ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິທະຍາສາດທົ່ວໂລກ ພາກັນເດີນຂະບວນ ແບບບໍ່ເຄີຍມີມາກ່ອນ


ນັກວິທະຍາສາດຫຼາຍຮ້ອຍຄົນ ແລະ ຜູ້ສະໜັບສະໜູນ ເດີນຂະບວນຢູ່ນະຄອນຫຼວງວໍຊິງຕັນ, ຊຶ່ງເປັນສ່ວນໜຶ່ງ ຂອງການຊຸມນຸມ ໃນ 600 ຕົວເມືອງທົ່ວໂລກ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າເຫັນວ່າ ເປັນການໂຈມຕີທາງການເມືອງ ກ່ຽວກັບ ຂໍ້ມູນຄວາມຈິງ. 22 ເມສາ, 2017. (Photo: C. Presutti‏/VOA)
ນັກວິທະຍາສາດຫຼາຍຮ້ອຍຄົນ ແລະ ຜູ້ສະໜັບສະໜູນ ເດີນຂະບວນຢູ່ນະຄອນຫຼວງວໍຊິງຕັນ, ຊຶ່ງເປັນສ່ວນໜຶ່ງ ຂອງການຊຸມນຸມ ໃນ 600 ຕົວເມືອງທົ່ວໂລກ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າເຫັນວ່າ ເປັນການໂຈມຕີທາງການເມືອງ ກ່ຽວກັບ ຂໍ້ມູນຄວາມຈິງ. 22 ເມສາ, 2017. (Photo: C. Presutti‏/VOA)

ບັນດານັກວິທະຍາສາດໄດ້ເອົາບາດກ້າວທີ່ບໍ່ເຄີຍມີມາກ່ອນ ໃນການໂຮມຊຸມນຸມເດີນຂະ
ບວນໃນຫຼາຍກວ່າ 600 ຕົວເມືອງທົ່ວໂລກກັບສິ່ງທີ່ພວກເຂົາເຈົ້າເຫັນວ່າ ເປັນການໂຈມ
ຕີທາງການເມືອງຫຼາຍຂຶ້ນ ກ່ຽວກັບ ຄວາມຮູ້ອີງຕາມຫຼັກຖານ.

ບັນດານັກວິທະຍາສາດຫຼາຍພັນຄົນ ແລະ ພວກຜູ້ສະໜັບສະໜູນຂອງພວກເຂົາເຈົ້າໄດ້
ເຂົ້າຮ່ວມໃນການເດີນຂະບວນສຳລັບງານວິທະຍາ ສາດທົ່ວໂລກໃນວັນເສົາວານນີ້, ລວມທັງໃນປະເທດ ອອສເຕຣເລຍ, ບຣາຊິລ, ການາດາ, ນະຄອນຫຼວງ Cape Town ຂອງປະເທດ ອາຟຣິກາໃຕ້, ນະຄອນຫຼວງ ລອນດອນ, ມາດຣິດ, ປະເທດ ໄນຈີເຣຍ ແລະ ນະຄອນຫຼວງ ໂຊລ.

ໃນນະຄອນຫຼວງ ເບີລິນ, ບັນດາຜູ້ຈັດງານໄດ້ກ່າວວ່າ ປະມານ 10,000 ຄົນໄດ້ເດີນ ຂະບວນໄປປະຕູໂຂງ Brandenberg ດ້ວຍການຖືປ້າຍທີ່ອ່ານວ່າ “ຂໍ້ເທັດຈິງບໍ່ແມ່ນ ຄວາມຮູ້ສຶກ ແລະ ພວກເຮົາຮັກບັນດາຜູ້ຊ່ຽວຊານ ຜູ້ທີ່ມີຂໍ້ມູນຫຼັກຖານ.”

ພວກເດີນຂະບວນໃນນະຄອນ ເຈນີວາ ໄດ້ຖືປ້າຍທີ່ອ່ານວ່າ “ວິທະຍາສາດ ແມ່ນທຽນ ດອກໜຶ່ງໃນຄວາມມືດ” ແລະ “ວິທະຍາສາດແມ່ນຄຳຕອບ.”

ໃນນະຄອນຫຼວງ ລອນດອນ, ພວກປະທ້ວງໄດ້ເດີນຂະບວນຈາກຫໍພິພິຕະພັນວິທະຍາ
ສາດ ໄປຫາຈະຕຸລັດສະພາແຫ່ງຊາດ ໃນເຂດ Westminster ພ້ອມກັບຖືປ້າຍສະໜັບ ສະໜູນວິທະຍາສາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Scientists March in DC
please wait

No media source currently available

0:00 0:02:02 0:00

XS
SM
MD
LG