​ຈະ​ຕິດ​ຕາມ​ເບິ່ງ​ຮ່ອງ​ຮອຍ​ທີ່​ເຫັນ​ໄດ້​ຈາກ​ຫລັກ
​ຖານແຕ່​ຕົ້ນ​ຈົນ​ຈົບ ເພື່ອ​ຊອກ​ຫາ​ສາ​ເຫດທີ່ອາດ​ເປັນ​ໄປ​ໄດ້ ທີ່ໄດ້​ພາ​ໃຫ້​ເກີດ​ເຫດ​ການ
​ເຊັ່ນ​ນັ້ນ ໂດຍ​ການ​ວາດ​ພາບ​ເຖິງ​ສະ​ພາບ​ຄວາມ​ຄິດ​ຂອງ​ຜູ້​ກ່ຽວ, ຊອ​ກ​ຫາ​ຮ່ອງ​ຮອຍ​ທີ່
​ອາດ​ບົ່ງ​ບອກ​ເຖິງ​ການ​ທີ່​ລາວກັບ​ກາຍ​ໄປ​ເປັນຄົນ​ທີ່​ມີ ຫົວ​ຮຸນ​ແຮງ.”

​ທ້າວ​ລອງ ມີ​ການ​ລະ​ເມີດ​ກົດ​ໝາຍ​ໃນ​ລະ​ດັບ​ຕ່ຳ ຢູ່​ສອງ ສາມ​ດ້ານ ຊຶ່ງ​ລວມ​ມີ ການ​ເກີດ​ອຸ​ປະ​ຕິ​ເຫດ ແລະ​ການ​ຕົບ​ຕີ​ກັນ​ໃນ​ຮ້ານ​ກິນ​ດື່ມ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ​ໃນ​ວັນ​ພະ​ຫັດ​ວານນີ້.
ໃນ​ຕອນ​ຕົ້ນໆ​ປີນີ້ ຕຳ​ຫລວດ​ໄດ້​ໂທ​ໄຮືອນ​ຂອງ​ລາວ ເມື່ອ​ພວກ​ຂ້າງ​ບ້ານ​ລາວ ໂທ​ໄປ​ຫາ​ເຂົາ​ເຈົ້າ​ເພື່ອ​ລາຍ​ງານ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ໜ້າ​ທີ່​ເອີ້ນ​ວ່າທຳ​ການ​ລົ​ບກວນ ນັ້ນ. ໃນ​ຕອນນັ້ນ ຕຳ​ຫລວດ​ເວົ້າ​ວ່າ ທ້າວ​ລອງ "ໂມ​ໂຫ​ໃນ​ລະ​ດັ​ບ​ໃດ​ນຶ່ງ ຊຶ່ງ​ໄດ້​ເປັນ​ການ​ລົບ​ກວນ​ຄົນ​ອື່ນ​ໜ້ອຍ​ນຶ່ງ."

ພວກ​ເຈົ້າ​ໜ້າ​ທີ່ ຄາດ​ເດົາ​ວ່າ ທ້າວ​ລອງ ທີ່​ເປັນ​ທະ​ຫານ​ສົ່ງ​ໄປ​ປະ​ຈຳ​ການ ຢູ່​ອັ​ຟ​ກາ​ນິ​ສ​ຖານນັ້ນ​ເປັນ​ໂຣກມີຄວາມ​ຄິດ​ຜິດ​ປົກ​ກະ​ຕິ ພາຍ​ຫລັງ​ທີ່​ໄດ້​ຜ່ານ​ຜ່າ ເຫດ​ການ​ທີ່​ລະ​ທົມ​ຂົມ​ຂື່ນ ຫລື PTSD. ແຕ່​ວ່າ ນັກ​ຊ່ຽວ​ຊານ​ດ້ານ​ສຸ​ຂະ​ພາບ​ຈິດ ທີ່​ໄດ້​ເວົ້າ​ລົມ​ກັບ​ທ້າວ​ລອງ​ເວົ້າ​ວ່າ ເພິ່ນບໍ່​ເຊື່ອ​ວ່າ ທ້າວ​ລອງ​ຕ້ອງ​ໄດ້​ນອນ ປິ່ນ​ປົວ​ຢູ່​ໂຮງ​ໝໍເລີຍ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້

Officials Identify Suspect in California Bar Shooting
please wait

No media source currently available

0:00 0:01:38 0:00

ໃນ​ແລງວັນ​ພຸດ​ຜ່ານ​ມານັ້ນ ຕຳ​ຫລວດ​ເວົ້າ​ວ່າ ທ້າວ​ລອງ​ນຸ່ງ​ຊຸດ​ດຳ​ແຕ່​ຫົວ​ຮອດ​ຕີນ ແລ້ວ​ເຂົ້າ​ໄປ​ໃນ​ຮ້ານ Borderline Bar and Grill ທີ່​ມີ​ນັກ​ສຶກ​ສາ​ຢູ່​ເຕັມ​ນັ້ນ. ລາວ​ໄດ້ຍິງ​ຄົນ​ຍາມ, ແກວ່ງ​ລະ​ເບີດ​ນ້ຳ​ຕາ​ໃສ່​ຮ້ານ​ດັ່ງ​ກ່າວ ແລະ​ຍິງ​ປືນສັ້ນ ກະ​ບອກ​ນຶ່ງທີ່​ມີ​ອຸ​ປະ​ກອນ​ທີ່​ເຮັດ​ໃຫ້​ສາ​ມາດ​ບັນ​ຈຸ​ລູກ​ປືນ​ໄດ້​ເພີ້ມ​ຂຶ້​ນ​ຢ່າງ​ຫລວງ​ຫລາຍ.

Thousand Oaks, California
Thousand Oaks, California

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG